ເມືອງເລົ່າງາມ ຕ້ອນຮັບການລົງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໂຄສະນາອົບຮົມສູນກາງພັກ
ຢູ່ເມືອງເລົ່າງາມ, ແຂວງສາລະວັນ
ໃນວັນທີ 12 ມິຖຸນາ 2025 ສະຫາຍ ເພັດພະຈັນ ພິມທິສານ ຮອງເລຂາພັກ, ປະທານປົກຄອງເມືອງເລົ່າງາມ ແລະ ສະຫາຍ ສຸລິຈັນ ບຸຜາດີ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະນໍາ ຄະນະໂຄສະນາອົບຮົມເມືອງ ຕ້ອນຮັບການລົງມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.
ໃນພິທີທ່ານ ສະຫາຍ ສຸລິຈັນ ບຸຜາດີ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ກ່າວຕ້ອນຮັບ. ຫຼັງຈາກນັ້ນ, ກໍ່ໄດ້ຂຶ້ນລາຍງານສະພາບລວມວຽກງານໂຄສະນາອົບຮົມເມືອງ ນັບທັງຜົນສໍາເລັດ, ດ້ານດີ, ດ້ານຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມນັ້ນ ພິທີຍັງຮັບຟັງການເຜີຍແຜ່ບົດຮຽນກ່ຽວກັບການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ແບບໃໝ່ ຈາກທ່ານວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານແລະຝຶກອົບຮົມ ຫຼັງຈາກນັ້ນ, ຍັງໄດ້ຮັບຟັງການໂອ້ລົມ ເພື່ອເປັນທິດສໍາລັບການເຄື່ອນໄຫວວຽກງານໂຄສະນາອົບຮົມ ກໍ່ຄືວຽກງານຂໍ້ມູນຂ່າວສານໃນຕໍ່ໜ້າ ເພື່ອການຫັນເປັນທັນສະໄໝ ຈາກທ່ານ ນ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.
ໂອກາດດຽວກັນນີ້, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມອບຄອມພິວເຕີ ຈຳນວນ 1 ຊຸດໃຫ້ຄະນະໂຄສະນາອົບຮົມເມືອງເລົ່າງາມ ເພື່ອປະກອບສ່ວນເຂົ້າໃນການເຮັດວຽກງານ ໃຫ້ມີຄວາມສະດວກຍີ່ງຂື້ນ.
ການລົງເຄື່ອນໄຫວວຽກ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຢູ່ເມືອງເລົ່າງາມ, ແຂວງສາລະວັນໃນຄັ້ງນີ້ ກໍເພື່ອແນະນຳ, ກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານສື່ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມ, ເປັນຕົ້ນແມ່ນເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0 ແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມເມືອງ ມີຄວາມຮູ້, ຄວາມສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການໂຄສະນາ ຫຼື ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາອົບຮົມເມືອງໃຫ້ມີຄວາມເຂັ້ມແຂງໃນການນຳໃຊ້ສື່ທີ່ທັນສະໄໝທັງສາມາດຜັນຂະຫຍາຍລົງສູ່ຮາກຖານ ໃຫ້ນັບມື້ນັບສູງຂຶ້ນ ແລະ ມີຄວາມເຂົ້າໃຈເລີກເຊິ່ງ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນປັດຈຸບັນ.