ສາລະວັນ ຄົ້ນຄວ້າປຶກສາຫາລືກ່ຽວກັບໂຄງການດຳເນີນງານ, ຂໍ້ກຳນົດ ແລະກົນໄກເຮັດວຽກຂອງອົງການປົກຄອງແຂວງ
ວັນທີ 15 ກັນຍາ 2025, ແຂວງສາລະວັນ ຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລືກ່ຽວກັບຮ່າງໂຄງການດຳເນີນງານຂອງອົງການປົກຄອງແຂວງ, ຮ່າງຂໍ້ຕົກລົງວ່າດ້ວຍການປະສານງານ ແລະນິຕິກຳໃຕ້ກົດໝາຍ 5 ປີ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ຮອງເຈົ້າແຂວງສາລະວັນ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະກຳມະການປົກຄອງແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານ ຮ່າງໂຄງການດຳເນີນງານຂອງກຳມະການປົກຄອງແຂວງສາລະວັນ 5 ປີ ຄັ້ງທີ XI (2026-2030), ຮ່າງຂໍ້ຕົກລົງວ່າດ້ວຍ ການແບ່ງວຽກຊີ້ນໍາລະຫວ່າງປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ຮ່າງຂໍ້ຕົກລົງວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການແຂວງກັບຄະນະເລຂາທິການສະພາປະຊາຊົນແຂວງ, ບັນດາພະແນກການຂອງແຂວງ, ອົງການລັດທຽບເທົ່າຂັ້ນແຂວງ, ອົງການປົກຄອງເມືອງ ແລະອົງການຈັດຕັ້ງມະຫາຊົນ ,ຮ່າງນິຕິກຳໃຕ້ກົດໝາຍ 5 ປີ. ພ້ອມນັ້ນ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດຄໍາເຫັນກ່ຽວກັບຮ່າງນິຕິກຳຕ່າງໆ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນຖືກຕ້ອງ ສອດຄ່ອງ.
ທັງນີ້ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X, ແຜນພັດທະນາ ເສດຖະກິດ – ສັງຄົມ 5ປີ ແລະ ແຜນງົບປະມານແຫ່ງລັດ ແຕ່ປີ 2026-2030 ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ວາງໄວ້ ເຮັດໃຫ້ບົດບາດຂອງອົງການປົກຄອງແຂວງສາລະວັນ ໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ, ເຮັດໃຫ້ການເຄື່ອນໄຫວອົງການປົກຄອງແຂວງສາລະວັນ ມີຄວາມເຂັ້ມແຂງ ແລະ ມີແບບແຜນໃນການປະຕິບັດ ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ. ຮັບປະກັນວຽກງານ ການຄຸ້ມຄອງລັດ – ຄຸ້ມຄອງສັງຄົມ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເນື້ອໃນແນວທາງນະໂຍບາຍຂອງພັກ – ລັດ ແລະ ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ເຮັດໃຫ້ການຕິດຕາມ – ກວດກາ, ການສະຫຼຸບ – ລາຍງານວຽກງານອົງການປົກຄອງແຂວງ ທີ່ວາງອອກແຕ່ລະຄັ້ງ, ສາມາດສະຫຼຸບໄດ້ດ້ານຕັ້ງໜ້າ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂຢ່າງຖືກຕ້ອງຕາມພາວະຄວາມເປັນຈິງ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະຂອບເຂດສິດຂອງແຕ່ລະອົງການຈັດຕັ້ງ, ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ສອດຄ່ອງ, ກົມກຽວ ແລະມີປະສິດທິຜົນສູງ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.