ເມືອງສາລະວັນ ມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງ ຜູ້ເກົ່າ-ຜູ້ໃໝ່

ເມືອງສາລະວັນ ມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງ ຜູ້ເກົ່າ-ຜູ້ໃໝ່

ໃນວັນທີ 30 ກັນຍາ 2025 ນີ້ ເມືອງສາລະວັນ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງ (ຜູ້ເກົ່າ) ແລະ ເລຂາຄະນະບໍລິຫານງານພັກເມືອງ (ຜູ້ໃໝ່) ຢູ່ທີ່ສະໂມສອນເມືອງສາລະວັນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ-ພະນັກງານ; ມີສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານພັກເມືອງ (ຜູ້ເກົ່າ); ສະຫາຍ ປອ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານພັກເມືອງ (ຜູ້ໃໝ່); ມີບັນດາສະ ຫາຍກໍາມະການພັກແຂວງ, ພະແນກການຂັ້ນແຂວງ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ແລະ ນາຍບ້ານ ເຂົ້າຮ່ວມ.

ພິທີມອບ-ຮັບຄັ້ງນີ້ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງສາລະວັນ ສະບັບເລກທີ 1428/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການຍົກຍ້າຍ ສະຫາຍ ຈັນສີລອນ ສີສົມບູນ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິ ຫານງານພັກເມືອງ ໄປຮັບໜ້າທີ່ໃໝ່ຢູ່ຄະນະຈັດຕັ້ງແຂວງສາລະວັນ; ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງສາລະວັນ ສະບັບເລກທີ 1433/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການແຕ່ງ ຕັ້ງ ສະຫາຍ ປອ ສະໄໝ ໂພທິສານ ກໍາມະການຄະນະພັກ, ຄະນະປະຈໍາພັກເມືອງສາລະວັນ; ມະຕິຕົກລົງຂອງຄະນະປະຈໍາພັກແຂວງສາລະວັນ ສະບັບເລກທີ 1432/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງ ສະຫາຍ ປອ ສະໄໝ ໂພທິສານ ກໍາມະການປະຈໍາພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງສາລະວັນ (ຜູ້ໃໝ່); ໂອກາດດັ່ງກ່າວ ສະຫາຍ ຈັນສີລອນ ສີສົມບູນ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ ໃນຕະຫຼອດໄລຍະ 5 ປີກວ່າທີ່ຜ່ານມາ ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ເປັນເຈົ້າເມືອງສາລະວັນ ນໍາພາໃນທ້າຍສະໄໝ ກອງປະຊຸມໃຫຍ່ ຄັ້ງທີ VIII, ສືບຕໍ່ນໍາພາຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ IX ແລະ ຄັ້ງທີ X ນັບແຕ່ ວັນທີ 29 ພະຈິກ 2019 ຮອດ ວັນທີ 30 ກັນຍາ 2025 ເປັນເວລາ 5 ປີກັບ 10 ເດືອນຜ່ານມາ, ຮ່ວມກັບຄະນະບໍລິຫານງານບໍລິຫານງານພັກ ເມືອງ, ກຳລັງ ປກຊ-ປກສ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວເມືອງສາລະວັນ ໄດ້ ເຮັດໜ້າທີ່ການເມືອງ ທີ່ພັກ-ລັດ, ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບການປົກປັກຮັກສາສະເຖຍລະພາບ-ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນ

 

ລະບຽບ ຮຽບຮ້ອຍຂອງສັງຄົມໄດ້ໂດຍພື້ນຖານ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດ, ພະນັກງານນໍາພາ-ຄຸ້ມຄອງທຸກຂັ້ນ, ສະຖາບັນການ ສຶກສາໄດ້ຮັບການອົບຮົມ-ຫັດແອບແນວທາງ ການທະ ຫານຂອງພັກ ແລະ ສິນລະປະຍຸດ-ຍຸດທະວິທີ ຂັ້ນພື້ນຖານຂອງກອງທັບ, ສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງ ແລະ ຄອບຄົວ-ບ້ານເຮັດວຽກ ປ້ອງກັນຄວາມສະຫງົບດີ ປະຕິບັດບັນລຸຕາມຄາດໝາຍ; ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງ ຕິດພັນ ກັບການປະຕິບັດວາລະແຫ່ງຊາດ ການເງິນ ຢ່າງແຂງແຮງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ຈັ່ງຫວະການຂະຫຍາຍຕົວຂອງເສດຖະກິດ 7.10%, ລວມຍອດມູນຄ່າຜະລິດຕະພັນພາຍໃນ GDP ລວມ 5 ປີ ບັນລຸ 8.200 ກວ່າຕື້ກີບ ເທົ່າກັບ 98%; ລາຍຮັບສະເລ່ຍຕໍ່ຫົວຄົນ 16 ລ້ານກ່ວາກີບ/ຄົນ/ ປີ ຫຼື ເທົ່າກັບ 776 ໂດລາສະຫະລັດ, ການຈັດເກັບລາຍຮັບເຂົ້າງົບປະມານ ບັນລຸໄດ້ 49.32 ຕື້ກີບ ລື່ນແຜນ 28%, ລາຍຈ່າຍປະຕິບັດໄດ້ 107,55 ຕື້ກີບ ເທົ່າກັບ 48% ຂອງແຜນ 5 ປີ, ພົ້ນເດັ່ນ: ເມືອງ ສາມາດກຸ້ມຕົນເອງ ດ້ານລາຍຈ່າຍບ້ວງເງິນບໍລິຫານ-ດັດສົມສົ່ງເສີມ, ເງິນອຸດໜູນ-ນະໂຍບາຍ; ວຽກກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນຢ່າງເປັນຂະບວນການ ຟົດຟື້ນ ເຊິ່ງເກີດມີຕົວແບບຈໍານວນໜຶ່ງຈາກການປູກ-ການລ້ຽງ ພົ້ນເດັ່ນ: ຕົວແບບການປູກເຂົ້າເປັນ ສິນຄ້າ ຂອງສະຫະກອນຮ່ວມໃຈໜອງໃສ-ນາໂພເລີນ ຊຶ່ງເປັນສະຫະກອນແຫ່ງທໍາອິດຂອງແຂວງ ປະກອບມີ 3 ບ້ານຄື: ໜອງໃສ, ນາໂພເລີນ ແລະ ບ້ານ ບຶງໄຊ ສາມາດຜະລິດເຂົ້າເປັນສິນຄ້າໄດ້ 405 ກວ່າໂຕນ; ຕົວແບບການປູກເຂົ້າແນວພັນ ມີ 2 ບ້ານ ຄື: ບ້ານ ພ້າວໃຫຍ່ ແລະ ບ້ານ ນາຕຶມ; ຕົວແບບປູກຜັກແບບປະສົມ ປະສານ 4 ບ້ານ ຄື: ບ້ານ ໂພນຕານ, ບ້ານທາດຫ້ວຍ, ບ້ານ ນາຂ້ອຍ ສາວ ແລະ ບ້ານດົງໜ້ອງ; ຕົວແບບການລ້ຽງສັດປະກອບມີ ຟາມ ແລະ ບັນດາບ້ານເປັນຕົວແບບເປັນ ຕົ້ນບ້ານ ນາໄຊນ້ອຍ, ບ້ານເລີນສໍາພັນ, ບ້ານຫາດຄອງຫຼວງ, ບ້ານຫຼັກສອງ, ບ້ານໂພນໃຜ່, ບ້ານ ພ້າວໃຫຍ່ ແລະ ບ້ານປາກປົ່ງ, ຕົວແບບການຜະລິດຝຸ່ນອົງຄະທາດ ມີ 1 ບ້ານຄື: ບ້ານຫຼັກສອງ ແລະ ອື່ນໆ.

ພ້ອມນີ້ ພິທີຍັງໄດ້ມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງໃຫ້ສະຫາຍທີ່ຖືກຍົກຍ້າຍ ແລະ ສະຫາຍທີ່ຖືກຮັບໜ້າທີ່ໃໝ່ ນອກນີ້ຍັງໄດ້ມີການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ຈັນສີລອນ ສີສົມບູນ ເລຂາຄະນະບໍລິຫານງານພັກເມືອງ (ຜູ້ເກົ່າ) ແລະ ສະຫາຍ ປອ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ (ຜູ້ໃໝ່) ເຊີ່ງໃຫ້ກຽດມອບ ແລະ ເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ; ຊອງໜ້າບັນດາສະ ຫາຍກໍາມະການພັກແຂວງ, ພະແນກການຂັ້ນແຂວງ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ແລະ ນາຍບ້ານ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa