ຄະນະໂຄສະນາອົບຮົມເມືອງເລົ່າງາມ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ
ໃນຕອນບ່າຍວັນທີ 18 ກັນຍາ 2025 ຢູ່ທີ່ຫ້ອງວ່າການເມືອງເລົ່າງາມ ແຂວງສາລະວັນ ທ່ານ ດຣ ສັງວານ ແສງສາຍ ຮອງເລຂາພັກເມືອງ,ຫົວຄະນະຈັດຕັ້ງເມືອງເມືອງເລົ່າງາມ. ໄດ້ຕ້ອນຮັບການມາເຮັດວຽກຮ່ວມຂອງ ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ພ້ອມດ້ວຍທີມງານ,ມີບັນດາທ່ານຄະນະປະຈຳພັກເມືອງ, ກໍາມະການພັກເມືອງ ແລະຕ່າງໜ້າຫ້ອງການພາກສ່ວນຕ່າງໆອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ສຸລິຈັນ ບຸບຜາດີ ກໍາມະການພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາເປັນຕົ້ນ ສະພາບການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງເລົ່າງາມໃນໄລຍະຜ່ານມາເປັນຕັ້ນແມ່ນ ເພື່ອເຮັດໃຫ້ຄະນະພັກພາຍໃນເມືອງເຄື່ອນໄຫວດໍາເນີນການໂຄສະນາເຜີຍແຜ່ເຊື່ອມຊຶມບັນດາມະຕິ ແນວທາງນະໂຍບາຍຂອງພັກ ເປັນຕົ້ນ: ມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ; ມະຕິ X ຂອງອົງຄະນະພັກ ແຂວງ, ມະຕິ XIII ຂອງອົງຄະນະພັກເມືອງ, ມະຕິກົມການເມືອງສູນກາງພັກເລກທີ 206 /ກມສພ, ວ່າດ້ວຍການຍົກສູງ ຄຸນນະພາບການເມືອງ-ແນວຄິດໃນໄລຍະໃໝ່, ມະຕິເລກທີ 25/ ກມສພ, ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການເພີ້ມ ທະວີການນຳພາຂອງພັກຕິດພັນກັບວຽກງານວັດທະນາທຳໃນໄລຍະໃໝ່, ການຝຶກອົບຮົມ, ການໂຄສະນາປາຖະກະຖາວັນສໍ ຄັນຕ່າງໆຂອງຊາດ-ຂອງພັກ ແລະ ຂອງສາກົນ ເຊິ່ງໃນໄລຍະ ຜ່ານມາ ໃນທົ່ວເມືອງສາມາດປະຕິບັດໄດ້ 18 ຄັ້ງມີຈຳນວນພົນ ເຂົ້າຮ່ວມທັງໝົດ 11.983 ເທື່ອຄົນ, ຍິງ 5.583 ເທື່ອຄົນ, ສະມາຊິກພັກ 1.520 ເທື່ອສະຫາຍ, ຍິງ 839 ເທື່ອສະຫາຍ. ໃນນັ້ນ ມີປະຊາຊົນຈຳນວນ 5.747 ເທື່ອຄົນ, ຍິງ 2.598 ເທື່ອຄົນ. ວຽກຫາງສຽງສັງຄົມ-ຂໍ້ມູນຂ່າວສານ ໄດ້ເກັບກຳຂໍ້ມູນຂ່າວສານເຟສ໌ບຸກ, ເວບໄຊ ໄດ້ຂຽນຂ່າວ ອອກຂ່າວ ແລະ ໄດ້ ເກັບກຳຂໍ້ມູນ-ສັງລວມສະພາບແນວຄິດ-ຫາງສຽງສັງຄົມຈົ່ມວ່າຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃນ ດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້, ສັງລວມລາຍງານປະຈຳເດືອນ ໃຫ້ຄະນະປະຈໍາພັກເມືອງ ແລະ ຄະນະໂຄສະນາອົບຮົມແຂວງຢ່າງເປັນປົກກະຕິ .ຈາກນັ້ນທາງທິມງານຄະນະໂຄສະນາອົບສູນກາງພັກກໍ່ໄດ້ປະກອບຄໍາເຫັນແລກປ່ຽນບົດຮຽນໃນບາງໜ້າທີ່ວຽກງານເພື່ອຮັບຮູ້ເຂົ້າໃຈຢ່າງຈະແຈ້ງຢ່າງກົງໄປກົງມາ ແລະເປັນບ່ອນອີງໃນການຈັດຕັ້ງໜ້າທີ່ວຽກງານໃນຂັ້ນຕໍ່ໄປ.
ພາບ-ຂ່າວ: ແກ້ວວິໄລ ດວງຄໍາ