ສາລະວັນຫວນຄືນມູນເຊື້ອວັນປະກາດ ເອກະລາດ ແລະວັນສ້າງຕັ້ງການທູດລາວຄົບຮອບ 80 ປີ.
ໃນວັນທີ 10 ຕຸລາ 2025 ນີ້,ຢູ່ທີ່ສະໂມສອນແຂວງສາລະວັນໄດ້ຫວນຄືນມູນເຊື້ອ ວັນປະກາດ ເອກະລາດ ແລະວັນສ້າງຕັ້ງການທູດລາວຄົບຮອບ 80 ປີ. ( 12 ຕຸລາ 1945-12 ຕຸລາ 2025 ) ໂດຍການໃຫ້ກຽດເລົ່າມູນເຊື້ອ ແລະ ບັນລະຍາຍຂອງ ທ່ານ ຄໍາຈັນ ແຈ່ມສະໝອນ ອະດິດຄະນະປະຈໍາພັກແຂວງ,ເປັນກຽດເຂົ້າຮ່ວມຮັບຟັງຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາທ່ານ ກໍາມະການພັກແຂວງ,ຫົວໜ້າພະແນກ – ຮອງພະແນກ ພະນັກງານຫຼັກແຫຼ່ງຕະຫຼອດຮອດທະຫານ ແລະຕໍາຫຼວດເຂົ້າຮ່ວມ.
ທ່ານ ຄໍາຈັນ ແຈ່ມສະໝອນ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນ ປະກາດ ເອກະລາດ ແລະວັນສ້າງຕັ້ງການທູດລາວຄົບຮອບ 80 ປີຄື: ວັນທີ 12 ຕຸລາ 1945 ແມ່ນເຫດການທີ່ມີຄວາມໝາຍ ປະຫວັດສາດ ຂອງຊາດລາວເຮົາ ຍ້ອນວ່າ ແມ່ນມື້ທີ່ມີການໂຮມຊຸມນຸມ, ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງໃນປະຈຸບັນ) ຊຶ່ງມີມວນຊົນເຂົ້າຮ່ວມ2ໝືນກວ່າ ຄົນ. ພ້ອມກັນນັ້ນ ກໍໄດ້ອອກຖະແຫຼງການ ກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆສັນຍາທີ່ລາວ ໄດ້ເຊັນກັບຝຣັ່ງເສດ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງ ຊາດ ( ທຸງຊາດລາວປັດຈຸບັນ ), ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີ ສະເດັດ ເຈົ້າສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດໍາລົງຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດອີກດ້ວຍ,ການປະກາດເອກະລາດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ ກ່ຽວກັບຄວາມເປັນຊາດລາວ , ຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນ ຂອງລາວ; ພ້ອມກັນນັ້ນ ກໍຮັບຮູ້ລັດ ຖະບານຊົ່ວຄາວ ຂອງລາວ ແລະ ຮັບຮູ້ວ່າຊາດລາວ-ຄົນລາວເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບ, ເປັນເຈົ້າຊາຕາກຳ ຂອງຕົນເອງ ແລະ ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນວັດທະນາ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ກ່ຽວກັບ ປະຫວັດສາດການທູດລາວ ຄົບຮອບ 80 ປີຄື:( 12 ຕຸລາ 1945-12 ຕຸລາ 2025 ) ມີຕົ້ນກໍາເນີດມາແຕ່ດຶກດໍາບັນ ແລະ ຕິດພັນກັບການຂະຫຍາຍຕົວຂອງປະຫວັດ ສາດຂອງຊາດລາວໃນແຕ່ລະໄລຍະ. ເຖິງຈະບໍ່ມີນະໂຍບາຍການຕ່າງປະເທດຂອງຕົນເອງ ເປັນພື້ນຖານໃຫ້ແກ່ການດໍາເນີນການທູດ, ແຕ່ການທູດໃນສະໄໝບູຮານຂອງລາວ ແມ່ນເກີດມາຈາກຂະບວນການຕໍ່ສູ້ ເພື່ອຜົນປະໂຫຍດຂອງຊາດເປັນຫຼັກ ເຊິ່ງຈະເຫັນໄດ້ໃນບັນພະບູລຸດຂອງລາວ ໄດ້ຕໍ່ສູ້ເພື່ອປົກປັກຮັກສາຄວາມເປັນເອກະລາດຂອງລາວ ຈົນເຖິງປັດຈຸບັນ ເຊັ່ນ: ມີຜືນແຜ່ນດິນ, ມີປະຊາກອນ, ມີຫ້ວຍນໍ້າລໍາເຊ, ມີປະເພນີ-ວັດທະນະທໍາ ແລະ ມີໂຕໜັງສືທີ່ບົ່ງບອກເຖິງຄວາມເປັນລາວ.
ພາບ-ຂ່າວ ແກ້ວວິໄລ ດວງຄຳ.