ສະຫະພັນແມ່ຍິງ ໜ່ວຍຄະນະໂຄສະນາອົບຮົມແຂວງສາລະວັນ ສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024 ແລະ ສືບຕໍ່ເປີດການຂະບວນການແຂ່ງຂັນ 3 ດີ ປະຈຳປີ 2025
ໃນຕອນເຊົ້າວັນທີ 23 ມັງກອນ 2025 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສາລະວັນ ສະຫະພັນແມ່ຍິງ ໜ່ວຍຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024 ແລະ ສືບຕໍ່ເປີດການຂະບວນການແຂ່ງຂັນ 3 ດີ ປະຈຳປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ ຂອງສະຫາຍ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ນາງ ດາວັນ ດວງບຸດດາ ປະທານສະຫະພັນແມ່ຍິງ ໜ່ວຍຄະນະໂຄສະນາອົບຮົມແຂວງສາລະວັນ ແລະ ສະຫາຍ ນາງ ມະນີລາ ຈັນທະວົງສາ ຮອງປະທານສະຫະພັນແມ່ຍິງແຂວງ, ຂະແໜງການທີ່ກ່ຽວຂ້ອງ, ຕ່າງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນໜ່ວຍ ເຂົ້າຮ່ວມ
ກອງປະຊຸມດັ່ງກ່າວ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະສະຫະພັນແມ່ຍິງ ໜ່ວຍຄະນະໂຄສະນາອົບຮົມແຂວງ ເຮັດໜ້າທີ່ດ້ານມີຜົນສໍາເລັດຫຼາຍດ້ານ.
ອັນທີ່ພົ້ນເດັ່ນ ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ໃນໄລຍະ 1 ປີຜ່ານມາ ສາມາດຄັດເລືອກໄດ້ ບຸກຄົນ 3 ດີໄດ້ດັ່ງນີ້:
– ພົນລະເມືອງດີ 8 ສະຫາຍ ເທົ່າກັບ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ
– ພັດທະນາດີ 8 ສະຫາຍ ເທົ່າກັບ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງ ໝົດ
– ສ້າງຄອບຄົວດີ 8 ສະຫາຍ ເທົ່າກັບ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ
– ສະມາຊິີກສະຫະພັນແມ່ຍິງ 3 ດີ ປະເພດ 1: 8 ສະຫາຍ ເທົ່າກັບ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ.
ໃນຕອນທ້າຍ ສະຫາຍ ນາງ ມະນີລາ ຈັນທະວົງສາ ຮອງປະທານສະຫະພັນແມ່ຍິງແຂວງ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເນັ້ນໜັກບາງບັນຫາດັ່ງນີ້:
- ຄະນະສະຫະພັນແມ່ຍິງ ພາຍໃນໜ່ວຍສະຫາຍ ຕ້ອງອອກແຮງຮໍ່າຮຽນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຂອງລັດ ກໍ່ຄືພາລະບົດບາດຂອງສະຫະພັນແມ່ຍິງ ໃຫ້ເລິກເຊິ່ງ.
- ຄະນະສະຫະພັນແມ່ຍິງພາຍໃນໜ່ວຍ ຕ້ອງຕັ້ງໜ້າປູກລະດົມ ເອື້ອຍ-ນ້ອງແມ່ຍິງ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການສະກັດກັ້ນ, ຕໍ່ຕ້ານ ແລະ ແກ້ໄຂຢ່າງທັນການ ຕໍ່ບັນດາປະກົດການຫຍໍ້ທໍ້ຕ່າງໆ.
- ສະຫາຍເອື້ອຍ-ນ້ອງແມ່ຍິງ ຕ້ອງໄດ້ມີຄວາມພະຍາຍາມຕັ້ງໜ້າ ໃນການເຄື່ອນໄຫວປັບປຸງຄົນເອງໃນທຸກດ້ານ, ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາແມ່ຍິງ ໃຫ້ມີບົດບາດມີຄຸນສົມບັດສິນທຳປະຕິວັດ, ມີລະດັບຄວາມຮູ້, ຄວາມສາມາດໃນທຸກດ້ານ.
- ອອກແຮງງານປົກປັກຮັກສາມູນເຊື້ອຂອງຊາດ, ມູນເຊື້ອແມ່ຍິງລາວບັນດາເຜົ່າ ແລະ ປົກບັກຮັກສາວັດທະນະທຳຂະນົບທໍານຽມ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ, ຍົກສູງຈິດໃຈຮັກຊາດ, ຮັກລະບອບໃຫມ່ລະບອບປະຊາທິປະໄຕ ປະຊາຊົນ ແລະ ຍົກສູງຈິດໃຈເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
- ສືບຕໍ່ ປັບປຸງ ແລະ ເສີມຂະຫຍາຍບົດບາດຂອງສະຫະພັນແມ່ຍິງ ແລະ ການເຄື່ອນໄຫວທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການເອົາໃຈໃສ່ພັດທະນາຄອບຄົວໃຫ້ກາຍເປັນຄອບຄົວດີ ຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງເອື້ອຍ-ນ້ອງແມ່ຍິງ ແລະ ຄອບຄົວດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.