ຄະນະໂຄສະນາອົບຮົມແຂວງສາລະວັນຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມສູນກາງພັກ

ຄະນະໂຄສະນາອົບຮົມແຂວງສາລະວັນຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມສູນກາງພັກ

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2025ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບແຂວງ ທ່ານ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຕ້ອນຮັບການມາເຮັດວຽກຮ່ວມຂອງ ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ພ້ອມດ້ວຍທີມງານ,ມີບັນທ່ານຄະນະນໍາໂຄສະນາອົບຮົມ, ຫົວໜ້າຂະແໜງ ແລະ,ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງແຂວງເຂົ້າຮ່ວມ

ທ່ານ ຈັນທະວອນ ສີຫາຈັກ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາເປັນຕົ້ນ ສະພາບການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມແຂວງສາລະວັນ.ການປັບປຸງກົງຈັກຢູ່ຂັ້ນແຂວງ.ໂດຍອີງຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ(3) 2025 ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ. ຄໍາແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 483/ຄລສພ, ລົງວັນທີ 4 ເມສາ(4) 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ.ແຈ້ງການແນະນຳ ຂອງຄະນະປະຈໍາພັກແຂວງສາລະວັນ ເລກທີ 07/ຄຈພຂ.ສວ, ລົງວັນທີ 16 ພຶດສະພາ 2025 ກ່ຽວກັບການໂຮມພະແນກ ແລະ ໂອນວຽກໄປຂຶ້ນກັບພາກສ່ວນອື່ນ,ພາຍຫຼັງທີ່ໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃນລະຫວ່າງວັນທີ 6-7ສິງຫາ2025, ສຳລັບຄະນະໂຄສະນາອົບຮົມແຂວງ ກໍໄດ້ມອບໂອນວຽກຖະແຫຼງຂ່າວ-ສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ໃນວັນທີ 15 ສິງຫາ 2025, ພາກສ່ວນທີ່ໂອນມີ ຂະແໜງຖະແຫຼງຂ່າວ, ກອງວິຊາການສື່ສິ່ງພິມ, ກອງວິຊາການວິທະຍຸ-ໂທລະພາບ, ພ້ອມດ້ວຍພະນັກງານລັດຖະກອນ ຈຳນວນ 26 ຄົນ, ຍິງ 10 ຄົນ, ໃນນັ້ນ ມີຮອງພະແນກ ຜູ້ຊີ້ນຳວຽກຖະແຫຼງຂ່າວສື່ມວນຊົນ 1 ທ່ານ,ປະຈຸບັນ ຄະນະໂຄສະນາອົບຮົມແຂວງ ມີຫົວໜ້າ 1 ທ່ານ ແລະ ຮອງອີກ 4 ທ່ານ, ມີ 5 ຂະແໜງ ແລະ ມີຈໍານວນພະນັກງານລັດຖະກອນທັງໝົດ 48 ຄົນ, ຍິງ 18 ຄົນ.

ໃນໄລຍະ6ເດືອນຜ່ານມາເອົາໃຈໃສ່ໃນການຈັດຕັ້ງເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍແນວທາງຂອງພັກ ໂດຍສະເພາະແມ່ນມະຕິ XI ຂອງສູນກາງພັກ, ມະຕິ IX ຂອງອົງຄະນະພັກແຂວງ,ມະຕິ,ຄໍາສັ່ງຕ່າງໆ ເຊື່ອມຊຶມເອກະ ສານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15, 16, 17, 18 ສະໄໝທີ IX,ເຊື່ອມຊຶມເອກະສານມທີ່ສໍາຄັນຕ່າງໆ ແລະ ການຈັດຕັ້ງປາຖະກະຖາເລົ່າມູນ ເຊື້ອວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ວັນເກີດຂອງທ່ານຜູ້ນໍາ ແລະ ວັນສາກົນ ເປັນຕົ້ນແມ່ນ: ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ແລະ ວັນສໍາຄັນອື່ນໆ ,ຈາກນັ້ນທາງທິມງານຄະນະໂຄສະນາອົບສູນກາງພັກກໍ່ໄດ້ປະກອບຄໍາເຫັນແລກປ່ຽນບົດຮຽນໃນບາງໜ້າທີ່ວຽກງານເພື່ອຮັບຮູ້ເຂົ້າໃຈຢ່າງຈະແຈ້ງຢ່າງກົງໄປກົງມາ ແລະເປັນບ່ອນອີງໃນການຈັດຕັ້ງໜ້າທີ່ວຽກງານໃນຂັ້ນຕໍ່ໄປ.

ພາບ-ຂ່າວໂດຍ ນ ແກ້ວວິໄລ ດວງຄຳ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa