ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ເອົາຊະນະເຮືອແກ້ວມັງກອນ ປ້ອງກັນແຊ້ມໄດ້ຕໍ່ເນື່ອງ ໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ເອົາຊະນະເຮືອແກ້ວມັງກອນ ປ້ອງກັນແຊ້ມໄດ້ຕໍ່ເນື່ອງ ໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງສາລະວັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-7 ກັນຍານີ້, ເປັນການແຂ່ງຂັນແບບເປີດກວ້າງ ມີເຮືອເຂົ້າຮ່ວມທັງພາຍໃນ ແລະ ຕ່າງເມືອງ, ຕ່າງແຂວງ, ມີທັງໝົດ 39 ລຳ, 64 ຄະນະ, ແບ່ງອອກເປັນ 2 ສາຍຄື: ເຮືອປະເພນີພາຍໃນເມືອ ງມີ: ເຮືອ 12 ສີພາຍ (ຊາຍ-ຍິງ) ແລະ 25-29 ສີພາຍ (ຊາຍ-ຍິງ), ສາຍເປີດກ້ວາງຕ່າງເມືອງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດມີ: ເຮືອ 12 ສີພາຍ (ຊາຍ-ຍິງ), 25-29 ສີພາຍ (ຊາຍ-ຍິງ) ແລະ ຮຸ່ນ 35 ສີພາຍຊາຍ. ໃນປີນີ້ໄດ້ວາງເງິນລາງວັນສູງເຖີງ 300 ລ້ານກວ່າກີບ.

ຜ່ານການແຂ່ງຂັນໃນສະໜາມ ເຮືອນັນຕະໄຊ ຕົວແທນຈາກແຂວງສະຫວັນນະເຂດ ສາມາດປ້ອງກັນແຊ້ມເຮືອຊ່ວງໄດ້ຕໍ່ເນື່ອງ ທີ່ສະໜາມແຂ່ງຂັນ ເມືອງສາລະວັນ ຫຼັງເອົາຊະນະສີພາຍເຮືອຊ່ວງ ແກ້ວມັງກອນ (ທະຫານແຂວງ) ແບບດຸເດືອດ, ໃນປະເພດເຮືອໃຫຍ່ 35 ສີພາຍ ແບບເປີດກວ້າງ ໄດ້ຮັບລາງວັນຊະນະເລີດ, ເປັນເງິນສົດ 35 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ໄດ້ແກ່ເຮືອແກ້ວມັງກອນ ຮັບເງິນສົດ 15 ລ້ານກີບ, ທີ 3 ເຮືອໜຸ່ມສາລະວັນ+ຣາຊາ ຮັບເງິນສົດ 10 ລ້ານກີບ ແລະ ທີ 4 ເຮືອເທບສັງທອງ88 ເມືອງເລົ່າງາມ ໄດ້ຮັບເງິນສົດ 6 ລ້ານກີບ. ສຳລັບປະເພດເຮືອ 29 ສີພາຍ (ຊາຍ) ເປີດກວ້າງ ເຮືອບ້ານບັງຄານ້ຳ (ສຸຣິຍະເທບ) ສາມາດປ້ອງກັນແຊ້ມໄດ້, ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25 ລ້ານກີບ, ທີ 2 ໄດ້ແກ່ເຮືອແກ້ວມັງກອນ (ທະຫານແຂວງ) ຮັບເງິນສົດ 14 ລ້ານກີບ, ທີ 3 ເຮືອບ້ານເຕເມສັງທອງ ໄດ້ຮັບເງິນສົດ 7 ລ້ານກີບ ແລະ ທີ 4 ເຮືອບ້ານຫຼັກສອງ ຮັບເງິນລາງວັນ 4 ລ້ານກີບ. ເຮືອ 29 ສີພາຍ ປະເພດຍິງ, ທີ 1 ໄດ້ແກ່ເຮືອບ້ານໜອງໂພ+ບັງຄານ້ຳ ທີ່ສາມາດປ້ອງກັນແຊ້ມໄດ້, ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25 ລ້ານກີບ, ທີ 2 ບ້ານຈານລານເຊ, ຮັບເງິນ 14 ລ້ານກີບ, ທີ 3 ເຮືອທ່າເມືອງເຊ ຮັບເງິນສົດ 7 ລ້ານກີບ ແລະ ທີ 4 ເຮືອບ້ານໂພນຕານ ໄດ້ຮັບເງິນ 4 ລ້ານກີບ.

ເຮືອປະເພດ 12 ສີພາຍ (ຊາຍ), ຊະນະເລີດໄດ້ແກ່ເຮືອທິດາວາປີ2, ທີ 2 ເຮືອຈານລານເຊ, ທີ 3 ເຮືອບ້ານບັງຄານໍ້າ ແລະ ທີ 4 ເຮືອທິດາວາປີ1. ປະເພດຍິງ ທີ 1 ໄດ້ແກ່ເຮືອບ້ານໂພນຕານ, ທີ 2 ເຮືອເທບກໍາໄລເພັດ, ທີ 3 ເຮືອບ້ານຄັນໝາກໂຍດ ແລະ ທີ 4 ໄດ້ແກ່ເຮືອບ້ານທ່າເມືອງເຊ. ສ່ວນເຮືອ 12 ສີພາຍ (ພາຍໃນເມືອງ) ປະເພດຊາຍ, ທີ 1 ໄດ້ແກ່ເຮືອບ້ານຫຼັກສອງ, ທີ 2 ແມ່ນເຮືອບ້ານໂພນແພງ, ທີ 3 ເຮືອບ້ານຄັນໝາກໂຍດ ແລະ ທີ 4 ເຮືອບ້ານທ່າເມືອງເຊ. ສຳລັບເຮືອຊ່ວງ 12 ສີພາຍ(ພາຍໃນເມືອງ) ປະເພດຍິງ, ທີ 1 ແມ່ນເຮືອບ້ານທ່າເມືອງເຊ1, ທີ 2 ບ້ານຄັນໝາກໂຍດ, ທີ 3 ເຮືອບ້ານທ່າເມືອງເຊ2 ແລະ ທີ 4 ເຮືອບ້ານໂພນຕານ 1. ສໍາລັບລາງວັນເຮືອປະເພດ 12 ສີພາຍ: ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 17 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 10 ລ້ານກີບ, ທີ 3 ຮັບເງິນສົດ 5 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 3 ລ້ານກີບ.

ໃນພິທີມອບເງິນ ແລະ ຂັນລາງວັນ, ໃຫ້ກຽດມອບໂດຍ: ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະເພດເຮືອໃຫຍ່ 35 ສີພາຍ, ປະເພດ 29 ສີພາຍ, ມອບໂດຍ: ທ່ານ ປະເດີມພອນ ສົນທະນີ ຮອງເຈົ້າແຂວງສາລະວັນ, ທ່ານ ຈັນສີລອນ ສີສົມບູນ ປະທານຈັດງານບຸນຊ່ວງເຮືອ ປະຈຳປີ 2025 ໃຫ້ກຽດມອບລາງວັນປະເພດ 12 ສີພາຍ ແລະ ບັນດາທ່ານການນໍາຂອງແຂວງ, ເມືອງ ກໍໄດ້ໃຫ້ກຽດມອບລາງວັນອື່ນໆ ຕາມດໍາລັບ ໃຫ້ແກ່ທີມສີພາຍເຮືອຊ່ວງ ແຕ່ລະຄະນະ. ສໍາລັບເຮືອຕີຊ້າງນ້ຳນອງ (ເຮືອງາມ) ທີ 1 ໄດ້ແກ່ເຮືອບ້ານບຶງໄຊ ໄດ້ຮັບເງິນສົດ 2 ລ້ານກີບ, ທີ 2 ເຮືອບ້ານໜອງໃສ ໄດ້ຮັບເງິນ 1.500.000 ກີບ ແລະ ທີ 3 ເຮືອບ້ານໂພນບົກ ໄດ້ຮັບເງິນ 1 ລ້ານກີບ.

——————————————-

#ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa