ຄະນະນໍາ ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມເປັນປະທານ ກອງປະຊຸມທາບທາມບຸກຄະລາກອນ ເພື່ອສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກເມືອງລະຄອນເພັງ ສະໄໝທີ IX ຮອບທີ I

ຄະນະນໍາ ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມເປັນປະທານ ກອງປະຊຸມທາບທາມບຸກຄະລາກອນ ເພື່ອສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກເມືອງລະຄອນເພັງ ສະໄໝທີ IX ຮອບທີ I

 

ໃນວັນທີ 3 ກຸມພາ 2025,  ເມືອງລະຄອນເພັງ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກເມືອງລະຄອນເພັງ ຮອບທີ 1 ສະໄຫມທີ IX, ໂດຍການເປັນປະທານຂອງ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽກງານຮອບດ້ານເມືອງລະຄອນເພັງ ໃຫ້ກຽດເຂົ້າຮ່ວມມີສະຫາຍ ທອງດີ ຈັນທະວົງ ກໍາມະການພັກແຂວງ, ເລຂາພັກ-ເຈົ້າເມືອງລະຄອນເພັງ, ມີີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະກຳມະການໂຄງປະກອບບຸກຄະລາກອນ ແລະ ດຳເນີນຊີວິດການເມືອງ, ຄະນະທິມງານກໍ່ສ້າງຮາກຖານແຂວງປະຈຳເມືອງ ພ້ອມດ້ວຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານສຳນັກງານ ແລະ ບ້ານໃນທົ່ວເມືອງລະຄອນເພັງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນແຂງແຮງດີ ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍຢ່າງມີຜົນສໍາເລັດ.

ໂອກາດນີ້, ສະຫາຍ  ຈັນສະໝອນ ພົມມະແສງ  ໄດ້ມີຄໍາເຫັນຊີ້ນໍາກອງປະຊຸມໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການປ່ອນບັດຄັດເລືອກເອົາບຸກຄະລາກອນຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງລະຄອນເພັງ ດ້ວຍຄວາມຮັບຜິດຊອບສູງ, ມີຈຸດສຸມ ແລະ ສັດຈະວິພາກ, ຫຼີກລ່ຽງແນວຄິດອະຄະຕິ, ກຸ່ມກ້ອນ, ຈູ້ມເຈື້ອເຊື້ອສາຍ, ໃຫ້ເບິ່ງທັດສະນະຫຼັກໝັ້ນຊົນຊັ້ນ, ນໍ້າໃຈຟົດຟື້ນປະຕິວັດ, ຄວາມຈົງຮັກພັກດີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຮູ້ຄວາມສາມາດໃນການນໍາພາ, ເອົາໃຈໃສ່ດ້ານໂຄງປະກອບບຸກຄະລາກອນ ຕ້ອງຮັບປະກັນ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີຜູ້ເກົ່າ, ຜູ້ໃໝ່, ເຜົ່າ ແລະ ເພດ ຕາມຈຳນວນທີ່ເໝາະສົມ, ກຳແໜ້ນ ແລະ ຄຳນຶງເຖິງມາດຕະຖານເງື່ອນໄຂ ແລະ ໂຄງປະກອບໃຫ້ຖືກຕ້ອງຕາມນິຕິກຳທີ່ກຳນົດໄວ້.

ຈາກນັ້ນ, ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງລະຄອນເພັງ ສະໄໝທີ IX ຮອບທີ 1 ບັນລຸຕາມຈຸດປະສົງ, ລະດັບຕາມຄາດໝາຍ ທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa