ມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ຜູ້ເກົ່າ ແລະ ຜູ້ໃໝ່

 

ຕອນເຊົ້າວັນທີ 1 ຕຸລາ 2025, ທີ່ສະໂມສອນເມືອງລະຄອນເພັງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງສາລະວັນ, ມີບັນດາສະຫາຍກໍາມະການພັກແຂວງ, ພະແນກການຂັ້ນແຂວງ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ, ການນຳຂັ້ນສູງຈາກເມືອງອ້ອມຂ້າງ, ບັນດາສະຫາຍກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ອາດີດການນຳຂັ້ນສູງຂອງເມືອງ ຕະຫຼອດພະນັກງານສະມາຊິກພັກເຂົ້າຮ່ວມ.

ພິທີໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1427/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ໄປຮັບໜ້າທີ່ໃໝ່ ໂດຍຕົກລົງຍົກຍ້າຍ ສະຫາຍ ທອງດີ ຈັນທະວົງ ກຳມະການປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ໄປຮັບໜ້າທີ່ໃໝ່ຢູ່ອົງການແນວລາວສ້າງຊາດແຂວງສາລະວັນ; ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1440/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງກຳມະການຄະນະພັກ, ຄະນະປະຈຳພັກເມືອງລະຄອນເພັງ, ໂດຍຕົກລົງແຕ່ງຕັ້ງ ສະຫາຍເວີນມະນີ ມຸ່ງສີວົງສາ ກຳມະການພັກແຂວງ ເປັນກຳມະການຄະນະພັກ, ຄະນະປະຈຳພັກເມືອງລະຄອນເພັງ; ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1439/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ເວີນມະນີ ມຸ່ງສີວົງສາ ກຳມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ; ພ້ອມນີ້, ສະຫາຍ ແຫວນເພັດ ລັດດາວົງ ກໍໄດ້ໃຫ້ກຽດມອບມະຕິຕົກລົງທັງ 3 ສະບັບ ໃຫ້ສະຫາຍທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ສະຫາຍທີ່ຖືກແຕ່ງຕັ້ງໃໝ່.

ໂອກາດດັ່ງກ່າວ ສະຫາຍ ທອງດີ ຈັນທະວົງ ກໍ່ໄດ້ລາຍງານໂດຍຫຍໍ້ ການຊີ້ນຳ-ນຳພາຮອບດ້ານ ກໍຄືການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ເຫັນໄດ້ວຽກງານທີ່ພົ້ນເດັ່ນຂອງເມືອງລະຄອນເພັງ ເປັນຕົ້ນ: ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ລົງສ້າງແຜນ ສ້າງກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ, ພົ້ນເດັ່ນ: ສ້າງບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ໄດ້ 100% ສ້າງຕັ້ງຄັງແຮ ປກຊ-ປກສ ໄດ້ 350 ລ້ານກວ່າກີບ, ໄດ້ເປີດຊຸດອົບຮົມຫັດແອບ ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປົ້າໝາຍ 4 ຊຸດທີ III, ດ້ານ ເສດຖະກິດ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານການເງິນ, ເຮັດໃຫ້ຈັງຫວະການຂະຫຍາຍຕົວເສດຖະກິດ ເພີ່ມຂຶ້ນ 6,7%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 5.000 ຕື້ກວ່າກີບ; ສະເລ່ຍລາຍຮັບຕໍ່ຄົນ ໄດ້ 21 ລ້ານກວ່າກີບ, 9 ເດືອນຜ່ານມາ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,3 ຕື້ກວ່າກີບ ທຽບໃສ່ ແຜນການໄດ້ 66%, ດ້ານ ວັດທະນະທໍາ-ສັງຄົມ ໄດ້ຖືເອົາວຽກງານການພັດທະນາຊັບພະຍາກອນມະນຸດເປັນສິ່ງສໍາຄັນ, ດ້ານສຶກສາ ສາມາດປະຕິບັດໄດ້ 10 ຄາດໝາຍ, ໄດ້ສົ່ງຕົວແທນນັກກິລານັກຮຽນມັດທະຍົມ ຂອງ ເມືອງ ເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນ ເຈົ້າພາບ ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ,ດ້ານສາທາລະນະສຸກ ບັນລຸ 9 ຕົວຊີ້ບອກ, ດ້ານແຮງງານ ແລະ ສະຫວັດດີການສັງຄົມ ບັນລຸ 7 ຕົວຊີ້ບອກ ແລະ ດ້ານ ຖວທ ບັນລຸ 3 ຕົວຊີ້ບອກ ທີ່ສະພາຮັບຮອງ ພົ້ນເດັ່ນ: ໄດ້ຮັບຮອງ ຫັດຖະກຳຈັກສານ ຫວາຍ-ໄມ້ປ່ອງບ້ານແປງດ່ານ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ໄດ້ຮັບຮອງເອົາ ຮອຍພຣະບາດ ແລະ ພື້ນທີ່ວັດພຣະບາດ ບ້ານນາດູເກົ່າ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ທາງດ້ານວັດທະນະທໍາ ຂອງແຂວງສາລະວັນ ແລະ ວຽກງານດ້ານອື່ນໆກໍເຫັນໄດ້ວຽກພົ້ນເດັ່ນໃນຫຼາຍດ້ານເຊັ່ນດຽວກັນ.

ຈາກນັ້ນ, ສະຫາຍ ເວີນມະນີ ມຸ່ງສີວົງສາ ກຳມະການພັກແຂວງ ກໍໄດ້ຂຶ້ນກ່າວຮັບໜ້າທີ່ເພື່ອສືບຕໍ່ຊີ້ນຳ-ນຳພາ ແລະ ສືບຕໍ່ປັບປຸງແກ້ໄຂວຽກງານບາງດ້ານທີ່ຍັງຄົງຄ້າງ ໃຫ້ມີຜົນສຳເລັດໃນຕໍ່ໜ້າ, ພ້ອມທັງໄດ້ມີການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ທອງດີ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ(ຜູ້ເກົ່າ) ແລະ ສະຫາຍ ເວີນມະນີ ມຸ່ງສີວົງສາ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ (ຜູ້ໃໝ່) ຢ່າງເປັນທາງການ ໂດຍເປັນສັກຂີພິຍານຂອງ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ພ້ອມດ້ວຍບັນດາສະຫາຍກໍາມະການພັກແຂວງ, ພະແນກການຂັ້ນແຂວງ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ, ການນຳຂັ້ນສູງຈາກເມືອງອ້ອມຂ້າງ, ແລະ ຊ່ອງໜ້າຜູ້ເຂົ້າຮ່ວມພິທີທັງໝົດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa