ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງສາລະວັນ ຄັ້ງທີ VIII ພ້ອມເລືອກເອົາສະຫາຍ ທອງດີ ຈັນທະວົງ , ເປັນປະທານແນວລາວສ້າງຊາດແຂວງສາລະວັນຜູ້ໃໝ່.

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງສາລະວັນ ຄັ້ງທີ VIII ພ້ອມເລືອກເອົາສະຫາຍ ທອງດີ ຈັນທະວົງ , ເປັນປະທານແນວລາວສ້າງຊາດແຂວງສາລະວັນຜູ້ໃໝ່.

 

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງສາລະວັນ ຄັ້ງທີ VIII, ໄດ້ໄຂຂຶ້ນ ແລະອັດລົງໃນວັນທີ 23 ກັນຍາ 2025, ທີ່ສະໂມສອນແຂວງ, ໂດຍການເປັນປະທານ ຂອງ ສະຫາຍ ຄຳຕາ ໂຮ່ຊົງເລືອງ ກຳມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງສາລະວັນ, ນ້ອມນະມັດສະການພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານ ອພສ ແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງສາລະວັນ, ມີພຣະເຖຣາ ນຸເຖຣະ, ປະທານ-ຮອງປະທານແນວລາວສ້າງຊາດ 8 ຕົວເມືອງ, ແຂກທີ່ຖືກເຊີນຈາກແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງໃສ ເພັດລາສີ ກໍາມະການພັກແຂວງ ຮອງປະທານແນວລາວສ້າງຊາດແຂວງ ໄດ້ຜ່ານບົດລາຍງານການເມືອງ ໄລຍະ 5 ປີຜ່ານມາ ໄດ້ຖືເອົາການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າເປັນປຶກແຜ່ນ ພາຍໃຕ້ການນຳພາ ຂອງພັກ ໂດຍການຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ໄດ້ປຸກລະດົມກຳລັງແຮງຂອງປະຊາຊົນເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ ເປັນຕົ້ນ: ໄດ້ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ ສຶກສາອົບຮົມປະຊາຊົນບັນດາເຜົ່າ, ເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມຫງົບທົ່ວປວງຊົນຮອບດ້ານ ຂອງພັກຢ່າງແຂງແຮງ, ຊຸກຍູ້ປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະຄຸນນະພາບ, ເຂົ້າຮ່ວມຈັດຕັ້ງຮໍ່າຮຽນການເມືອງ ຫັດແອບສິນລະປະຍຸດ, ຍຸດທະວິທີສູ້ຮົບ ຍົກລະດັບຄວາມຮູ້ຄວາມສາມາດ ແລະກໍາລັງແຮງສູ້ຮົບໃຫ້ສູງຂຶ້ນ, ປຸກລະດົມຂົນຂວາຍປະຊາຊົນ ປະກອບສ່ວນໃນການປົກປັກຮັກສາຂະນົບທຳນຽມ, ຮີດຄອງປະເພນີອັນດີງາມ ຂອງເຜົ່າ, ຂອງຊາດໃຫ້ຍືນຍົງຄົງຕົວ, ໄດ້ຫັນລົງກໍ່ສ້າງຮາກຖານການເມືອງໄລຍະສັ້ນ ແລະຍາວນານ ລົງປັບປຸງການຈັດຕັ້ງ ໃນລະບົບການເມືອງຢູ່ຂັ້ນບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມາຮອດປະຈຸບັນສາມາດປະກາດຮັບ ຮອງເມືືອງຈັດຕັ້ງຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ໄດ້ II ຄັ້ງ ຄື: ຄັ້ງທີ I ມີຈຳນວນ 78,287 ຄອບຄົວ, ມີ 572 ບ້ານ; ຄັ້ງທີ II ໄດ້ຈໍານວນ 14,345 ຄອບຄົວ, ມີ 131 ບ້ານ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແຕ່ລະຂັ້ນໃຫ້ເປັນລະບົບ; ບັນຈຸສັບຊ້ອນພະນັກງານທີ່ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດເຂົ້າໃສ່ຕຳແໜ່ງງານຕ່າງໆ, ໂດຍຖືສໍາຄັນແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ປຶກສາຫາລືເປັນເອກະພາບ ມອບວຽກງານໃຫ້ບຸກຄົນຮັບຜິດຊອບຕາມຄວາມສາມາດ ຂອງແຕ່ລະສະຫາຍຢ່າງຈະແຈ້ງ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບການສ້າງບ້ານພັດທະນາ ແລະການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ດ້ວຍການປູກ-ການລ້ຽງ, ເພື່ອຜົນຜະລິດເພີ່ມຂຶ້ນ ອັດຕາຄວາມທຸກຍາກໄດ້ຫຼຸດລົງ ເທື່ອລະກ້າວ. ແຂວງສາລະວັນ ມີຄະນະກໍາມະການສູນກາງແນວລາວສ້າງຊາດ 8 ສະຫາຍ, ຍິງ 2 ສະຫາຍ, ພຣະສົງ 1 ອົງ, ຄະນະກໍາມະການແນວລາວສ້າງຊາດແຂວງ 80 ສະຫາຍ, ຍິງ 13 ສະຫາຍ, ພຣະສົງ 7 ອົງ, ຄະນະກໍາມະການແນວລາວສ້າງຊາດເມືອງ 393 ສະຫາຍ, ຍິງ 45 ສະຫາຍ, ພຣະສົງ 29 ອົງ ແລະຄະນະກໍາການແນວລາວສ້າງຊາດບ້ານ 4,646 ສະຫາຍ, ຍິງ 534 ສະຫາຍ, ພຣະສົງ 124 ອົງ.

ກອງປະຊຸມຄັ້ງນີ້ໄດ້ເຫັນດີຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດແຂວງສາລະວັນ ຊຸດທີ VIII ຈຳນວນ 85 ທ່ານ, ຍິງ 14 ທ່ານ, ພຣະສົງ 07 ອົງ, ເພື່ອເປັນຕົວແທນ ໃນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໃນທົ່ວແຂວງສາລະວັນ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ຊຸດທີ VIII ໄດ້ເປັນເອກະສັນ ຢ່າງສົມບູນຮັບຮອງເອົາ ການສະເໜີແຕ່ງຕັ້ງ: ສະຫາຍ ທອງດີ ຈັນທະວົງ ຄະນະປະຈໍາພັກແຂວງ, ເປັນປະທານແນວລາວສ້າງຊາດແຂວງສາລະວັນ, ສະຫາຍທອງໃສ ເພັດລາສີກຳມະການພັກແຂວງ ເປັນຮອງປະທານແນວລາວສ້າງຊາດແຂວງ, ສະຫາຍໜູການ ຊາທິລາດ ແລະສະຫາຍ ວຽງໄຊ ແກ້ວມະນີວົງ ເປັນຮອງປະທານແນວລາວສ້າງຊາດແຂວງ. ຈາກນັ້ນ ໃນພິທີກໍ່ໄດ້ຮັບຟັງຄຳໂອ້ລົມຈາກ ສະຫາຍປອ ດາວວົງ ພອນແກ້ວ ເພື່ອຊີ້ທິດເຍືອງທາງຕໍ່ກອງປະຊຸມໃຫ່ຍຕື່ມອີກ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa