ຄະນະໂຄສະນາອົບຮົມແຂວງ ສາລະວັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານວຽກງານເວັບໄຊ ຮູບແບບທາງໄກ

ຄະນະໂຄສະນາອົບຮົມແຂວງ ສາລະວັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານວຽກງານເວັບໄຊ ຮູບແບບທາງໄກ

 

ວັນທີ 4 ກັນຍາ 2025 ນີ້ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເວັບໄຊ ຄອຮ.ຂ ທົ່ວປະເທດ ປະຈໍາໄຕມາດ III (7-8-9) ປີ 2025 ແລະ ທິດທາງແຜນການປະຈໍາໄຕມາດ IV (10-11-12) 2025 ຂື້ນຢູ່ທີ່ຫ້ອງປະຊຸມຂອງຕົນ (ຮູບແບບທາງໄກ) ໃຫ້ກຽດເປັນປະທານຂອງ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີບັນດາທ່ານຄະນະໂຄສະນາອົບຮົມແຂວງ, ບັນດາຫົວໜ້າຂະແໜງການກ່ຽວຂ້ອງ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ; ໃນນັ້ນຄະນະໂຄສະນາອົບຮົມແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈັນທະວອນ ສີຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມສ່ອງແສງລາຍງານຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ປະຈໍາໄຕມາດຜ່ານມາ ມີຄວາມສະດວກ ແລະ ຄວາມຫຍຸ້ງ ພາຍຫຼັງປະກາດວຽກງານຖະແຫຼງຂ່າວ ມາຂື້ນກັບຄະນະໂຄສະນາອົບຣົມແຂວງ ແລະ ລາຍງານທິດທາງແຜນການ ການຈັດຕັ້ງປະຕິບັດວຽກງານເວັບໄຊໃນຕໍ່ໜ້າພາຍຫຼັງວຽກງານສື່ມວນຊົນມາຂື້ນກັບຄະນະໂຄສະນາອົບຮົມແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ; ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ກໍ່ໄດ້ລາຍງາຍລາຍງານ ຕາມຄໍາຖາມເຈາະຈີ້ມ ຈາກຂັ້ນສູນກາງ ເປັນຕົ້ນ: ຄະນະໂຄສະນາອົບຮົມແຂວງ ແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ມີຖານະທຽບເທົ່າກັບບັນດາ ພະແນກການ ແລະ ອົງການທຽບເທົ່າຂັ້ນແຂວງ ຢູ່ພາຍໃຕ້ການກວດກາວິຊາສະເພາະ ຂອງຄະນະໂຄສະນາອົບຮົມສູນກາງພັກ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະປະຈຳພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານປາຖະກະຖາ, ວຽກງານເກັບກຳ, ຕິດຕາມສະພາບແນວຄິດທາງສຽງສັງຄົມ ໃນແຂວງ; ພາຍຫຼັງທີ່ໂອນວຽກຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບ ຄະນະໂຄສະນາອົບຮົມແຂວງ; ຄະນະໂຄສະນາອົບຮົມແຂວງສາລະວັນ ປະກອບມີ 5 ຂະແໜງຕົ້ນຕໍຄື: ຂະແໜງບໍລິຫານ, ຂະແໜງໂຄສະນາ-ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່, ຂະແໜງອົບຮົມ, ຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ແລະ ຂະແໜງຖະແຫຼງຂ່າວ-ສື່ມວນຊົນ; ສໍາລັບພະນັກງານຄະນະໂຄສະນາອົບຮົມແຂວງ ມີ 46 ທ່ານ, ຍິງ 18 ທ່ານ, ໃນນັ້ນ ຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ມີພະນັກງານທັງໝົດ 2 ທ່ານ, ຍິງ 1 ທ່ານ; ພ້ອມນີ້ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ໃນໄລຍະ 3 ເດືອນຜ່ານມາ ຂະແໜງສັງລວມທາງສຽງສັງຄົມ-ຂໍ້ມູນຂ່າວສານ ໄດ້ປະກອບສວນເຂົ້າໃນການຂຽນຂ່າວ, ລົງຂ່າວ, ຈັດການບໍລິການໜ້າເວັບໄຊສ ເຊິ່ງຜ່ານມາໄດ້ຂຽນຂ່າວລົງຜ່ານທີ່ເວັບໄຊສ ແລະ ເຟສບຸກ ໄດ້ທັງໝົດ 35 ບົດ ເຊິ່ງປະກອບມີຂ່າວການເຄື່ອນໄຫວ ຂອງຄະນະນໍາຄະນະໂຄສະນາອົບຮົມແຂວງ, ຂ່າວພິທີ ປາຖະກະຖາວັນສໍາຄັນຕ່າງໆ ຂອງພັກຂອງຊາດ ຂອງສາກົນ, ຮຽນສະໜັບສະໜູນໃຫ້ແກ່ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ແລະ ຂ່າວທີ່ສໍາຄັນອື່ນໆອີກ.

ທິດທາງແຜນການໃນຕໍ່ໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ຈະສືບຕໍ່ລົງເກັບກຳຂ່າວ, ຂຽນຂ່າວການເຄື່ອນໄຫວຂອງຄະນະນໍາ, ຄະນະໂຄສະນາອົບຮົມແຂວງ ລົງຜ່ານສື່ເອເລັກໂຕຼນິກ ເປັນຕົ້ນ: ເວັບໄຊສ, ເຟສບຸກ;ສືບຕໍ່ຄຸ້ມຄອງ ລະບົບເວັບໄຊສ, ເຟສບຸກຂອງຄະນະໂຄສະນາອົບຮົມແຂວງ; ຕິດຕໍ່ພົວພັນ ກັບແອັດມິນເວັບໄຊ ຂອງຄະນະໂຄສະນາອົບຮົມສູນກາງພັກ; ປະສານສົມທົບກັບພະແໜງຖະແຫຼງຂ່າວ, ສື່ມວນຊົນ ຂອງຄະນະໂຄສະນາອົບຮົມແຂວງ ເພື່ອນໍາເອົາຂ່າວລົງເວັບໄຊສ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa