ສາລະວັນ ປະກາດໂຮມພະແນກພະລັງງານ-ບໍ່ແຮ່ແຂວງ ເຂົ້າກັບພະແນກອຸດສາຫະກໍາ-ການຄ້າແຂວງ ຕິດພັນກັບການປະກາດການຈັດຕັ້ງຊັບຊ້ອນພະນັກງານ ແລະ ປະກາດພະນັກງານເຂົ້າຮັບອຸດໜູນບໍານານ
ໃນວັນທີ 19 ກັນຍາ 2025 ແຂວງສາລະວັນ ໄດ້ຈັດພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກພະລັງງານ-ບໍ່ແຮ່ແຂວງ ເຂົ້າກັບພະແນກອຸດສາຫະກໍາ-ການຄ້າແຂວງ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ-ພະນັກງານ; ມີສະຫາຍ ຄໍາຜ່ານ ສີລາວີ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ສະຫາຍ ໂພທິຍາ ວົງຈອມສີ ກໍາມະການພັກແຂວງ, ຫົວໜ້າພະ ແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີບັນດາສະຫາຍແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ພະນັກງານ-ລັດຖະກອນພາຍໃນສອງພະແນກກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ສະພາບການປັບປຸງກົງຈັກການຈັກຕັ້ງ 2 ພະແນກການ ເຊີ່ງຜ່ານການຄົ້ນ ຄວ້າຂອງຄະນະຮັບຜິດຊອບຂອງ 2 ພະແນກ ຮ່ວມກັບຄະນະປັບປຸງກົງຈັກຈາກສູນກາງ, ຂັ້ນແຂວງ ໄດ້ກຳນົດພາລະບົດບາດຂອງພະແນກອຸດສາຫະກຳ ແລະ ການຄ້າ (ໃໝ່) ໄດ້ພ້ອມກັນ ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຈາກ 14 ຂະແໜງ, ຍັງ 10 ຂະແໜງ ແລະ 6 ໜ່ວຍງານ ເມື່ອທຽບໃສ່ກົງ ຈັກຂອງພະແນກເກົ່າແລ້ວ ຫຼຸດລົງ 4 ຂະແໜງ ໃນນັ້ນປະມີຂະແໜງ ບໍລິຫານ, ແຜນການ ແລະ ຈັດຕັ້ງ; ຂະແໜງ ກວດກາລັດ; ຂະແໜງ ອຸດສາຫະກຳປຸງແຕ່ງ; ຂະແໜງ ພະລັງງານ; ຂະແໜງ ທໍລະນີສາດ ແລະ ບໍ່ແຮ່; ຂະແໜງ ການຄ້າພາຍໃນ; ຂະແໜງ ການຄ້າຕ່າງປະເທດ; ຂະແໜງ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ; ຂະແໜງສົ່ງເສີມພັດທະນາສິນຄ້າ ແລະ ການບໍລິການ; ຂະແໜງ ຄຸ້ມ ຄອງວິສາຫະກິດ ນອກຈາກນີ້ຍັງມີໜ່ວຍງານ ບໍລິຫານ, ຈັດຕັ້ງ ແລະ ກວດກາ; ໜ່ວຍງານ ອຸດສາຫະກຳປຸງແຕ່ງ; ໜ່ວຍງານ ພະລັງງານ, ທໍລະນີສາດ ແລະ ບໍ່ແຮ່; ໜ່ວຍງານການຄ້າ; ໜ່ວຍງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ; ໜ່ວຍງານ ຄຸ້ມຄອງວິສາຫະກິດ ແລະ ສົ່ງເສີມພັດທະນາສິນຄ້າ. ພ້ອມນີ້ຍັງໄດ້ຜ່ານຄໍາສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 14/ຄຈພຂ, ລົງວັນທີ 16 ກັນຍາ 2025 ວ່າດ້ວຍ: ການຍຸບເລີກຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ບັນດາໜ່ວຍພັກທີ່ຂື້ນກັບ; ຜ່ານຂໍ້ຕົກລົງ ວ່າດ້ວຍ: ການຮັບຮອງກົງຈັກການຕັ້ງ ແລະ ບຸກຄະລາກອນຂອງພະແນກການຄ້າແຂວງ (ໃໝ່); ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 1400/ຄຈພຂ ລົງວັນທີ 16 ກັນຍາ 2025 ວ່າດ້ວຍ: ການສ້າງຕັ້ງຄະນະພັກຮາກຖານ ພະແນກອຸດສາຫະກໍາ-ການຄ້າແຂວງ(ໃໝ່); ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 1401/ຄຈພຂ ລົງວັນທີ 16 ກັນຍາ 2025 ວ່າດ້ວຍ: ການບົ່ງໂຕແຕ່ງຕັ້ງຄະນະພັກຮາກຖານພະແນກອຸດສາຫະກໍາ-ການຄ້າແຂວງ(ໃໝ່); ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1281-2/ຈຂ ລົງວັນທີ 16 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງຫົວໜ້າພະແນກການ, ຮອງຫົວໜ້າພະແນກ. ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ພະແນກອຸດສາຫະກໍາ-ການຄ້າແຂວງ; ຜ່ານແຈ້ງການຂອງເຈົ້າແຂວງສາລະວັນ ເລື່ອງ: ແຈ້ງພະນັກງານ-ລັດຖະກອນຜູ້ທີ່ຄົບເງື່ອນໄຂ ອອກພັກການ ລໍຮັບອຸດໜູນບຳນານ ໃນງວດທີ I ປີ 2026 ຈຳນວນ 2 ສະຫາຍ ໃນນັ້ນໄດ້ເຫັນດີບົ່ງໂຕແຕ່ງຕັ້ງຄະນະພັກຮາກຖານພະແນກອຸດສາຫະກໍາ-ການຄ້າແຂວງ 9 ສະຫາຍ ເຊີ່ງປະກອບມີ:
- ສະຫາຍ ໂພທີຍາ ວົງຈອມສີ ເລຂາຄະນະພັກຮາກຖານ.
- ສະຫາຍ ທົງໄຊ ບຸນທີສະຫວັດ ຮອງເລຂາຄະນະພັກຮາກຖານ.
- ສະຫາຍ ສຸກໄຊ ຈັນທະນາຄອນ ກຳມະການຄະນະພັກຮາກຖານ ເປັນປະທານຄະນະກວດກາພັກ.
- ສະຫາຍ ໄວຄຸນ ຕາອິນ ກຳມະການຄະນະພັກຮາກຖານ ເປັນຮອງປະທານຄະນະກວດກາພັກ.
- ສະຫາຍ ບຸນທະວີ ສີສົມພອນ ກຳມະການຄະນະພັກຮາກຖານ.
- ສະຫາຍ ພອນໄຊ ເທບວົງສາ ກຳມະການຄະນະພັກຣາກຖານ ເປັນຮອງປະທານຄະນະກວດກາພັກ.
- ສະຫາຍ ພອນປະເສີດ ວົງດາລາ ກຳມະການຄະນະພັກຮາກຖານ.
- ສະຫາຍ ເລີດສະໄໝ ວິໄລສຸກ ກຳມະການຄະນະພັກຮາກຖານ.
- ສະຫາຍ ວິລະສັກ ດວງພະຈັນ ກຳມະການຄະນະພັກຮາກຖານ.
ພ້ອມນີ້ຍັງໄດ້ຮັບຮອງໂຄງປະກອບການຈັດຕັ້ງ ພະແນກອຸດສາຫະກໍາ-ການຄ້າ (ໃໝ່) ປະກອບມີ 10 ຂະແໜງໃນນີ້ຍັງໄດ້ຮັບຮອງໂຄງປະກອບດ້ານບຸກຄະລາກອນເປັນຕົ້ນ:
- ຫົວໜ້າ ແລະ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ແຕ່ງຕັ້ງ:
– ທ່ານ ໂພທິຍາ ວົງຈອມສີ ເປັນຫົວໜ້າພະແນກ.
– ທ່ານ ທົງໄຊ ບຸນທິສະຫວັດ ເປັນຮອງຫົວໜ້າພະແນກ.
– ທ່ານ ສຸກໄຊ ຈັນທະນາຄອນ ເປັນຮອງຫົວໜ້າພະແນກ.
– ທ່ານ ໄວຄຸນ ຕາອິນ ເປັນຮອງຫົວໜ້າພະແນກ.
– ທ່ານ ບຸນທະວີ ສີສົມພອນ ເປັນຮອງຫົວໜ້າພະແນກ.
– ທ່ານ ພອນໄຊ ເທບວົງສາ ເປັນຮອງຫົວໜ້າພະແນກ.
- ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ຂອງພະແນກອຸດສາຫະກຳ ແລະການຄ້າແຂວງ
1). ຂະແໜງບໍລິຫານ,ແຜນການ ແລະ ຈັດຕັ້ງ.
– ທ່ານ ສຸກັນ ສີສະໝຸດ ເປັນຫົວໜ້າຂະແໜງ.
– ທ່ານ ອານຸຊາ ປານສະໃໝ ເປັນຮອງຫົວໜ້າຂະແໜງ.
– ທ່ານ ບົວສະຫວັນ ວົງພະຈັນ ເປັນຮອງຫົວໜ້າຂະແໜງ.
– ທ່ານ ກົງໃຈ ດາລິວົງ ເປັນຮອງຫົວໜ້າຂະແໜງ.
2). ຂະແໜງກວດກາລັດ.
– ທ່ານ ສຸວັນ ສອນສຸລິຍະສັກ ເປັນຫົວໜ້າຂະແໜງ.
– ທ່ານ ບຸນມາ ໄຊຍະສານ ເປັນຮອງຫົວໜ້າຂະແໜງ.
– ທ່ານ ນ.ແຂກແກ້ວ ສຸລິຍະວົງສາ ເປັນຮອງຫົວໜ້າຂະແໜງ.
3). ຂະແໜງອຸດສາຫະກຳປຸງແຕ່ງ.
– ທ່ານ ວິລະສັກ ດວງພະຈັນ ເປັນຫົວໜ້າຂະແໜງ.
– ທ່ານ ວານິສາ ພົມມະວົງສີ ເປັນຮອງຫົວໜ້າຂະແໜງ.
– ທ່ານ ຂັນທະວີ ດ້ວງປັນຍາ ເປັນຮອງຫົວໜ້າຂະແໜງ.
– ທ່ານ ພອນສັກ ພົມມາພັກດີ ເປັນຮອງຫົວໜ້າຂະແໜງ.
4).ຂະແໜງພະລັງງານ.
– ທ່ານ ວໍລະສິດ ສຸພາວົງ ເປັນຫົວໜ້າຂະແໜງ.
– ທ່ານ ສົມໝາຍ ສີປະເສີດ ເປັນຮອງຫົວໜ້າຂະແໜງ.
– ທ່ານ ບຸນຍັງ ສີວັນຄໍາ ເປັນຮອງຫົວໜ້າຂະແໜງ.
– ທ່ານ ຄຳເລ ຈັນທະບູນ ເປັນຮອງຫົວໜ້າຂະແໜງ.
5). ຂະແໜງທໍລະນີສາດ ແລະ ບໍ່ແຮ່.
– ທ່ານ ແກ້ວປະເສີດ ສີສະຫວັດ ເປັນຫົວໜ້າຂະແໜງ.
– ທ່ານ ຊານິຊາ ໄຂພິທູນ ເປັນຮອງຫົວໜ້າຂະແໜງ.
– ທ່ານ ນິລັນດອນ ທອງມາລີ ເປັນຮອງຫົວໜ້າຂະແໜງ.
– ທ່ານ ສຸດສາຍໃຈ ແກ້ວວຽງສະໄໝ ເປັນຮອງຫົວໜ້າຂະແໜງ.
6). ຂະແໜງການຄ້າພາຍໃນ.
– ທ່ານ ນ. ສຸດທະພາສຸກ ສີປະເສີດ ເປັນຫົວໜ້າຂະແໜງ.
– ທ່ານ ວິລະຍຸດ ຊຸມມີຫົງ ເປັນຮອງຫົວໜ້າຂະແໜງ.
– ທ່ານ ສົມສະຫຼັດ ໄກຍະວົງສາ ເປັນຮອງຫົວໜ້າຂະແໜງ.
– ທ່ານ ທອງຈັນ ແກ້ວເສີມສັກ ເປັນຮອງຫົວໜ້າຂະແໜງ.
7). ຂະແໜງການຄ້າຕ່າງປະເທດ.
– ທ່ານ ອະນຸສອນ ໂສດາກຸນ ເປັນຫົວໜ້າຂະແໜງ.
– ທ່ານ ສັງທອງ ອິນທະປາກດີ ເປັນຮອງຫົວໜ້າຂະແໜງ.
– ທ່ານ ເພັດລຳພອນ ແກ້ວພິລາ ເປັນຮອງຫົວໜ້າຂະແໜງ.
– ທ່ານ ບຸນສີ ແກ້ວຄໍາປຸຍ ເປັນຮອງຫົວໜ້າຂະແໜງ.
8.ຂະແໜງຄຸ້ມຄອງວິສາຫະກິດ.
– ທ່ານ ພຽງພະໄທ ຊິນນະຈັກ ເປັນຫົວໜ້າຂະແໜງ.
– ທ່ານ ແສງຈິນດາ ແກ້ວອຸ່ນຄໍາ ເປັນຮອງຫົວໜ້າຂະແໜງ
– ທ່ານ ສຳມະນາ ເບຍກອນບຣູ ເປັນຮອງຫົວໜ້າຂະແໜງ.
9). ຂະແໜງຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກ.
– ທ່ານ ໝັກ ບຸນເຮືອງສີ ເປັນຫົວໜ້າຂະແໜງ.
– ທ່ານ ຂຽວສົມພອນ ບົວລະວັນ ເປັນຮອງຫົວໜ້າຂະແໜງ.
– ທ່ານ ວິສົມພັນ ຈັນທະພູທອນ ເປັນຮອງຫົວໜ້າຂະແໜງ.
– ທ່ານ ອານັນ ມູນລະວົງ ເປັນຮອງຫົວໜ້າຂະແໜງ.
10). ສົ່ງເສີມວິສາຫະກິດ,ການຄ້າ ແລະ ຫັດຖະກຳ.
– ທ່ານ ຈັນທອນ ອິນທະວົງ ເປັນຫົວໜ້າຂະແໜງ.
– ທ່ານ ສົມພົງ ສີຫາຈັກ ເປັນຮອງຫົວໜ້າຂະແໜງ.
– ທ່ານ ສີໄທ ສີສະຫວັດ ເປັນຮອງຫົວໜ້າຂະແໜງ.
ໃນພິທີຍັງໄດ້ມອບມະຕິຕົກລົງໃຫ້ກັບບັນດາສະຫາຍທີ່ຖືກແຕ່ງຕັ້ງ ພ້ອມທັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຈາກ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຕື່ມອີກ, ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ດີຂື້ນກ່ວາເກົ່າ, ເຊີ່ງທ່ານໄດ້ເວົ້າວ່າ: ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນການປະຕິບັດຕາມແນວທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການນໍາໜ້າຂອງພັກ ເຂົ້າສູ່ລວງເລິກ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງລັດ ມີຄວາມກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ; ມີການບໍລິຫານ ທີ່ນໍາໃຊ້ຊັບພະຍາກອນມະນຸດຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ; ສາມາດແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ, ເຮັດໃຫ້ກົງຈັກບໍ່ໃຫຍ່ໂຕ, ຫຼຸດຂອດຂັ້ນການເຮັດວຽກ, ຫັນສູ່ຄວາມທັນສະໄໝ; ຫຼຸດຜ່ອນຊ່ອງຫວ່າງ ຄວາມຫຍໍ້ທໍ້, ໂຍນຄວາມຮັບຜິດຊອບ, ເອື່ອອີງໃສ່ກັນ; ສ້າງຄວາມໂປ່ງໃສໃນການປະຕິບັດວຽກງານ ທີ່ສາມາດກວດສອບໄດ້ ຢ່າງເປັນລະບົບ ແນໃສ່ຮັບ ປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບ ແນວທາງນະໂຍບາຍ, ສະພາບການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ພາບ-ຂ່າວ: ສ.ພະຈັນ