ສະຫາຍ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະ ແລະ ເຮັດວຽກຮ່ວມກັບສະຫາຍຮອງເລຂາພັກເມືອງເລົ່າງາມ

ສະຫາຍ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະ ແລະ ເຮັດວຽກຮ່ວມກັບສະຫາຍຮອງເລຂາພັກເມືອງເລົ່າງາມ

 

 

ເນື່ອງໃນໂອກາດຄະນະໂຄສະນາອົບຮົມສູນກາງພັກ ລົງການເຄຶ່ອນໄຫວຊຸກຍູ້ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ເອເລັກໂຕນິກ(ເວັບໄຊ) ທີ່ເມືອງເລົ່າງາມ, ແຂວງສາລະວັນ, ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2025 ສະຫາຍ, ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ວັນຕຸລາ ຮັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຂົ້າພົບປະ ແລະ ຂໍານັບສະຫາຍ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ, ປະທານປົກຄອງເມືອງເລົ່າງາມ, ເແຂວງສາລະວັນ.

ໂອກາດນີ້ສະຫາຍ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ລາຍງານກ່ຽວກັບຈຸດປະສົງໃນການລົງມາເຄຶ່ອນໄຫວເຮັດວຽກໃນຄັ້ງນີ້ ກໍ່ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ, ເວົ້າສະເພາະກໍ່ຄືການນໍາໃຊ້ສື່ທີ່ທັນສະໃໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນານັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປຽ່ນໄໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະ ພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍົກ 4.0 ແລະ ເພື່ອຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ໃຫ້ນັບມື້ສູງຂື້ນ ແລະ ມີຄວາມເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂ່າວສານໃນປະຈຸບັນ.

# ຈາກນັ້ນ,ສະຫາຍ ເພັດພະຈັນ ພິມທິສານ ກໍ່ໄດ້ສະແດງຄວາມຍິນດີໃນການລົງມາເຄຶ່ອນໄຫວເຮັດວຽກໃນຄັ້ງນີ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa