ປະກາດໂຮມພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງ ແລະ ຫ້ອງວ່າການແຂວງສາລະວັນ

ປະກາດໂຮມພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງ ແລະ ຫ້ອງວ່າການແຂວງສາລະວັນ

ວັນທີ 25 ກັນຍາ 2025, ແຂວງສາລະວັນ ຈັດພິທີປະກາດໂຮມ ພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງແຂວງ ແລະ ຫ້ອງວ່າການແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງທີ່ກ່ຽວຂ້ອງ, ຫົວໜ້າຄະນະຈັດຕັ້ງເມືອງ 8 ຕົວເມືອງ, ມີບັນດາສະຫາຍແຂກຖືກເຊີນ, ພະນັກງານ-ລັດຖະກອນ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພານິດ ແກ້ວພິມານ ຮອງຫົວໜ້າພະແນກພາຍໃນ ໄດ້ຜ່ານບົດລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ໂຮມພະແນກພາຍໃນແຂວງ ພ້ອມດ້ວຍບຸກຄະລາກອນ ໄປຂຶ້ນກັບຄະນະຈັດຕັ້ງແຂວງ ແລະ ຫ້ອງວ່າການແຂວງ, ເຊີ່ງກ່ອນອື່ນ, ໄດ້ເຊື່ອມຊຶມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຂອງຄະນະປະຈຳພັກແຂວງ, ທັງໄດ້ສັງລວມບັນດາກົງຈັກການຈັດຕັ້ງຂອງພະແນກ, ພາຍຫຼັງໄດ້ສໍາເລັດການຄົ້ນຄວ້າໃນການປັບປຸງ, ສັບຊ້ອນການໂຮມພະແນກພາຍໃນແຂວງ ພ້ອມກັບບຸກຄະລາກອນ ໄປຂຶ້ນກັບ ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ. ກ່ອນການໂຮມ ພະແນກພາຍໃນແຂວງ ປະກອບມີ 6 ຂະແໜງ, ມີພະນັກງານທັງໝົດ 32 ທ່ານ, ຍິງ 14 ທ່ານ, ໃນນັ້ນຍົກຍ້າຍຂຶ້ນກັບຄະນະຈັດຕັ້ງແຂວງ 17 ທ່ານ, ຍິງ 10 ທ່ານ, ຍົກຍ້າຍໄປຫ້ອງວ່າການແຂວງ 7 ທ່ານ ແລະ ໄປພາກສ່ວນອື່ນ 9 ທ່ານ. ພາຍຫຼັງການໂຮມ, ໂຄງປະກອບກົງຈັກໃໝ່ ຂອງຄະນະຈັດຕັ້ງແຂວງ ປະກອບມີ 5 ຂະແໜງການຄື: ຂະແໜງຫ້ອງການ, ຂະແໜງພັກ, ຄຸ້ມຄອງພະນັກງານ-ລັດຖະກອນ, ພັດທະນາກົງຈັກການຈັດຕັ້ງພັກ-ລັດ ແລະ ຂະແໜງປົກຄອງ, ມີບຸກຄະລາກອນທັງໝົດ 45 ທ່ານ, ຍິງ 22 ທ່ານ, ໃນນັ້ນ ມີຫົວໜ້າຄະນະຈັດຕັ້ງແຂວງ 1 ທ່ານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ 4 ທ່ານ, ຫົວໜ້າຂະແໜງ 5 ທ່ານ, ຍິງ 4 ທ່ານ ແລະ ຮອງຫົວໜ້າຂະແໜງ 15 ທ່ານ, ຍິງ 7 ທ່ານ. ສໍາລັບວຽກທີ່ຍົກຍ້າຍໄປຫ້ອງວ່າການແຂວງ ປະກອບມີ: ວຽກແຜນທີ່, ວຽກເອກະສານ ແລະ ເຜົ່າສາດສະໜາ.

ນອກຈາກນັ້ນ, ກໍໄດ້ຜ່ານຄໍາສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 15/ຄຈພຂ, ວ່າດ້ວຍ: ການຍຸບເລີກໜ່ວຍພັກຮາກຖານ ຄະນະຈັດຕັ້ງແຂວງ ແລະ ພະແນກພາຍໃນແຂວງ, ພ້ອມທັງຜ່ານມະຕິຕົກລົງ ວ່າດ້ວຍ: ການສ້າງຕັ້ງໜ່ວຍພັກຮາກຖານຄະນະຈັດຕັ້ງແຂວງ, ມະຕິຕົກລົງບົ່ວຕົວແຕ່ງຕັ້ງຄະນະໜ່ວຍພັກ 5 ສະຫາຍ ຄື: 1) ສະຫາຍ ສຸກສະເຫຼີມພອນ ໄມມະນີ ເປັນເລຂາໜ່ວຍພັກ, 2) ສະຫາຍ ຄໍາເບົາ ໄຊຍະສິດ ເປັນຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ, 3) ສະຫາຍ ຄໍາກຽນ ສຸວັນນະແດງ ເປັນຄະນະໜ່ວຍພັກ, ຮອງປະທານກວດກາ 4) ສະຫາຍ ທອງວັນ ພອນສະຫວັດ ແລະ 5)ສະຫາຍ ສີນະຄອນ ຈັນສີຍະວົງ ເປັນຄະນະໜ່ວຍພັກ. ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ ມີຄື: 1) ສະຫາຍ ສຸກສະເຫຼີມພອນ ໄມມະນີ ກໍາມະການພັກແຂວງ, 2) ສະຫາຍ ຄໍາເບົາ ໄຊຍະສິດ, 3) ສະຫາຍ ຄໍາກຽນ ສຸວັນນະແດງ ແລະ 4) ສະຫາຍ ທອງວັນ ພອນສະຫວັດ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ. ຕິດພັນກັນນັ້ນ ກໍໄດ້ຜ່ານມະຕິຕົກລົງແຕ່ງຕັ້ງບັນດາຫົວໜ້າ-ຮອງຫົວໜ້າ 5 ຂະແໜງການ ຂອງຄະນະຈັດຕັ້ງແຂວງສາລະວັນ, ປະກອບມີຫົວໜ້າຂະແໜງ 5 ທ່ານ, ຍິງ 4 ທ່ານ, ຮອງຫົວໜ້າຂະແໜງ ຈໍານວນ 15 ທ່ານ, ຍິງ 7 ທ່ານ.

ໃນຕອນທ້າຍ, ກໍໄດ້ມີພິທີເຊັນບົດບັນທຶກຢ່າງເປັນທາງການ, ລະຫວ່າງ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກັບ ສະຫາຍ ເວີນມະນີ ມຸ່ງສີວົງສາ ກໍາມະການພັກແຂວງ ຫົວໜ້າພະແນກພາຍໃນ ແລະ ເຊັນບົດບັນທຶກກັບ ສະຫາຍ ຈັນເພັງ ສາຍທຳມະວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ໂດຍຊ້ອງໜ້າຂອງ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa