ສາລະວັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ2 ສະໄໝທີ X

ສາລະວັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ2 ສະໄໝທີ X

  

ແຂວງສາລະວັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ2 ສະໄໝທີ X, ໃນວັນທີ 17 ກັນຍາ 2025 ທີ່ສະໂມສອນແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງເຂົ້າຮ່ວມ.

ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ກ່າວໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 2 ສະໄໝທີ X ວ່າ: ກອງປະຊຸມຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 02 ວັນ ເຊິ່ງບັນດາສະຫາຍທີ່ເຂົ້າຮ່ວມຈະໄດ້ຮັບຟັງການລາຍງານ, ການຄົ້ນຄວ້າປຶກສາຫາລື, ປະກອບຄຳເຫັນ ເປັນຕົ້ນ: ຜ່ານມະຕິຕົກລົງ ວ່າດ້ວຍ ການຮັບຮອງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ X, ຜ່ານແຈ້ງການ ສະບັບເລກທີ 1625 ຂອງຄະນະຈັດຕັ້ງສູນກາງພັກ ເລື່ອງ: ການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X, ຜ່ານມະຕິຕົກລົງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃຫ້ ຄະນະປະຈຳພັກແຂວງ ສະໄໝ ທີ X ຊີ້ນຳບັນດາເມືອງ, ຜ່ານຮ່າງໂຄງການດຳເນີນງານຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ຮ່າງຂໍ້ກໍານົດ ວ່າດ້ວຍ ທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ການລາຍງານຈາກ 08 ຕົວເມືອງ ກ່ຽວກັບ ໂຄງການ – ແຜນດຳເນີນງານຂອງຄະນະບໍລິຫານງານພັກເມືອງ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ , ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການແບ່ງວຽກລະຫວ່າງ ປະທານ ແລະ ຮອງປະທານຄະນະກຳມະການປົກຄອງແຂວງ ຊຸດທີ X, ຜ່ານ ຂໍ້ຕົກລົງວ່າດ້ວຍການປະສານງານລະຫວ່າງ ຄະນະກຳມະການປົກຄອງ ແຂວງ ກັບ ສະພາປະຊາຊົນແຂວງ, ພະແນກການ – ອົງການທຽບເທົ່າ, ແນວລາວສ້າງຊາດ, ສະຫາພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ຜ່ານຮ່າງໂຄງການດໍາເນີນງານ ຂອງຄະນະກຳມະການປົກຄອງແຂວງ ຊຸດທີ X. ສະຫາຍ ປອ ດາວວົງ ພອນແກ້ວ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມ ຈົ່ງເຊີດຊູຄວາມຮັບຜິດຊອບ ຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນ ໃຫ້ທັດສະນະທີ່ເປັນທາງອອກ ແລະ ວິທີແກ້ໄຂ ບັນຫາສິ່ງທີ່ອຸດຕັນປະເຊີນຢູ່ໃຫ້ໄດ້ຮັບການແກ້ໄຂໃນທາງທີ່ດີຂຶ້ນ. ພ້ອມທັງໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງ, ການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງ ແລະຮ່າງມະຕິຕົກລົງວ່າດ້ວຍ ການແບ່ງງານໃຫ້ຄະນະປະຈຳພັກແຂວງສະໄໝທີ X ຊີ້ນຳບັນດາເມືອງຕື່ມອີກ.

ຈາກນັ້ນ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດ, ວຽກພັກ-ພະນັກງານ ໄດ້ຜ່ານຮ່າງໂຄງການດຳເນີນງານຂອງຄະນະບໍລິຫານງານພັກແຂວງສະໄໝທີ X ແຕ່ປີ 2025-2030 ເພື່ອຜັນຂະຫຍາຍມະຕິຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດຂອງແຂວງສາລະວັນ ໃຫ້ປະກົດຜົນເປັນຈິງ, ທັງເປັນບ່ອນອີງໃຫ້ແກ່ການກວດກາຂອງພັກ-ລັດ, ສະພາປະຊາຊົນແຂວງ, ອົງການແນວລາວສ້າງຊາດແຂວງ, ແລະອົງການຈັດຕັ້ງມະຫາຊົນ, ເຄື່ອນໄຫວຖືກຕ້ອງສອດຄ່ອງກັບທີ່ຕັ້ງພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ເຮັດໃຫ້ການເຄື່ອນໄຫວນໍາພາ-ຊີ້ນໍາ, ການສະຫຼຸບຕີລາຄາ ແລະການວາງແຜນແຕ່ລະໄລຍະໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa