ເມືອງວາປີ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນຄັ້ງທີX

ເມືອງວາປີ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນຄັ້ງທີX

ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ,ໃຫ້ກຽດເປັນປະທານພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນ ຄັ້ງທີ X ຢູ່ສະໂມສອນ ເມືອງວາປີ ໃນຕອນເຊົ້າຂອງວັນທີ 11 ກັນຍາ 2025 ເມືອງ, ໃຫ້ກຽດເຂົ້າຮ່ວມ ສະຫາຍ ຂັນໄຊ ລັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງທີ 14, ສະຫາຍ ບຸນຍູ້ ຈັນທະລັງສີ ກຳມະການພັກແຂວງ ເລຂາພັກເມືອງວາປີ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຮອງ ຫ້ອງການຕະຫຼອດຮອດເລຂາພັກນາຍບ້ານ ເຂົ້າຮ່ວມ.

ພາຍຫຼັງຄະນະອົງການປົກຄອງເມືອງວາປີ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ພາຍຫຼັງສຳເລັດເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວາປີ ໂດຍສັງເຂບ.

ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ກໍ່ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນ ແຂວງສາລະວັນ ຄັ້ງທີ X ທີ່ໄດ້ໄຂຂື້ນຢ່າງເປັນທາງການ ເຊີ່ງໄດ້ດໍາເນີນແຕ່ວັນທີ 6-7 ສິງຫາ 2025, ຢູ່ສະໂມສອນຂອງແຂວງ, ໂດຍເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສາລະວັນ, ກອງປະຊຸມຮູ້ສຶກເປັນກຽດຕ້ອນຮັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 447 ສະຫາຍ, ຍິງ 58 ສະຫາຍ, ໃນນັ້ນຜູ້ແທນສົມບູນ 363 ສະຫາຍ, ຍິງ 54 ສະຫາຍ, ມາຈາກຂະເເໜງການ, ກົມກອງອ້ອມຂ້າງແຂວງ ແລະ 8 ເມືອງ, ທີ່ເປັນຕົວແທນໃຫ້ແກ່ສໍາມະຊິກພັກທັງໝົດໃນທົ່ວແຂວງສາລະວັນ, ຈໍານວນ 16.839 ສະຫາຍ, ຍິງ 4.051 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ເເຂວງສາລະວັນ ຄັ້ງທີ X ໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ, ປະຊາມະຕິເອົາເລຂາ,ຮອງເລຂາຄະນະບໍລິຫານພັກແຂວງ ແລະ ເລືອກຕັ້ງເອົາປະທານ,ຮອງປະທານຄະນະກວດກາພັກແຂວງ ພ້ອມທັງກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ເຊີ່ງມີຜູ້ສະມັກທັງໝົດຈໍານວນ 31 ສະຫາຍ, ຍິງ 3 ສະຫາຍ, ເລືອກໄດ້ຈໍານວນ 26 ສະຫາຍ, ຍິງ 3 ສະຫາຍ, ອີກ 5 ສະຫາຍ ເປັນຜູ້ແທນສໍາຮອງ.

ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ຍັງໄດ້ລາຍງານຕື່ມວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນເຮົາ ພວມບຸກບືນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ຕິດພັນກັບການສ້າງຜົນງານ ຂໍານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສຳຄັນຂອງພັກ ແລະ ຂອງຊາດ ໃນປີ 2025 ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ເພື່ອເປັນການທົບທວນຄືນ ກໍ່ຄືເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ໃຫ້ແກ່ຄະນະບໍລິຫານງານພັກເມືອງ ພາຍຫຼັງດຳເນີນກອງປະຊຸມໃຫຍ່ຂອງຕົນສຳເລັດ, ຂ້າພະເຈົ້າ ຂໍມີຄຳເຫັນ ໃນຫົວຂໍ້ກ່ຽວກັບ: ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກເມືອງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ດັ່ງນີ້:

ໜ້າທີ່ຂອງຄະນະບໍລິຫານງານພັກເມືອງ: ຮັບຜິດຊອບໂດຍກົງຕໍ່ຄະນະພັກຂັ້ນເທິງ ກ່ຽວກັບຜົນໄດ້-ຜົນເສຍ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ.ນໍາພາການເຄື່ອນໄຫວທົ່ວອົງຄະນະພັກ ລະຫວ່າງ ສອງກອງປະຊຸມໃຫຍ່ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຕົ້ນ; ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ;ນຳພາສຶກສາອົບຮົມການເມືອງ, ແນວຄິດ ແລະ ນຳພາບັນດາການຈັດຕັ້ງຢູ່ທ້ອງຖິ່ນ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ;ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານຄຸ້ມຄອງ-ປ້ອງກັນພັກ ແລະ ບັນດາການຈັດຕັ້ງພັກຢູ່ຂັ້ນຂອງຕົນ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປະກອບສ່ວນສ້າງ ແລະ ຫັນແນວທາງນະໂຍບາຍຂອງພັກ ໃຫ້ເປັນອັນລະອຽດ;ເຄົາລົບ ແລະ ເປັນເຈົ້າການປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ, ປະຕິບັດລະບອບການປະສານງານ ລະຫວ່າງຄະນະພັກ ກັບອົງການນຳລັດ ແລະ ອົງການຈັດຕັ້ງມະຫາຊົນ ເປັນປົກກະຕິ;ພິຈາລະນາຕົກລົງ, ຮັບຮອງເອົາບັນດາແຜນນະໂຍບາຍ, ໜ້າທີ່ສຳຄັນຕົ້ນຕໍຂອງຄະນະພັກ. ກໍ່ສ້າງ, ຄຸ້ມຄອງພະນັກງານ, ສະມາຊິກພັກ ແລະ ຄຸ້ມຄອງການເງິນຂອງພັກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;ນຳພາອົງການລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ, ໜ້າທີ່ ຂອງແຕ່ລະອົງການ;ຕິດຕາມ, ກວດກາອົງການປົກຄອງທ້ອງຖິ່ນ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ, ປຸກລະດົມມະຫາຊົນ ປະກອບສ່ວນ ກໍ່ສ້າງອົງການປົກຄອງທ້ອງຖິ່ນ, ຮັບປະກັນສິດ ເປັນເຈົ້າ ຂອງປະຊາຊົນ;ປະຕິບັດລະບອບປະສານສົມທົບ ກັບ ຄະນະພັກອົງການກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປະຕິບັດວິໄນ ຕໍ່ພະນັງການຕາມສິດຄຸ້ມຄອງຂອງຂະແໜງການສາຍຕັ້ງ.ຄະນະບໍລິຫານງານພັກເມືອງ 3 ເດືອນໃດ ປະຊຸມຄົບຄະນະບໍລິຫານງານສະໄໝສາມັນ 1 ເທື່ອ ໂດຍແມ່ນຄະນະປະຈຳພັກເປັນຜູ້ຮຽກໂຮມ, ໃນກໍລະນີຈຳເປັນສາມາດຮຽກປະຊຸມວິສາມັນກໍໄດ້.

*ໜ້າທີ່ ແລະ ສິດ ຂອງຄະນະປະຈຳພັກເມືອງ:

ຄະນະປະຈຳພັກເມືອງ ເປັນອົງການປະຈຳການ ແລະ ຕາງໜ້າຄະນະບໍລິຫານງານພັກຂັ້ນຕົນ ນຳພາ-ຊີ້ນຳ, ຕິດຕາມ, ກວດກາການປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຕົນ, ການປະຕິບັດກົດລະບຽບພັກ, ມະຕິ, ຄຳສັ່ງຂອງຄະນະພັກຂັ້ນເທິງ; ພິຈາລະນາຕົກລົງ ແລະ ໃຫ້ທິດຊີ້ນຳການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕົນ; ພິຈາລະນາຕົກລົງ ແລະ ໃຫ້ທິດຊີ້ນຳການຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງ ໃນທົ່ວອົງຄະນະພັກຂອງຕົນ;ຕົກລົງທິດທາງ, ແຜນການເຄື່ອນໄຫວຂອງຄະນະບໍລິຫານງານພັກຂັ້ນຕົນ;ຕົກລົງກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນຂອບເຂດຕົນຮັບຜິດຊອບ.ກະກຽມ ແລະ ຮຽກໂຮມກອງປະຊຸມຄົບຄະນະບໍລິຫານງານພັກ ສະໄໝສາມັນ ຫຼື ກອງປະຊຸມວິສາມັນ;ພິຈາລະນາຮັບຮອງມະຕິກອງປະຊຸມໃຫຍ່ ແລະ ຜົນການເລືອກຕັ້ງຄະນະບໍລິຫານງານພັກຂັ້ນລຸ່ມ, ພິຈາລະນາອະນຸມັດຮັບເອົາມະຫາຊົນກ້າວໜ້າ ເຂົ້າພັກ;ພິຈາລະນາ ແລະ ຕົກລົງການລົງວິໄນຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ທີ່ກະທຳຜິດ ຕາມຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນ;ຊີ້ນຳ, ປັບປຸງການຈັດຕັ້ງຮາກຖານພັກ, ສັບຊ້ອນ, ຈັດວາງສະມາຊິກພັກ, ພະນັກງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງ; ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວ ຂອງອົງການຈັດຕັ້ງພັກຂັ້ນລຸ່ມເປັນປົກກະຕິ; ຕົກລົງກ່ຽວກັບວຽກງານພະນັກງານເຊັ່ນ: ແຜນກຳນົດ, ກໍ່ສ້າງ, ບຳລຸງ, ຄຸ້ມຄອງ, ຕີລາຄາປະເມີນຜົນ, ຈັດວາງ, ນຳໃຊ້, ປະຕິບັດນະໂຍບາຍຕໍ່ພະນັກງານ, ສະມາຊິກພັກ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;ຄະນະປະຈຳພັກເມືອງປະຊຸມສາມັນເດືອນລະ 1 ເທື່ອ, ໃນກໍລະນີຈຳເປັນສາມາດປະຊຸມວິສາມັນກໍໄດ້.

  • ໜ້າທີ່ ແລະ ສິດ ຂອງເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງ:

ເປັນຜູ້ຊີ້ນຳ ແລະ ແກ້ໄຂວຽກງານປະຈຳວັນຂອງຄະນະປະຈຳພັກ;ຊີ້ນຳ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງ ແລະ ຂັ້ນຕົນ;ດຳເນີນການຕິດຕາມ, ກວດກາບັນດາການຈັດຕັ້ງພັກຂັ້ນລຸ່ມໃນການຈັດຕັ້ງປະຕິບັດກົດລະບຽບພັກ, ມະຕິ, ຄຳສັ່ງຕ່າງໆຂອງພັກ;ກະກຽມ ແລະ ຮຽກໂຮມກອງປະຊຸມສະໄໝສາມັນ ແລະ ກອງປະຊຸມວິສາມັນຂອງຄະນະປະຈຳພັກຂັ້ນຕົນ.ເຊັນເອກະສານຕ່າງໆຕາມຂອບເຂດສິດຂອງຄະນະພັກ ແລະ ຄະນະປະຈຳພັກຂັ້ນຕົນ.ເພື່ອເຮັດໃຫ້ບັນດາມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ ວາງອອກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ຄະນະບໍລິຫານງານພັກເມືອງ ທຸກສະຫາຍ ຈົ່ງ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ

ສະນັ້ນ ໃນຕໍ່ໜ້ານີ້ ຄະນະບໍລິຫານງານພັກເມືອງ ຕ້ອງໄດ້ຍົກສູງຄວາມສາມາດນຳພາ ເປັນຕົ້ນແມ່ນ:

  1. ຍົກສູງຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ-ເລນິນ ແລະ ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ ໝູນໃຊ້ຢ່າງສອດຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄໍາຕອບຕໍ່ບັນຫາຕ່າງໆ ທີ່ພຶດຕິກຳການປະຕິວັດຕັ້ງຂຶ້ນຢ່າງທັນການ.
  2. ຍົກສູງຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ກາຍເປັນທິດທາງ, ແຜນການ ແລະ ລະບຽບກົດໝາຍຕ່າງໆ ທີ່ສ່ອງແສງເຖິງຜົນປະໂຫຍດ, ເຈດຈຳນົງ ແລະ ຄວາມມຸງມາດປາດຖະໜາ ຂອງປະຊາຊົນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຊີ້ນຳການຈັດຕັ້ງປະຕິບັດໃຫ້ເປັນຈິງ.
  3. ຍົກສູງຄວາມສາມາດຊີ້ນຳ-ນໍາພາ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກໃຫ້ເປັນຈິງ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ.
  4. ຍົກສູງຄວາມສາມາດໃນການຕິດຕາມ, ກວດກາ, ກະຕຸກຊຸກຍູ້ ການເຄື່ອນໄຫວຂອງທົ່ວລະບົບການເມືອງ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ.
  5. ເພີ່ມຄວາມສາມາດໃນການຄົ້ນເຫັນ ແລະ ຕໍ່ສູ້ຕ້ານ, ກຳຈັດປັດເປົ່າປະກົດການຫຍໍ້ທໍ້ພາຍໃນພັກຢ່າງທັນການ ແລະ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ.

ຄະນະບໍລິຫານງານພັກເມືອງ ຕ້ອງໄດ້ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ດັ່ງຄໍາເວົ້າທີ່ວ່າ: ການນຳພາທີ່ດີ ແມ່ນການເປັນແບບຢ່າງທີ່ດີ, ບໍ່ແມ່ນມີແຕ່ສຶກສາອົບຮົມໝູ່, ໂຕເອງພັດບໍ່ເປັນແບບຢ່າງ, ອັນນີ້ມັນສະທ້ອນ ເຖິງບົດບາດການນຳພາຂອງພັກ, ເຮັດໃຫ້ປະຊາຊົນປະຕິເສດບົດບາດການນຳພາຂອງພັກ ຖ້າຫາກພວກເຮົາຫາກບໍ່ເປັນແບບຢ່າງໃນການປະຕິບັດແນວທາງຂອງພັກ, ກົດໝາຍ ແລະ ລະບຽບການອື່ນໆທີ່ວາງອອກ. ໃນຕໍ່ໜ້ານີ້ພວກສະຫາຍ ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:

  1. ເປັນແບບຢ່າງ ໃນການປັບປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງ ແລະ ການປ່ຽນແປງ ຂອງສະພາບແວດລ້ອມພາຍນອກ.
  2. ເປັນແບບຢ່າງນຳໜ້າ ໃນການຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແນວທາງໃຫ້ມີຜົນສຳເລັດ ໂດຍຖືເອົາ ການຕອບສະໜອງຜົນປະໂຫຍດຂອງປະຊາຊົນເປັນຈຸດເລີ່ມຕົ້ນ.
  3. ເປັນແບບຢ່າງນຳໜ້າໃນການກຳຈັດ ແລະ ແກ້ໄຂຂໍ້ບົກຜ່ອງຂອງຕົນ, ກໍ່ສ້າງປັບປຸງພັກດ້ວຍຄວາມເປັນເຈົ້າການ.
  4. ເປັນແບບຢ່າງໃນການເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ມີຄວາມເຂັ້ມງວດ ໃນການປະຕິບັດກົດລະບຽບ ແລະ ຂໍ້ຫ້າມຕ່າງໆ ຂອງພັກ.

ສັງລວມແລ້ວ, ການຍົກສູງຄວາມສາມາດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແມ່ນວຽກງານທີ່ສຳຄັນ ແລະ ແມ່ນບັນຫາ ທີ່ມີລັກສະນະເປັນຕາຍຂອງພັກກຳອຳນາດ ຢາກນຳພາປະເທດຊາດ ໄປສູ່ຄວາມວັດທະນະຖາວອນໄດ້, ກ່ອນອື່ນໝົດ ພັກຕ້ອງມີຄວາມເຂັ້ມແຂງ, ຢາກມີຄວາມເຂັ້ມແຂງຕ້ອງຮູ້ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງຮອບດ້ານ ແລະ ເປັນປະຈຳ ເປັນຕົ້ນແມ່ນ ຍົກສູງຄວາມສາມາດນຳພາຂອງພັກ ຕ້ອງເຂົ້າໃຈວ່າ ແມ່ນການເພີ່ມທະວີຄວາມສາມາດນຳພາຂອງພັກ ໃຫ້ດີກວ່າເກົ່າ ໂດຍສະເພາະແມ່ນກະໂຕສະມາຊິກພັກ ໃຫ້ໄດ້ດີຂຶ້ນລື່ນແຕ່ກ່ອນ ແລະ ມີແຕ່ຍົກສູງຄວາມສາມາດນຳພາຂອງພັກສູງຂຶ້ນເທົ່ານັ້ນ, ພັກຈຶ່ງມີຄວາມເຂັ້ມແຂງ ແລະ ຄວາມສາມາດກຳອຳນາດ ໄດ້ຢ່າງໝັ້ນຄົງຍາວນານ ແລະ ນຳພາປວງຊົນລາວທັງຊາດ ສ້າງສາພັດທະນາປະເທດຊາດ ໃຫ້ປະສົບຜົນສຳເລັດຕາມອຸດົມການ ທີ່ກຳນົດໄວ້: “ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”

ພາບ-ບົດ: ຄະນະໂຄສະນາອົບຮົມແຂວງສາລະວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa