ແຂວງສາລະວັນ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ຕອນເຊົ້າ ວັນທີ 30 ມັງກອນ 2025 ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບກອງບັນຊາການທະຫານແຂວງ ໄດ້ຈັດພິທີປາຖະກະຖາ ເພື່ອລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ) ໂດຍເປັນກຽດເຂົ້າຮ່ວມເປັນປະທານ ແລະ ບັນຍາຍ ຂອງທ່ານ ພົນຈັດຕະວາ ອ໋ອດ ໄຊຍະວົງ ອາດີດຫົວໜ້າກອງບັນຊາການທະຫານແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະນໍາຂອງແຂວງ, ຫົວໜ້າ ແລະ ຮອງພະແນກ, ພະນັກງານ-ຫຼັກແຫຼ່ງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ໃນພິທີ, ທ່ານ ພົນຈັດຕະວາ ອ໋ອດ ໄຊຍະວົງ ໄດ້ໃຫ້ກຽດຂື້ນບັນຍາຍເອກະສານວັນດັ່ງກ່າວ ເຊິ່ງທ່ານ ໃຫ້ກ່າວວ່າ: ກອງທັບປະຊາຊົນລາວ ກຳເນີດເກີດຂຶ້ນໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ-ບັນຊາໂດຍກົງ. ການປະກາດສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທີ່ສຸດ, ຊຶ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ແລະ ເປັນບາດລ້ຽວ ທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນກອງທັບ ກໍໄດ້ປະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນ ທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານ ບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ຊົນເຊື້ອຊາດລາວ, ກອງທັບໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຈາກນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດຂອງກອງບັນຊາການ ທີ່ເຄື່ອນໄຫວໃນໄລຍະຜ່ານມາ.
ຕອນທ້າຍ ທ່ານ ພົນຈັດຕະວາ ອ໋ອດ ໄຊຍະວົງ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະໃໝ່ຄືປົກປັກຮັກສາ ແລະສ້າງສາພັດທະນາປະເທດ. ກອງທັບເຮົາ ຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ ‘‘ເວລາໃດກອງທັບກໍ່ນໍາໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ”.