ແຂວງສາລະວັນ ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2568

ແຂວງສາລະວັນ ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2568

  

ໃນວັນທີ 11 ເມສາ 2025 ນີ້, ແຂວງສາລະວັນ ໄດ້ຈັດພິທີບາສີສູ່ຂວັນ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໂດຍມີ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກ-ເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ມີສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຈັນທະວອນ ສີຫາຈັນ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາພະນັກງານປະຕິວັດອາວຸໂສ-ບໍານານ, ຫົວໜ້າພະແນກການ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງ, ພ້ອມດ້ວຍພະນັກງານ-ນັກຮົບ ພະແນກການອ້ອມຂ້າງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ຕາງໜ້າໃຫ້ຄະນະພັກແຂວງສາລະວັນ ໄດ້ກ່າວຄໍາອວຍພອນໄຊອັນປະເສີດແດ່ ການນໍາພັກ-ລັດຂອງແຂວງ, ພະແນກການ ແລະ ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ສ້າງຂະບວນການທີ່ຖືກກົດໝາຍ ເພື່ອນໍາພາປະເທດຊາດ ກໍຄືແຂວງສາລະວັນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ອວຍພອນໄຊມາຍັງບັນດາແຂກ ຕະຫຼອດຮອດພະນັກງານ ແລະ ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ຈົ່ງມີສຸຂະພາບເເຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າງາມ ທີ່ການຈັດຕັ້ງມອບໝາຍໃຫ້ເຮັດສໍາເລັດເປັນຢ່າງດີ ແລະ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນຄຶກຄື້ນ ເຕັມໄປດ້ວຍສະຫງົບຄວາມປອດໄພທຸກປະການ.

ຈາກນັ້ນ, ໄດ້ໃນພິທີມີການບາສີສູ່ຂວັນຕ້ອນຮັບພອນປີໃໝ່ ດ້ວຍການຜູກຂໍ້ຕໍ່ແຂນ, ຫົດສົງນໍ້າອວຍພອນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຕາມຮີດຄອງປະເພນີອັນດີງາມ ຂອງຊາດລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ.

ພາບແລະ ເນື້ອໃນໂດຍ: ຖິ່ງສຽງແຄນ ແດນດອກຮັງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa