ກຸ່ມ – ພັກພະນັກງານ ໄດ້ຮັບຟັງການເຜີຍແຜ່ ເຊື່ອມຊຶມຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.
ໃນຕອນເຊົ້າຂອງວັນທີ 3 ຕຸລາ 2025 ນີ້, ຢູ່ທີ່ສະໂມສອນໂຮງຮຽນວິທະຍາໄລຄູສາລະວັນ ພະນັກງານຫຼັກແຫຼ່ງກຸ່ມພັກ – ພະນັກງານ ໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະ ໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສາລະວັນ ຊຸດທີ IV; ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ຂັນໄຊ ຣັດຖະເຮົ້າ ຮອງປະທານສະມາຊິກສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ;ເຂົ້າຮ່ວມມີບັນດາທ່ານໃນກໍາມະການພັກແຂວງ,ພະນັກງານຫຼັກແຫຼ່ງກຸ່ມພັກ – ນັກງານຕະຫຼອດຮອດນັກສຶກສາຈາກໂຮງຮຽນທິດສະດີການເມືອງການປົກຄອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຫຼາຍບັນຫາ ເປັນຕົ້ນແມ່ນ ໄດ້ຮັບຮອງເອົາ ນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9
ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ; ຈາກນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງ ສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ທີ່ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງແຂວງຫຼາຍບັນຫາເປັນຕົ້ນແມ່ນ ເຜີຍແຜ່ມະຕິກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ, ພິຈາລະນາ ແລະ ຮັບຮອງເອົາຊື່ເອີ້ນ ປະທານ-ຮອງປະທານ ຄະນະກໍາມະການປົກຄອງຂັ້ນເມືອງ ແລະ ແຕ່ງຕັ້ງປະທານ ຄະນະກໍາມະການປົກຄອງເມືອງ 8 ເມືອງ, ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນະເສດຖະກິດ-ສັງຄົມ, ແຜນງົບປະມານຂອງອົງການປົກຄອງແຂວງ, ພິຈາລະນາຮັບຮອງການສ້າງນິຕິກໍາທີ່ສຳຄັນຂອງແຂວງ ຈໍານວນ 3 ສະບັບ, ຮັບຮອງເອົາວຽກງານການເຄື່ອນໄຫວ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV.
ພາບ-ຂ່າວ: ແກ້ວວິໄລ ດວງຄໍາ.