9 ເດືອນຜ່ານມາ ສະຫະພັນກໍາມະບານແຂວງສາລະວັນ ປະຕິບັດນະໂຍບາຍກອງທຶນແລ້ວ 200 ລ້ານກວ່າກີບ
ວັນທີ 3 ຕຸລາ 2025, ສະຫະພັນກໍາມະບານແຂວງສາລະວັນ ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໄລຍະ 9 ເດືອນ, ພ້ອມວາງທິດທາງແຜນການ 3 ທ້າຍປີ 2025, ໂດຍການເປັນປະທານຂອງ ທ່ານ ແກ້ວໂອໄດ ແດງສະຫວ່າງ ຮອງປະທານ ສະຫະພັນກໍາມະບານແຂວງ, ມີບັນດາປະທານ-ຮອງປະທານຮາກຖານກໍາມະບານພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສົມລິດ ພັນທຸວົງ ຄະນະຮັບຜິດຊອບວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໄລຍະ 9 ເດືອນຜ່ານມາ, ຕີລາຄາດ້ານຕັ້ງໜ້າ, ບັນດາຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ. ທົ່ວແຂວງສາລະວັນ ມີສະມາຊິກກຳມະບານທັງໝົດ 3,121 ຄົນ, ຍິງ 1,426 ຄົນ, ໃນນັ້ນຂະຫຍາຍໃໝ່ໃນ 9 ເດືອນ ປີ 2025 ຈໍານວນ 156 ຄົນ, ຍິງ 74, ເງິນກອງທືນ ຍົກມາຈາກປີ 2024 ຈໍານວນ 203 ລ້ານກວ່າກີບ, ຮັບໃນໄລຍະ 9 ເດືອນ ປີ 2025 ຈາກສະຫະພັນກຳມະບານເມືອງ, ສະຫະພັນກຳມະບານພະແນກການ ແລະ ກຳມະບານຮາກຖານອ້ອມຂ້າງແຂວງ ທັງໝົດຈໍານວນ 238 ລ້ານກວ່າກີບ ລວມທັງໝົດ 441 ລ້ານກວ່າກີບ. ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກ ຈໍານວນ 214 ລ້ານກວ່າກີບ ເປັນຕົ້ນ: ນະໂຍບາຍໃນກໍລະນີຕ່າງໆ ເຊັ່ນ: ສະມາຊິກເກີດລູກ, ນອນໂຮງໝໍ, ຜ່າຕັດກາງ-ໃຫຍ່ ແລະ ນະໂຍບາຍສະມາຊິກເສຍຊີວິດ ຈຳນວນ 171 ລ້ານກວ່າກີບ, ເງິນກອງທຶນຍັງເຫຼືອຕົວຈິງ 226 ລ້ານກວ່າກີບ. ສໍາລັບທິດທາງແຜນການ 3 ເດືອນ ທ້າຍປີ 2025 ແມ່ນສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມເຜີຍແຜ່ຂໍ້ກໍານົດ-ກົດລະບຽບຂອງກອງທຶນ ແລະ ວຽກງານທີ່ກ່ຽວຂ້ອງ ໃນເລີກເຊີ່ງ, ປຸກລະດົມ, ຂົນຂວາຍສະມາຊິກກຳມະບານ ເຂົ້າເປັນສະມາຊິກກອງທຶນ ໃຫ້ໄດ້ 800 ກວ່າຄົນ, ເອົາໃຈໃສ່ສະຫຼຸບລາຍຮັບ-ລາຍຈ່າຍ, ໜີ້ສິນຄ້າງມອບ ໃຫ້ລະອຽດ ພ້ອມທັງເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງເງິນກອງທຶນຂອງສະມາຊິກກຳມະບານແຕ່ລະຂັ້ນ ໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ພາວະວິໃສ.
ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາຄິດເຫັນ, ແລກປ່ຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະຂອດການປະສານງານ ລະຫວ່າງຄະນະຮັບຜິດຊອບ ກັບ ບັນດາສະຫະພັນ, ຮາກຖານກໍາມະການອ້ອມຂ້າງ, ການອໍານວຍຄວາມສະດວກໃນການນໍາໃຊ້ທຶນ ໃນກໍລະນິ ແລະ ເງື່ອນໄຂຕ່າງໆ ໃຫ້ທ່ວງທັນເວລາ ແລະ ດ້ານອື່ນໆຕື່ມອີກ ເພື່ອປັບປຸງ, ແກ້ໄຂຂໍ້ຄົງຄ້າງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃຫ້ມີປະສິດທິຜົນ.