ກອງປະຊຸມໃຫຍ່ຜູ້ແທນພຣະສົງ ເຫັນດີຮັບຮອງເອົາ ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ເປັນປະທານ ອພສ ແຂວງສາລະວັນ ສະໄໝທີ IX
ກອງປະຊຸມໃຫຍ່ຜູ້ແທນພຣະສົງ ແຂວງສາລະວັນ ສະໄໝທີ IX ໄດ້ຂຶ້ນໃນວັນທີ 19 ກັນຍາ 2025, ຢູ່ທີ່ສະໂມສອນຂອງແຂວງ, ໂດຍການເປັນປະທານຂອງ ພຣະອາຈານ ຄໍາເປ ຈັນທະຈອນ ຮັກສາການ ປະທານອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງ ພຣະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານ ສູນກາງ ອພສ, ພຣະອາຈານໃຫຍ່ ມະຫາ ສຸວັນ ຈັນທະລາດ ຄະນະບໍລິຫານງານປະຈໍາການ ສູນກາງ ອພສ ຜູ້ຊ່ວຍວຽກປະທານ ສູນກາງ ອພສ ລົງເລີກວຽກງານ ອພສ ບັນດາແຂວງພາກໃຕ້ ແລະ ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ພຣະເຖຣານຸເຖຣະຂັ້ນສູນກາງ, ຂັ້ນແຂວງ, ເມືອງ ຮອງປະທານແນວລາວສ້າງຊາດແຂວງ ແລະ ປະທານ ອພສ ແຂວງເຊກອງ, ອັດຕະປື ແລະ ແຂວງສະຫວັນນະເຂດ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ຕາງໜ້າອົງການປົກຄອງບ້ານ ແລະ ພາກສ່ວນອື່ນໆເຂົ້າຮ່ວມ.
ພຣະອາຈານ ແສງມະນີ ສຸວິໄລຄໍາ ໄດ້ຜ່ານບົດສະຫຼຸບ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ (2026-2030) ຂອງ ອພສ ແຂວງ ຕະຫຼອດໄລຍະ 5 ປີ ຜ່ານມາ ໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານວຽກງານຂອງພຣະສົງ ແລະ ຄຸ້ມຄອງອົງການພຸດທະສາສະໜາ ທັງເຜີຍແຜ່ສິລະທໍາ ຄໍາສອນຂອງອົງສັມມາສັມພຸດທະເຈົ້າ ແລະ ເຕົ້າໂຮມຄວາມສາມັກຄີພຸດທະສະນິກະຊົນບັນດາເຜົ່າທັງຫຼາຍ, ເອົາໃຈໃສ່ເທດສະໜາສັ່ງສອນໃຫ້ພຣະສົງ-ສາມະເນນ ຕັ້ງໝັ້ນໃນພຣະທັມ-ວິໄນຢ່າງເຄັ່ງຄັດ ແລະ ລະບຽບກົດໝາຍຂອງບ້ານເມືອງ, ເພື່ອເຮັດໃຫ້ພຣະສົງ-ສາມະເນນມີລະບຽບວິໄນ, ຢຶດໝັ້ນໃນສິນທັມ ແລະ ຍັງໄດ້ກຳນົດເອົາວັນສິນ, ວັນບຸນປະເພນີຕ່າງໆ ເປັນໂອກາດເຜີຍແຜ່ຫລັກທັມຄໍາສອນ ຂອງພຣະສັມມາສັມພຸດທະເຈົ້າກໍຄື ສິນ 5, ສິນ 8 ໃຫ້ອອກຕົນຍາດໂຍມພາຍໃນຂອບເຂດແຂວງ ຢ່າງຕໍ່ເນື່ອງ ເພື່ອປູກຈິດສໍານຶກໃຫ້ແກ່ພຸດທະສາສະນິ ກະຊົນ ກະຕັນຍູກະຕະເວທີຕໍ່ບຸບພະກາລີ, ເຄົາລົບຕໍ່ຜູ້ອາວຸໂສ ແລະ ສັ່ງສອນອອກຕົນຍາດໂຍມໃຫ້ຮັບຮູ້ເຖິງ ບາບບຸນ, ຄຸນໂທດ, ການກະທໍາສິ່ງທີ່ຜິດຕໍ່ຮີດຄອງປະເພນີ ແລະ ລະບຽບກົດໝາຍ ບ້ານເມືອງ. ນອກນັ້ນ ໄດ້ມີການສົມທົບກັບອົງການຈັດຕັ້ງພັກ-ລັດ ແລະ ນໍາພາອອກຕົນຍາດໂຍມສືບຕໍ່ສ້າງສາພັດທະນາ, ບູລະນະປະຕິສັງຂອນວັດວາອາຮາມ ເຊັ່ນ: ສ້າງຫໍກອງ, ກຸຕິ, ກຳແພງວັດ, ສ້າງປະຕູໂຂງ, ສ້າງຫໍພຣະ-ພຣະພຸດທະຮູບ ແລະ ດ້ານອື່ນໆ, ທັງໄດເຄື່ອນໄຫວວຽກງານການຕ່າງປະເທດ ຕາມພາລະບົດບາດໃນການຄຸ້ມຄອງ. ຄຽງຄູ່ກັນນັ້ນ, ກໍຍັງໄດ້ເອົາໃຈໃສ່ວຽກງານສັງຄົມສົງເຄາະ ຊ່ວຍເຫຼືອສັງຄົມ ໃນທົ່ວແຂວງສາລະວັນ ທັງດ້ານວັດຖຸ ແລະ ປັດໃຈ ລວມມູນຄ່າເກືອບ 3 ຕື້ກີບ. ວຽກງານດ້ານອື່ນໆ ກໍໄດ້ເຄື່ອນໄຫວປະຕິບັດ ຢ່າງມີຜົນສຳເລັດເປັນກ້າວໆໃນແຕ່ລະໄລຍະ.
ທົ່ວແຂວງສາລະວັນ ມີວັດ 388 ແຫ່ງ, ວັດຮ້າງ 50 ແຫ່ງ, ສ້າງໃໝ່ 6 ແຫ່ງ, ມີພຣະສົງ-ສາມະເນນ 1,368 ອົງ, ມີໂຮງຮຽນພຣະສົງທັງໝົດ 5 ແຫ່ງ ຄື: ມຕ ພຣະສົງ ເມືອງຄົງເຊໂດນ, ເມືອງລະຄອນເພັງ, ເມືອງເລົ່ງາມ, ເມືອງວາປີ ແລະ ມສ ພຣະສົງ ເມືອງສາລະວັນ, ນັກຮຽນທັງໝົດ 413 ອົງ.
ກອງປະຊຸມຄັ້ງນີ້ ເຫັນດີເປັນເອກະພາບຮັບຮອງ ເອົາຄະນະບໍລິຫານງານ ອພສ ແຂວງສາລະວັນ ຈຳນວນ 25 ອົງ, ຮັບຮອງເອົາຄະນະບໍລິຫານງານປະຈໍາການ ອພສ ແຂວງ 7 ອົງ, ຮັບຮອງເອົາ ຄະນະປະທານຄະນະບໍລິຫານງານ ອພສ ແຂວງ 4 ອົງ ມີຄື: ໂດຍເຫັນດີເລືອກເອົາ ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ເປັນປະທານ ອພສ ແຂວງສາລະວັນ ຊຸດໃໝ່, ພຣະອາຈານ ສູນທອນ ຈັນທະວັງໂສ, ພຣະອາຈານ ແສງມະນີ ສຸວິໄລຄໍາ ແລະ ພຣະອາຈານ ບຸນເລີດ ສີສຸລາດ ເປັນຮອງປະທານ ອພສ ແຂວງ ສະໄໝທີ IX. ຈາກນັ້ນໄດ້ມີພິທີມອບຮັບຂໍ້ຕົກລົງຂອງປະທານ ສູນກາງ ອພສ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ອພສ ແຂວງ ຢ່າງເປັນທາງການ. ທັງໄດ້ຮັບຄໍາໂອ້ວາດຈາກຄະນະປະທານຕື່ມອີກ.
—————————–
ຂ່າວ-ພາບ: ວິໄລວອນ ສິດທິໄຊ