ປະໂຫຍດທີ່ຕ້ອງດື່ມນໍ້າອຸ່ນ

ປະໂຫຍດທີ່ຕ້ອງດື່ມນໍ້າອຸ່ນ

 

*ການດື່ມນໍ້າ ມີຄວາມສໍາຄັນ ຕໍ່ຮ່າງກາຍ ແລະ ວິຖີຊີວິດຂອງຄົນເຮົາ ເຊິ່ງຜູ້ຊ່ຽວຊານ ດ້ານສຸຂະພາບ ແລະ ຜິວພັນຕ່າງ ເຫັນກົງກັນວ່າ: ການດື່ມນໍ້າ ນັ້ນສາມາດ ຊ່ວຍໄລ່ສານພິດອອກຈາກຮ່າງກາຍ ເຮັດໃຫ້ເຮົາຮູ້ສຶກສົດຊື່ນແຈ່ມໃສ ແລະ ຊ່ວຍໃຫ້ຜິວນວນເໝືອນໄວເດັກເລີຍ. ຂະນະທີ່ເລີ່ມຕົ້ນມື້ໃໝ່ ດ້ວຍການດື່ມນໍ້າ ຕ້ອງໃຫ້ເປັນກິດຈະວັດປະຈຳວັນ ສຳລັບຜູ້ທີ່ເອົາໃຈໃສ່ ສຸຂະພາບ ເຊິ່ງການດື່ມນໍ້າ 1 ຈອກເມື່ອນອນຕື່ນ ຈຶ່ງເປັນກິດຈະວັດດີທີ່ສຸດ, ແຕ່ຈຳເປັນຕ້ອງຮູ້ວ່າ: ຄວນດື່ມນໍ້າເຢັນ ຫລື ນໍ້າອຸ່ນ ຈຶ່ງຈະດີກວ່າກັນ? ທັງນີ້ ແພດຕ່າງກໍຢືນຢັນວ່າ: ການດື່ມນໍ້າອຸ່ນ ຕອນເຊົ້ານັ້ນ ດີກວ່າຍ້ອນຫຍັງ ແລະ ມີປະໂຫຍດຫຍັງ?

  1. ຊ່ວຍຍ່ອຍອາຫານ: ເພື່ອປັບປຸງ ການຍ່ອຍໃຫ້ດີຂຶ້ນ ຫັນມາລອງດື່ມ ນໍ້າອຸ່ນເປັນປະຈຳ ເພາະມັນຈະຊ່ວຍ ກະຕຸ້ນຕ່ອມຍ່ອຍ ອາຫານເຮັດວຽກ ໄດ້ຢ່າງຖືກຕ້ອງ. ຂະນະດຽວກັນມັນ ຍັງຊ່ວຍກຳຈັດອາຫານ ໃນກະເພາະ. ນອກນີ້ຍັງຊ່ວຍ ກຳຈັດກົດສ່ວນເກີນ ໃນກະເພາະອາຫານ ເພື່ອຮັກສາຄວາມ ເປັນກາງ ຂອງນໍ້າຍ່ອຍໄວ້.
  2.   ບັນເທົາອາການເຈັບຄໍ: ເມື່ອລຳຄໍເກີດ ການຕິດເຊື້ອ ທີ່ເກີດຈາກໄຂ້ຫວັດໃຫຍ່ ການດື່ມນໍ້າອຸ່ນ ຈະຊ່ວຍບັນ ເທົາອາການເຈັບຄໍ ແລະ ຮູ້ສຶກສະບາຍຄໍ ຫລາຍຂຶ້ນ ທັງຍັງຊ່ວຍລະລາຍ ຂີ້ກະເທີ່ໜຽວ ແລະ ກຳຈັດມັນ ອອກມາຈາກ ທາງເດີນຫາຍໃຈໄດ້.
  3. ຊ່ວຍຮັກສາອາການຕັນດັງ: ນໍ້າອຸ່ນຊ່ວຍອະນາໄມ ໂກນດັງ ເຮັດໃຫ້ຮູ້ສຶກ ໂລ່ງຫາຍໃຈ ໄດ້ສະດວກບໍ່ໝຸດໝັດ. ທັງນີ້ຖ້າດື່ມນໍ້າອຸ່ນ ເຂົ້າໄປມັນຈະຊ່ວຍ ໃຫ້ຂີ້ກະເທີ່ ຂີ້ມູກໜຽວ ຢູ່ນັ້ນ ລະລາຍ ແລະ ໄຫລອອກ ທັງໂກນດັງ ແລະ ທາງເດີນຫາຍໃຈ. ນອກນີ້ຍັງ ສາມາດຊ່ວຍລ້າງພິດ ອອກຈາກຮ່າງກາຍ ເຮັດໃຫ້ເຊົາ ເຈັບເປັນໄວ ຂຶ້ນອີກດ້ວຍ.

4. ກຳຈັດນໍ້າໜັກສ່ວນເກີນ: ຜູ້ທີ່ພວມຄວບຄຸມ ອາຫານຢ່າງເຂັ້ມງວດ ແລະ ອອກກຳລັງກາຍ ເພື່ອຫລຸດນໍ້າໜັກ ຄວນດື່ມນໍ້າອຸ່ນ ຫລາຍກວ່ານໍ້າເຢັນ ການຫລຸດນໍ້າໜັກ ຈຶ່ງຈະດີິກວ່າ ເນື່ອງຈາກນໍ້າອຸ່ນ ຊ່ວຍເພີ່ມອຸນຫະພູມ ບໍລິເວນການລຳຄີງ ໃຫ້ສູງຂຶ້ນ ເຊິ່ງຊ່ວຍເພີ່ມ ອັດຕາການ ເຜົາໄໝ້ອາຫານ ເຮັດໃຫ້ຮ່າງກາຍເຜົາ ໄໝ້ກາລໍລີ ໄດ້ຫລາຍຂຶ້ນທັງ ຍັງຊ່ວຍຫລຸດໄຂມັນ ຢູ່ຮ່າງກາຍລົງໄດ້, ແຕ່ເພື່ອເພີ່ມປະໂຫຍດ ໃຫ້ຫລາຍຂຶ້ນໃຫ້ ລອງດື່ມນໍ້າອຸ່ນ ກັບນໍ້າໝາກນາວ ຈັກໜ້ອຍໜຶ່ງ ໃນຕອນເຊົ້າ ມັນຈະຊ່ວຍຫລຸດ ເນື້ອເຍື່ອໄຂມັນ. ຂະນະທີ່ເສັ້ນໃຍ ເພັກຕິນຢູ່ໝາກນາວ ຍັງຊ່ວຍຄວບຄຸມ ການຢາກອາການ ເຮັດໃຫ້ການກິນອາຫານມັນໆ ຫລື ບໍ່ດີຕໍ່ສຸຂະພາບ ໄດ້ໜ້ອຍລົງໄປ ອີກຕ່າງຫາກ.

5. ຊ່ວຍລ້າງພິດຢູ່ຮ່າງກາຍ: ເມື່ອດື່ມນໍ້າອຸ່ນ 2-3 ຈອກ ຈະຊ່ວຍເຮັດໃຫ້ ຮ່າງກາຍມີ ອຸນຫະພູມສູງຂຶ້ນ ເຫື່ອອອກເຊິ່ງເຫື່ອ ທີ່ໄຫລອອກມານີ້ ຈະຊາວຍຊຳລະລ້າງ ສານພິດ ແລະ ສິ່ງສົກ ກະປົກອອກຈາກຮ່າງກາຍ. ນອກນີ້ຖ້າເຮົາ ລອງບີບນໍ້າໝາກນາວ ລົງໄປປະສົມ ກັບນໍ້າອຸ່ນໜ້ອຍໜຶ່ງ ກ່ອນດື່ມຈະໄດ້ຜົນດີ ເປັນປະໂຫຍດ ຕໍ່ສຸຂະພາບອີກດ້ວຍ.

6. ປັບປຸງການໄຫລວຽນຂອງເລືອດ: ໂດຍສິ່ງສຳຄັນ ມັນຊ່ວຍໃຫ້ເລືອດ ນຳສົ່ງອົກຊີແຊນ ແລະ ສານອາຫານຕ່າງໆ ໄຫລຜ່ານໄປ ສູ່ເນື້ອເຍື່ອ ແລະ ອະໄວຍະວະ ທົ່ວຮ່າງກາຍ. ທັງນີ້ການ ໄຫລວຽນເລືອດ ທີ່ເໝາະສົມ ມີຄວາມສຳຄັນ ຕໍ່ການເຮັດວຽກ ຂອງກ້ານຊີ້ນ ແລະ ເສັ້ນປະສາດ. ແນວໃດກໍດີ ເມື່ອດື່ມນໍ້າອຸ່ນ, ໄຂມັນທີ່ສະສົມ ຢູ່ຮ່າງກາຍຈະຖືກ ເຜົາໄໝ້ ເພີ່ມການ ໄຫລວຽນຂອງເລືອດ. ທີ່ສຳຄັນ ຈົ່ງຫລີກ ການດື່ມນໍ້າເຢັນ ຫລາຍເກີນໄປ ເພາະມັນອາດເຮັດໃຫ້ ຫລອດເລືອດດຳ ຕັນໄດ້.

7.ກະຕຸ້ນການນອນຫລັບ: ຖ້າທ່ານໃດ ມີບັນຫາເລື່ອງ ການນອນບໍ່ຫລັບລອງ ດື່ມນໍ້າອຸ່ນຈັກຈອກ ກ່ອນນອນ ເພື່ອຈະສາມາດ ຊ່ວຍໃຫ້ນອນຫລັບ ໄດ້ງ່າຍຂຶ້ນ ເນື່ອງຈາກນໍ້າອຸ່ນໆ ນີ້ລະ ຊ່ວຍເພີ່ມຄວາມອົບອຸ່ນ ໃຫ້ຮ່າງກາຍ ເຮັດໃຫ້ສະບາຍ ຊ່ວຍລະງັບປະສາດ ເຮັດໃຫ້ເຫົງານອນ ແລະ ສະຫງົບຈິດໃຈ ໃນທີ່ສຸດ.

ເອົາເປັນວ່າ ການດື່ມນໍ້າອຸ່ນ ເປັນເລື່ອງດີຫລາຍ ຕໍ່ການເບິ່ງແຍງສຸຂະພາບ ຂອງພວກເຮົາ, ແຕ່ກໍຄວນດື່ມ ຢ່າງສະໝໍ່າສະເໝີ ບໍ່ຄວນດື່ມຮ້ອນ ຈົນເກີນໄປ, ດື່ມຫລັງຮັບ ປະທານອາຫານ. ທີ່ສຳຄັນຄວນຫລີກດື່ມ ນໍ້າອຸ່ນຫລັງ ອອກກຳລັງກາຍ ເພາະໃນຂະນະນັ້ນ ຮ່າງກາຍຮ່າງກາຍ ມີອຸນຫະພູມສູງຢູ່ແລ້ວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa