ພິທີປະກາດຍຸບ-ໂຮມຫ້ອງການຢູ່ເມືອງ ຄົງເຊໂດນ ພ້ອມທັງ ແຕ່ງຕັ້ງພະນັກງານນໍາພາຄຸ້ມຄອງອ້ອມຂ້າງເມືອງ

ພິທີປະກາດຍຸບ-ໂຮມຫ້ອງການຢູ່ເມືອງ ຄົງເຊໂດນ ພ້ອມທັງ ແຕ່ງຕັ້ງພະນັກງານນໍາພາຄຸ້ມຄອງອ້ອມຂ້າງເມືອງ

ໃນຂອງວັນທີ 1 ຕຸລາ 2025 ນີ້ ຢູ່ທີ່ສະໂມສອນເມືອງຄົງເຊໂດນ ໄດ້ຈັດພິທີປະກາດໂຮມຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມເມືອງ ເຂົ້າກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ໂຮມຫ້ອງການພະລັງງານບໍແຮ່ເມືອງ ເຂົ້າກັບຫ້ອງການອຸສະຫະກໍາ ແລະ ການຄ້າເມືອງ, ແລະ ໂຮມຫ້ອງການພາຍໃນເມືອງ ເຂົ້າກັບຫ້ອງການຄະນະຈັດຕັ້ງເມືອງ ແລະ ຍົກຍ້າຍ, ແຕ່ງຕັ້ງພະນັກງານນໍາພາຄຸ້ມຄອງອ້ອມຂ້າງເມືອງ ຄົງເຊໂດນ, ໂດຍການເປັນປະທານຂອງ ປອ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງສາລະວັນ, ມີບັນດາທ່ານຄະນະນໍາພະແນກການຂັ້ນແຂວງທີກ່ຽວຂ້ອງ, ບັນດາທ່ານຄະນະປະ

ຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຫວົໜ້າຈຸດສຸມ, ຕະຫຼອດຮອດພະນັກງານບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມ.

ພິທີຄັ້ງນີ້ ທ່ານ ພອນສະຫວັດ ວົງນາດີ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ກໍ່ໄດ້ຜ່ານມາຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການຍຸບໜ່ວຍພັກ ແລະ ສ້າງຕັ້ງໜ່ວຍພັກໃໝ່, ພ້ອມທັງຜ່ານມະຕິກປະກາດບົ່ງຕົວເລຂາຮອງເລຂາໜ່ວຍພັກຊຸດໃໝ່, ພ້ອມທັງຜ່ານມະຕິຕົກລົງແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງເມືອງ ແລະ ຮອງຄະນະໜ່ວຍງານຄະນະຈັດຕັ້ງເມືອງ, ມະຕິຕົກລົງ ຍົກຍ້າຍພະນັກງານ-ລັດຖະກອນ ແລະ ຍົກຍ້າຍ ແຕ່ງຕັ້ງ ຫົວໜ້າ ແລະ ຮອງຈຸດສຸມນາມ່ວງ ແລະ ພ້ອມທັງມີການຜ່ານຂໍ້ຕົກລົງຂອງປະທານປົຄອງເມືອງ ວ່າດ້ວຍ : ການແຕ່ງຕັ້ງຫົວຫ້ອງການກະສິກຳ ແລະ ສິງແວດລ້ອມ, ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ນຳອີກດ້ວຍການມອບ-ໂອນວຽກ ລະຫວ່າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງ ໄປຂື້ນກັບ ຫ້ອງການກະສິກຳ ແລະ ສິງແວດລ້ອມເມືອງ ເອີ້ນຊື່ໃໝ່ວ່າ ຫ້ອງການກະສິກຳ ແລະ ສິງແວດລ້ອມເມືອງ ແລະ ຫ້ອງການພະລັງງານ ແລະ ບໍແຮ່ ໄປຂື້ນກັບ ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ເອີ້ນຊື່ວ່າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ, ໂຮມຫ້ອງການພາຍໃນເມືອງ ເຂົ້າກັບຄະນະຈັດຕັ້ງເມືອງ ແລະ ຫ້ອງວ່າການເມືອງ, ຈາກນັ້ນກໍ່ມີການມອບ-ຮັບມະຕິຕົກລົງໃຫ້ບັນດາທ່ານທີ່ຖຶກແຕ່ງຕັ້ງ, ພ້ອມທັງມີການເຊັນບົດບັນທຶນມອບ-ຮັບວຽກງານຕ່າງໆຢ່າງເປັນທາງການ ໂດຍຊ່ອງໜ້າຂອງທ່ານຄະນະປະຈໍາພັກແຂວງ ແລະ ພະແນກການຂັ້ນແຂວງ,ຂັ້ນເມືອງ, ພາກສ່ວນຕ່າງໆເຂົ້າຮ່ວມເປັນສັກຂີພະຍານ.

ທ່ານປະທານກອງປະຊຸມຍັງໄດ້ເນັ້ນໜັັກບັນຫາສໍາຄັນ ເປັນຕົ້ນ,ຄະນະພັກ,ຄະນະຫ້ອງການ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງ ຊຸດນີ້ ຈົ່ງເອົາໃຈໃສ່ ແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ຄົ້ນຄວ້າບັນຈຸຊັບຊ້ອນພະນັກງານ-ລັດຖະກອນເຂົ້າໃນບັນດາໜ່ວຍງານໃຫ້ເໝາະສົມ,ຖືກກັບວິຊາສະເພາະ ແລະ ຄວາມສາມາດຂອງບຸກຄົນ,ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ ແນວຄິດ ຕໍ່ພະນັກງານ-ລັດຖະກອນຢ່າງແຂງແຮງ, ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບ, ເອົາໃຈໃສ່ ປັບປຸງແບບແຜນການນໍາພາຂອງພັກ,ແບບແຜນວິທີເຮັດວຽກແບບມີວິທະຍາສາດ,ສືບຕໍ່ກວດກາປັບປຸງກໍານົດແຜນພັດທະນາດ້ານວິຊາສະເພາະໃຫ້ສອດຄ່ອງ,ເອົາໃຈໃສ່ຕໍ່ທຸກວຽກງານໃຫ້ສໍາເລັດຕາມລະດັບຄາດໝາຍ.

ຂ່າວ-ຂ່າວ: ບ. ຄົງເຊໂດນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa