ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງສາລະວັນ ທາບທາມຮ່າງລາຍງານການເມືອງ, ແຜນພັດທະນາຂະແໜງການ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ສະໄໝທີ V ຮອບທີ 1

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງສາລະວັນ ທາບທາມຮ່າງລາຍງານການເມືອງ, ແຜນພັດທະນາຂະແໜງການ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ຂອງໜ່ວຍພັກ ສະໄໝທີ V ຮອບທີ 1

 

ກອງປະຊຸມທາບທາມຮ່າງລາຍງານການເມືອງ, ແຜນພັດທະນາຂະແໜງການ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ສະໄໝທີ V ຮອບທີ 1 ຈັດຂື້ນໃນວັນທີ 21 ມັງກອນ 2025 ນີ້, ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຈັນສະໝອນ ພົມມະແສງ  ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີ ສະຫາຍ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ ແລະ ສະມາຊິກພັກ ພາຍໃນໜ່ວຍຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍພັກ, ຮ່າງແຜນພັດທະນາຂະແໜງການ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງໜ່ວຍຮາກຖານ ຄະນະໂຄສະນາອົບຮົມແຂວງ ຫຼັງຈານັ້ນຜູ້ແທນກອງປະຊຸມ ກໍ່ໄດ້ປະກອບຄຳເຫັນໃສ່ ເອກະສານ 3 ບົດ ຢ່າງມີບັນຍາກາດຟົດຟື້ນ.

ໂອກາດນີ້ ສະຫາຍ ຈັນສະໝອນ ພົມມະແສງ  ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ຕໍ່ 3 ເອກະສານດັ່ງກ່າວ. ຈາກນັ້ນ, ສະຫາຍ ຍັງໄດ້ ຜ່ານມາດຖານ, ເງື່ອນໄຂຕໍ່ຜູ້ທີ່ຈະສະໝັກເຂົ້າໃນຄະນະໜ່ວຍພັກຊຸດໃໝ່.

ໃນຕອນທ້າຍ ບັນດາຜູ້ແທນກໍ່ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມລົງຄະແນນສຽງ ເພື່ອຄັດເລືອກເອົາລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງໃນກອງປະຊຸມໃຫຍ່ຂອງໜ່ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa