ສາລະວັນປະກາດໂຮມພະແນກຊັບພະຍາກອນ ແລະສິ່ງແວດລ້ອມເຂົ້າກັບພະແນກກະສິກຳ ແລະປ່າໄມ້ ຕິດພັນກັບການປັບປຸງການຈັດຕັ້ງ ແລະ ປະກາດພະນັກງານເຂົ້າຮັບອຸດໜູນບໍານານ
ໃນວັນທີ 10 ກັນຍາ 2025 ແຂວງສາລະວັນ ໄດ້ຈັດພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກຊັບພະຍາກອນ ແລະສິ່ງແວດລ້ອມແຂວງ ເຂົ້າກັບພະແນກກະສິກຳ ແລະປ່າໄມ້ ແຂວງ ຢູ່ທີ່ພະແນກກະສິກໍາ ແລະປ່າໄມ້ແຂວງ, ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ-ພະນັກງານ; ມີສະຫາຍ ສັກດາ ແກ້ວດວງສີ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນ ແລະສິ່ງແວດລ້ອມແຂວງ; ສະຫາຍ ສີວັນພະກອນ ວົງບຸນທັນ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ; ມີບັນດາສະຫາຍຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານ-ລັດຖະກອນຂັ້ນແຂວງ-ຂັ້ນເມືອງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິກໍ່ໄດ້ຜ່ານບົດລາຍງານຫຍໍ້ສະພາບການປັບປຸບກົງຈັກການຈັດຕັ້ງ, ຜ່ານຄໍາສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 13/ຄຈພຂ, ລົງວັນທີ 9 ກັນຍາ 2025 ວ່າດ້ວຍການຍຸບເລີກ ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ໜ່ວຍພັກຮາກຖານພະແນກຊັບພະຍາກອນ ແລະສິ່ງແວດລ້ອມ ແລະ ໜ່ວຍພັກຂຶ້ນກັບ; ຜ່ານແຈ້ງການເຖິງພະແນກກະສິກຳ ແລະປ່າໄມ້ ແລະພະແນກຊັບພະຍາກອນແລະສິ່ງແວດລ້ອມ ໃຫ້ແຈ້ງພະນັກງານ- ລັດຖະກອນຜູ້ທີ່ຄົບເງື່ອນໄຂ ອອກພັກການ ລໍຮັບອຸດໜູນບຳນານ ໃນງວດທີ I ປີ 2026 ຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ, ປະກາດຮັບຮອງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງພະແນກກະສິກຳ ແລະສິ່ງແວດລ້ອມ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 1394-1395/ຄຈພຂ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ໃໝ່ແລະບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ພະແນກກະສິກຳ ແລະສິ່ງແວດລ້ອມ
ໃນນັ້ນໄດ້ເຫັນດີ ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ມີ 09 ສະຫາຍ ຍິງ 02 ສະຫາຍ ປະກອບມີ:
- ສະຫາຍ ສີວັນພະກອນ ວົງບຸນທັນເລຂາຄະນະພັກຮາກຖານ.
- ສະຫາຍ ສີນໄຊ ເພັດແພງລາສີຮອງເລຂາ ຄະນະພັກຮາກຖານ.
- ສະຫາຍ ປອ ສຸພະໄຊ ບຸນຍົງກຳມະການ ຄະນະພັກຮາກຖານ ທັງເປັນປະທານກວດກາພັກ.
- ສະຫາຍ ມະໂນຫວັງ ພົງອຸດົມກຳມະການ ຄະນະພັກຮາກຖານ ເປັນຮອງປະທານກວດກາພັກ.
- ສະຫາຍ ນ ດາວັນ ຄໍານວນວິຈິດກຳມະການ ຄະນະພັກຮາກຖານ
- ສະຫາຍ ວິໄລສັກ ພົມພັກດີກຳມະການ ຄະນະພັກຮາກຖານ ເປັນຮອງປະທານກວດກາພັກ.
- ສະຫາຍ ຂັນທະໄລ ທອງພັນເຮືອງສີກຳມະການ ຄະນະພັກຮາກຖານ.
- ສະຫາຍ ໄກສອນ ສີຫາເທບກຳມະການ ຄະນະພັກຮາກຖານ.
- ສະຫາຍ ນາງ ດາວມະນີ ປະສານສອນກຳມະການ ຄະນະພັກຮາກຖານ.
ພ້ອມນີ້ຍັງໄດ້ຮັບຮອງໂຄງປະກອບການຈັດຕັ້ງ ພະແນກກະສິກຳ ແລະສິ່ງແວດລ້ອມ ໃໝ່ ປະກອບມີ 11 ຂະແໜງ ແລະ 02 ກອງຄື:ຂະແໜງບໍລິຫານ, ແຜນການ-ຈັດຕັ້ງ, ຂະແໜງກວດກາ, ຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ, ຂະແໜງປູກຝັງ,ຂະແໜງລ້ຽງສັດ ແລະ ການປະມົງ, ຂະແໜງຊົນລະປະທານ,ຂະແໜງປ່າໄມ້, ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ, ຂະແໜງພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ຂະແໜງສິ່ງແວດລ້ອມ, ຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ,ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ກອງຄຸ້ມ 3 ປະເພດປ່າ(ທຽບເທົ່າຂະແໜງ),
#ພອມທັງໄດ້ຮັບຮອງໂຄງປະກອບດ້ານບຸກຄະລາກອນ ເປັນຕົ້ນ: ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຄື:
- ທ່ານ ສີວັນພະກອນ ວົງບຸນທັນເປັນຫົວໜ້າພະແນກ.
- ທ່ານ ສິນໄຊ ເພັດແພງລາສີເປັນຮອງຫົວໜ້າພະແນກ.
- ທ່ານ ປອ ສຸພະໄຊ ບຸນຍົງເປັນຮອງຫົວໜ້າພະແນກ.
- ທ່ານ ມະໂນຫວັງ ພົງອຸດົມເປັນຮອງຫົວໜ້າພະແນກ.
- ທ່ານ ນ ດາວັນ ຄໍານວນວິຈິດເປັນຮອງຫົວໜ້າພະແນກ.
- ທ່ານ ວິໄລສັກ ພົມພັກດີເປັນຮອງຫົວໜ້າພະແນກ
ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ປະກອບມີ:
- ຫ້ອງການ ບໍລິຫານ,ແຜນການ ແລະ ຈັດຕັ້ງ.
– ທ່ານ ນາງ ດາວມະນີ ປະສານສອນເປັນຫົວໜ້າ
– ທ່ານ ຈິດປະໄຊ ສີສຸທັມເປັນຮອງ
– ທ່ານ ຈັນທະຄອນ ພິມວິໄລພອນເປັນຮອງ
– ທ່ານ ນາງ ເລີດດາວວອນ ພອນວິໄລເປັນຮອງ
- ຂະແໜງ ກວດກາລັດ.
– ທ່ານ ບຸນມີ ສີບຸນມາບເປັນຫົວໜ້າ
– ທ່ານ ອຸດົມໄຊ ດວງຍະເດດເປັນຮອງ
– ທ່ານ ພັດສະຫວັນ ໄຊຍະວົງເປັນຮອງ
- ຂະແໜງ ສົ່ງເສີມກະສິກຳ ແລະ ສະຫະກອນ.
– ທ່ານ ສົມໝາຍ ແກ້ວລະຄອນເປັນຫົວໜ້າ
– ທ່ານ ອາດ ເກດທອງຄໍາເປັນຮອງ
– ທ່ານ ປຸວິຊຽນ ຟອງມະນີວັນເປັນຮອງ
- ຂະແໜງ ປູກຝັງ
– ທ່ານ ຊົມສາຍຕາ ພູທິໃຈເປັນຫົວໜ້າ
– ທ່ານ ບໍລິກັນ ເພັງຄໍາອ່ອນເປັນຮອງ
– ທ່ານ ແສງຈັນ ຄໍາໂສພາເປັນຮອງ
- ຂະແໜງ ລ້ຽງສັດ ແລະການປະມົງ.
– ທ່ານ ເພັດນິກອນ ສິນທະຈັກເປັນຫົວໜ້າ
– ທ່ານ ສົມພອນ ພອນທິບສະຫວັດເປັນຮອງ
– ທ່ານ ຄໍາໃສ ແກ້ວສີດາວັນເປັນຮອງ.
- ຂະແໜງ ຊົນລະປະທານ
– ທ່ານ ຄໍາແສງ ແສງຈັນທະວົງເປັນຫົວໜ້າ
– ທ່ານ ບຸນມີ ອຸດທະຄຳມີເປັນຮອງ
– ທ່ານ ໄຊຊະນະ ບໍລິສຸດເປັນຮອງ
- ຂະແໜງ ປ່າໄມ້
– ທ່ານ ຂັນທະໄລ ທອງພັນເຮືອງສີເປັນຫົວໜ້າ
– ທ່ານ ກົງໃຈ ສີຫາຈັກເປັນຮອງ
– ທ່ານ ດາວວອນ ປະເສີດເປັນຮອງ
- ຂະແໜງ ຄຸ້ມຄອງ ແລະພັດທະນາທີ່ດິນ
– ທ່ານ ມີກອນ ອິນທະປະເສີດເປັນຫົວໜ້າ
– ທ່ານ ສຸພິດ ຈັນທະບົວສອນເປັນຮອງ
– ທ່ານ ທົດສາຄອນ ສີລິສົງຄາມເປັນຮອງ
- ຂະແໜງ ພັດທະນາຊົນນະບົດ ແລະຫລຸດຜ່ອນຄວາມທຸກຍາກ
-ທ່ານ ທິລາດ ແກ້ວພິລົມເປັນຫົວໜ້າ
– ທ່ານ ອານົງ ໄຊສົມບັດເປັນຮອງ
– ທ່ານ ເຄນ ໂພໄຊເປັນຮອງ
10.ຂະແໜງສິ່ງແວດລ້ອມ
– ທ່ານ ອິນນປອນ ໄກຍະຮັກເປັນຫົວໜ້າ
– ທ່ານ ໄພໂລດ ເຄນບຸບຜາເປັນຮອງ
– ທ່ານ ສຸດາພອນ ແກ້ວຄໍາຄຸນເປັນຮອງ
- ແໜງຊັບພະຍາກອນນໍ້າ,ອຸຕຸ, ອຸທົກກະສາດ
– ທ່ານ ວິລັດ ປາລະມີເປັນຫົວໜ້າ
– ທ່ານ ສຸບິນ ແກ້ວປົວລາວັນເປັນຮອງ
– ທ່ານ ນາງ ກັນລະຍາ ສິນລິດສະໝີເປັນຮອງ
- ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
– ທ່ານ ໄກສອນ ສີຫາເທບເປັນຫົວໜ້າ
– ທ່ານ ເກດສຸລິນ ນະວົງສາເປັນຮອງ
– ທ່ານ ສຸກສາຄອນ ບຸບຜາວົງເປັນຮອງ
- ກອງຄຸ້ມຄອງ 3 ປະເພດປ່າ ( ປ່າຜະລິດ, ປ່າສະຫງວນ,ປ່າປ້ອງກັນ )
– ທ່ານ ສຸລິເດດ ຕື້ຊົງເດດເປັນຫົວໜ້າ
– ທ່ານ ບຸນທະວີ ເຂັມຄໍາເປັນຮອງ
– ທ່ານ ສັງວຽນ ທິດາລັກເປັນຮອງ.
ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນການປະຕິບັດຕາມແນວທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການນໍາໜ້າຂອງພັກ ເຂົ້າສູ່ລວງເລິກ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງລັດ ມີຄວາມກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ; ມີການບໍລິຫານ ທີ່ນໍາໃຊ້ຊັບພະຍາກອນມະນຸດຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ; ສາມາດແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ, ເຮັດໃຫ້ກົງຈັກບໍ່ໃຫຍ່ໂຕ, ຫຼຸດຂອດຂັ້ນການເຮັດວຽກ, ຫັນສູ່ຄວາມທັນສະໄໝ; ຫຼຸດຜ່ອນຊ່ອງຫວ່າງ ຄວາມຫຍໍ້ທໍ້, ໂຍນຄວາມຮັບຜິດຊອບ, ເອື່ອອີງໃສ່ກັນ; ສ້າງຄວາມໂປ່ງໃສໃນການປະຕິບັດວຽກງານ ທີ່ສາມາດກວດສອບໄດ້ ຢ່າງເປັນລະບົບ ແນໃສ່ຮັບ ປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບ ແນວທາງນະໂຍບາຍ, ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.