ປະກາດແຕ່ງຕັ້ງຜູ້ຮັກສາການຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ

ປະກາດແຕ່ງຕັ້ງຜູ້ຮັກສາການຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ

ອົງການໄອຍະການປະຊາຊົນ (ອຍກ) ແຂວງສາລະວັນ ຈັດພິທີປະກາດການຈັດຕັ້ງ, ຈັດຂຶ້ນໃນວັນທີ 26 ກັນຍາ 2025, ຢູ່ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຫົວໜ້າພະແນກການ, ຮອງປະທານສະພາປະຊາຊົນແຂວງ, ອົງການທຽບເທົ່າທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຄະນະພັກ-ຄະນະນໍາຂອງ ອຍກ ແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ນາງ ຫວານໃຈ ພະສີວໍລະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກ ສະບັບເລກທີ 834,835,836/ອອປສ ວ່າດ້ວຍການຍົກຍ້າຍ ທ່ານ ວິໄລ ສີລາດວງໃຈ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ ເປັນຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການແຂວງສາລະວັນ ແລະ ຂໍ້ຕົກລົງແຕ່ງຕັ້ງ ທ່ານ ນາງ ແກ້ວມະນີວອນ ຂຸນພົນ ຮອງຫົວໜ້າ ອຍກ ແຂວງ ເປັນຮັກສາການ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ມະນີຄອນ ອຸດົມຄະຕິ ຮັກສາການ ອຍກ ເຂດ I ແຂວງສາລະວັນ ເປັນຫົວໜ້າ ອຍກ ເຂດ I ແຂວງສາລະວັນ, ພ້ອມທັງຜ່ານຂໍ້ຕົກລົງ ເລກທີ 770/ອອປສ, ວ່າດ້ວຍ ການອະນຸມັດໃຫ້ ທ່ານ ຄໍາພັນ ລາຕີກຸນ ພະນັກງານໄອຍະການປະຊາຊົນຂັ້ນ I, ຮອງຫົວໜ້າ ອຍກ ແຂວງສາລະວັນ ອອກພັກການ-ຮັບອຸດໜູນບໍານານ ນັບແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນໄປ.

ຈາກນັ້ນ, ທ່ານ ວິໄລ ສີລາດວງໃຈ ກໍໄດ້ຜ່ານບົດສະຫຼຸບວຽກງານໂດຍຫຍໍ້ ຕະຫຼອດໄລຍະໃນການຊີ້ນໍາ-ນໍາພາວຽກງານອົງການໄອຍະການປະຊາຊົນແຂວງສາລະວັນ, ເຊີ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການເມືອງ-ແນວຄິດຂອງຖັນແຖວສະມາຊິກພັກ, ພະນັກງານ ມີຄວາມໝັກແໜ້ນ, ຮັກສາໄດ້ຄວາມສາມັກຄີ, ຄວາມເປັນເອກະພາບ, ດ້ານວິຊາສະເພາະ ຕະຫຼອດໄລຍະ 5 ປີຜ່ານມາ ອຍກ ແຂວງ ໄດ້ຮັບຄໍາຮ້ອງ 326 ສະບັບ, ແກ້ໄຂແລ້ວ 100%, ຮັບສຳນວນຄະດີອາຍາຂັ້ນຕົ້ນ 1,090 ເລື່ອງ, ຄົ້ນຄວ້າພິຈາລະນາແລ້ວ 1,083 ເລື່ອງ ເທົ່າກັບ 99,35%, ທຽບໃສ່ແຜນປີ ປະຕິບັດໄດ້ລື່ນແຜນ, ໄດ້ອອກຄໍາສັ່ງຕ່າງໆ ທີ່ເປັນມາດຕະການສະກັດກັ້ນໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ໄດ້ທັງໝົດ 9,348 ສະບັບ, ຈັດພິທີອະໄພຍະໂທດ-ຜ່ອນໂທດ ໃຫ້ແກ່ນັກໂທດ 51 ຄົນ, ຍິງ 6 ຄົນ ແລະ ວຽກງານອື່ນໆ ກໍໄດ້ຮັບຜົນສຳເລັດເປັນກ້າວໆ, ພ້ອມທັງໄດ້ຜ່ານບັນດາແຜນວຽກ, ແຜນງານຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ, ບັນດາຂໍ້ຄົງຄ້າງ ເພື່ອໃຫ້ຜູ້ໃໝ່ໄດ້ຮັບຮູ້, ເຂົ້າໃຈ ແລະ ສານຕໍ່ວຽກງານ ໃຫ້ມີຄວາມຕໍ່ເນື່ອງ.

ໃນຕອນທ້າຍ, ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ວິໄລ ສີລາດວງໃຈ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ຜູ້ເກົ່າ) ກັບ ທ່ານ ນາງ ແກ້ວມະນີວອນ ຂຸນພົນ ຮັກສາການ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ (ຜູ້ໃໝ່), ໂດຍຊ້ອງໜ້າປະທານ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂິພິຍານ, ພ້ອມທັງໄດ້ຮັບຟັງຄໍາໂອ້ລົມຈາກ ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕື່ມອີກ.

————————————–

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa