ສາລະວັນຄົ້ນຄວ້າທົບທວນກ່ຽວກັບໂຄງການດໍາເນີນງານ ຂອງອົງການປົກຄອງແຂວງ
ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງສາລະວັນ, ພ້ອມດ້ວຍຄະນະນໍາຂອງຕົນ, ເຊີງມີຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ປະທານຄະນະກໍາມະການປົກຄອງ 8 ເມືອງທົ່ວແຂວງ ພ້ອມຂະແໜງການທີ່ກ່ຽວຂ້ອງ ພ້ອມກັນເຂົ້າຮ່ວມ ຄົ້ນຄວ້າທົບທວນກ່ຽວກັບໂຄງການດໍາເນີນງານ ຂອງອົງການປົກຄອງແຂວງ ໃນວັນທີ 29 ກັນຍາ 2025 ນີ້ທີ່ສະໂມສອນແຂວງ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອພ້ອມກັນຄົ້ນຄວ້າທົບທວນຄືນກ່ຽວກັບ 3 ຮ່າງນິຕິກໍາ ຂອງຄະນະກໍາມະການປົກຄອງແຂວງ ຊຸດທີ X ເປັນຕົ້ນ: ຮ່າງໂຄງການດໍາເນີນງານ, ຮ່າງຂໍ້ຕົກລົງ ວ່າດ້ວຍ: ການແບ່ງຄວາມຮັບຜິດຊອບປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ: ການປະສານງານ ຂອງຄະນະກໍາມະການປົກຄອງແຂວງ ເພື່ອແນໃສ່ເຮັດໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບຕົວຈິງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ X ຂອງອົງຄະນະພັກແຂວງສາລະວັນ ກໍຄືການຈັດຕັ້ງປະຕິບັດແຜນດໍາເນີນງານ ຂອງຄະນະກໍາມະການປົກຄອງແຂວງ ຊຸດທີ X ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.