ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດກອງປະຊຸມ ຮ່ວມຊີວິດພັກ ປະຈໍາເດືອນ ກໍລະກົດ

ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດກອງປະຊຸມ ຮ່ວມຊີວິດພັກ ປະຈໍາເດືອນ ກໍລະກົດ

 

ໃນເຊົ້າວັນທີ 22 ກໍລະກົດນີ້ ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມຮ່ວມຊີວິດພັກ ປະຈໍາເດືອນກໍລະກົດ ປີ 2025 ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ເປັງ ລາດຄໍາພູມ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະສະນາອົບຮົມແຂວງ ມີສະຫາຍຄະນະພັກ, ພະນັກງານ-ຫຼັກແຫ່ງ, ພະນັກງານ-ສະມາຊິກພັກ ພາຍໃນໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ນາງ ບຸຜາ ສຸທິຈັກ ຄະນະພັກ, ຫົວໜ້າຫ້ອງການບໍລິຫານ ໄດ້ໃຫ້ກຽດຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ປະຈໍາເດືອນກໍລະກົດ ແລະ ວາງທິດທາງແຜນການ ປະຈໍາເດືອນສິງຫາ 2025. ຫຼັງຈາກນັ້ນ, ບັນດາສະຫາຍ ສະມາຊິກພັກ ກໍ່ໄດ້ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ຢ່າງມີບັນຍາກາດຟົດຟື້ນ.

ໃນຕອນທ້າຍ ສະຫາຍ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄໍາເຫັນຊີ້ນໍາວຽກງານໃນເດືອນສິງຫາ 2025 ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa