ໂຮງຮຽນການເມືອງ ແລະ ການປົກຄອງແຂວງສາລະວັນ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII 2025

ໂຮງຮຽນການເມືອງ ແລະ ການປົກຄອງແຂວງສາລະວັນ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII 2025

  

ໃນຕອນບ່າຍຂອງວັນທີ 15 ສິງຫາ 2025 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງສາລະວັນ ໄດ້ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII ຂຶ້ນຢູ່ທີ່ສະໂມສອນໂຮງຮຽນຂອງຕົນ, ໂດຍການເປັນປະທານກອງປະຊຸມ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາ

ອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ໄກສອນ ຝ້າຍພົມມະວົງໄຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍຄະນະ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ພະນັກງານຄູອາຈານພາຍໃນໂຮງຮຽນ ແລະ ນັກສຶກສາທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII  ເຂົ້າຮ່ວມ.

ໃນພິທີທ່ານ  ນາງ ໄກສອນ ຝ້າຍພົມມະວົງໄຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ  ໄດ້ຂຶ້ນມະຕິຕົກລົງເລກກທີ 1347/ຄຈພຂ,ສວ, ລົງວັນທີ 14/8/2025 ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII ປີ 2025 ຈາກນັ້ນຄະນະຮັບຜິດຊອບຈັດພິທີ່ດັ່ງກ່າວ ໄດ້ຜ່ານຂໍ້ຕົກລົງ ເລກທີ 22/ຄຈພຂ,ສວ, ລົງວັນທີ 16/7/2025 ວ່າດ້ວຍ : ອະນຸມັດໃຫ້ພະນັກງານຫຼັກແຫຼ່ງ ເຂົ້າຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII ແລະ ຜ່ານແຜນການຮຽນ-ການສອນ ທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII ເຊິ່ງມີເນື້ອໃນດັ່ງນີ້: ໃນຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ VII  ມີນັກສຶກສາທັງໝົດ 50 ສະຫາຍ, ຍິງ 13 ສະຫາຍ ນັກສຶກສາມາຈາກພະແນກການອ້ອມຂ້າງແຂວງ, ເມືອງ ແລະ ບັນດາໂຮງຮຽນຕ່າງໆທົ່ວແຂວງ. ຫຼັກສູດການຈັດຕັ້ງປະຕິບັດການຮຽນ-ການສອນໃຊ້ເວລາທັງໝົດແມ່ນ 3 ເດືອນ ຫຼື ເທົ່າກັບ 14 ອາທິດ, ເນື້ອໃນຫຼັກສູດ ປະກອບມີ 8 ກຸ່ມວິຊາ.

ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa