ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ

ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ

 

ສະຫະພັນນັກຮົບເກົ່າແຂວງສາລະວັນ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ( ວັນທີ 09 ກັນຍາ 2002 – 09 ກັນຍາ 2025),

ໂດຍໃຫ້ກຽດປາຖະກະຖາຂອງ ສະຫາຍ ບົວສີ ຄ່ຽມມະນີຂັນໄຊ ອາດີດຮອງເລຂາພັກແຂວງ, ອາດີດປະທານແນວລາວສ້າງຊາດແຂວງສາລະວັນ ໂດຍ ໄດ້ຫວນຄືນມູນເຊື້ອການເຕີບໃຫຍ່ຂອງສະຫະພັນນັກຮົບເກົ່າລາວ ຕະຫຼອດໄລຍະ 23 ປີຜ່ານມາ ຄະນະນຳສະຫະພັນນັກຮົບເກົ່າແຕ່ລະຂັ້ນ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ເຮັດໜ້າທີ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ບັນດາສະຫາຍສະມາຊິກນັກຮົບເກົ່າ, ພະນັກງານ-ລັດຖະກອນດ້ວຍຫຼາຍຮູບຫຼາຍວິທີ; ຊື່ງໄດ້ຫັນລົງຮາກຖານ, ເກັບກຳສະພາບການເມືອງແນວຄິດ, ຮັບຟັງຄຳຄິດຄຳເຫັນຂອງແຕ່ລະເປົ້າໝາຍຂອງລັດ; ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ; ລົງປາຖະກະຖາຢູ່ກະຊວງ, ສະຖາບັນ, ໂຮງຮຽນ, ໂຮງໝໍ ແລະ ກົມກອງຕ່າງໆ ເພື່ອຫວນຄືນມູນເຊື້ອ ແລະ ຜົນງານອັນໂດດເດັ່ນທີ່ມີເນື້ອໃນ, ມີຄວາມໝາຍສຳຄັນ ແລະ ເປັນການສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ, ລັດຖະກອນໄດ້ເຊື່ອມຊຶມກຳແໜ້ນ ແລະ ສືບຕໍ່ຮໍ່າຮຽນ, ສືບທອດເອົາມູນເຊື້ອທີ່ພໍ່ແມ່, ອາວອາ, ປ້າລຸງ ໄດ້ສ້າງໃນໄລຍະຜ່ານມາ, ອັນພົ້ນເດັ່ນ ໃນປີ 2018 ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຖືກຮັບຮອງເອົາຢ່າງເປັນທາງການ, ເຊິ່ງເປັນຂີດໝາຍປະຫວັດສາດຂອງສະຫະພັນນັກຮົບເກົ່າທີ່ມີນິຕິກຳໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໂດຍແທ້ຈິງຕໍ່ພະນັກງານ-ນັກຮົບເກົ່າ; ໄດ້ຍົກສູງສະຕິຄວາມເປັນແບບຢ່າງໃຫ້ແກ່ຄົນຮຸ່ນໜຸ່ມ, ດຳລົງຊີວິດປອດໃສ; ປະກອບສ່ວນສຶກສາອົບຮົມລູກຫຼານຢູ່ຮາກຖານ, ປຸກລະດົມຊາວໜຸ່ມອອກປະຕິບັດພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ປະຈຸບັນ ກົງຈັກສະຫະພັນນັກຮົບເກົ່າໃນທົ່ວປະເທດ ມີ 17 ແຂວງ ແລະ ນະຄອນຫຼວງວຽງຈັນ, ຂັ້ນເມືອງສ້າງຕັ້ງໄດ້ທັງໝົດ 145 ເມືອງ ແລະ 3 ນະຄອນ, ສະຫະພັນນັກຮົບເກົ່າຂັ້ນບ້ານ ໄດ້ທັງໝົດ1.753 ບ້ານ, ສະມາຊິກນັກຮົບເກົ່າທັງໝົດ 53.074 ສະຫາຍ,ຍິງ 5,826 ສະຫາຍ ກວມເອົາ 85% ຂອງຈຳນວນນັກ ຮົບເກົ່າທັງໝົດ, ຄະນະບໍລິຫານງານຂັ້ນສູນກາງ 27 ສະຫາຍ, ຂັ້ນແຂວງ 221 ສະຫາຍ, ຂັ້ນເມືອງ 1.851 ສະຫາຍ, ຂັ້ນບ້ານ 3.488 ສະຫາຍ; ສາມາດອອກບັດສະມາຊິກນັກຮົບເກົ່າໄດ້ທັງໝົດ 15.636 ບັດ, ກວມ 30% ຂອງສະມາຊິກທັງໝົດ. ພັກ-ລັດ ໄດ້ໃຫ້ຄວາມສຳຄັນ ແລະຕີລາຄາສູງຕໍ່ບັນດານັກຮົບເກົ່າປະຕິວັດ ທີ່ໄດ້ປະກອບສ່ວນອັນສຳຄັນໃນພາລະກິດປະຕິວັດຊາດປະຊາທິປະໄຕ ກໍ່ຄືບົດບາດຂອງນັກຮົບເກົ່າໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ ໃນໄລຍະໃໝ່ ຮອດປີ 2002 ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 68/ກມສພ; ລົງວັນທີ 9/9/2002 ວ່າດ້ວຍການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ; ສະນັ້ນ, ວັນທີ 9 ກັນຍາ 2002 ຈິ່ງເປັນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 09 ກັນຍາ 2025 ທີ່ຫ້ອງປະຊຸມສະຫະພັນນັກຮົບເກົ່າແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍພັທ ສຳລີ ໂພທິສານ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະທານສະຫະພັນນັກຮົບເກົ່າແຂວງສາລະວັນ, ທ່ານຮອງຫົວພະແນກການ, ພະນັກງານຫຼັກແຫຼ່ງ, ພະນັກງານລັດຖະກອນອ້ອມຂ້າງແຂວງ, ນາຍ ແລະພົນຕຳຫຼວດເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa