ສາລະວັນ ຮ່ວມຕີລາຄາ ແລະ ຄົ້ນຄວ້າວຽກງານຂອງລັດຖະບານ ປະຈຳເດືອນກັນຍາ 2025
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງນະຄອນຫລວງວຽງຈັນ, ບັນດາແຂວງທົ່ວປະເທດ ເຂົ້າຮ່ວມປະຊຸມທາງໄກ. ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມທາງໄກ ໂດຍມີ: ທ່ານ ໂພສີ ແກ້ວສີພັນດອນ ຄະນະປະຈໍາພັກແຂວງ ພ້ອມດ້ວຍຕາງໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ລາຍງານສະພາບພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື: ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການປະຈໍາເດືອນຕຸລາ 2025 ຂອງລັດຖະບານ, ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ແຜນກະກຽມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ; ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິຄົນພິການ ສປຊ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຄົນພິການ; ຮ່າງດໍາລັດວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ; ຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025.
ສໍາລັບຢູ່ພາຍໃນປະເທດ ກໍມີໄພພິບັດທາງທຳມະຊາດເກີດຂຶ້ນຢ່າງໜັກໜ່ວງ ໂດຍສະເພາະຜົນກະທົບຈາກພະຍຸບົວລອຍ ເຮັດໃຫ້ຝົນຕົກໜັກ ນໍ້າຖ້ວມ-ນໍ້າປ່າໄຫລຊຸ ຢູ່ 10 ແຂວງ, 34 ເມືອງ, 131 ບ້ານ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ, ທັງສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຊຶ່ງຕ້ອງໄດ້ຮີບຮ້ອນສຸມໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ໂດຍສະເພາະບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ.
ສ່ວນແຂວງສາລະວັນ ໃນໄລຍະ 1 ເດືອນຜ່ານມາ ຍັງມີຄວາມສະຫງົບໂດຍພື້ນຖານ, ຕິດຕາມຊຸກຍູ້ໃນການປູກພຶດລະດູຝົນ, ການສະໜອງຊີ້ນ, ໄຂ່ ແລະ ປາ ປ້ອນເຂົ້າຕະຫຼາດໄດ້ທັງໝົດ 147 ໂຕນ, ຂົງເຂດວຽກວັດທະນະທໍາ-ສັງຄົມ, ສຳເລັດການໄຂສົກຮຽນໃໝ່ 2025-2026, ທົ່ວແຂວງ ມີຄູອາສາສະໝັກ 192 ຄົນ, ລັດຖະບານໃຫ້ໂກຕາ ຄູທະຫານ 85 ຄົນ, ນອກນັ້ນໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນ ລາກາຊາ ແລະ ບົວລອຍ ເຮັດໃຫ້ພື້ນຖານໂຄງລ່າງ, ເນື້ອທີ່ທໍາການຜະລິດຂອງປະຊາຊົນໄດ້ຮັບຜົນກະທົບ, ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ມີຄະດີເກີດຂຶ້ນທັງໝົດ 27 ເລື່ອງ, ໃນນັ້ນ, ອັກຄີໄພ 1 ເລື່ອງ, ຄະດີອາຍາ 20 ເລື່ອງ, ມ້າງຄະດີຢາເສບຕິດໄດ້ 6 ເລື່ອງ, ຕ້ອງຫາ 9 ຄົນ, ຢຶດຂອງກາງ ປະເພດຢາບ້າໄດ້ 7,737 ເມັດ, ລົດຈັກ 3 ຄັນ ແລະ ເງິນ 1 ລ້ານກວ່າກີບ ແລະ ວຽກງານອື່ນໆ.
————————–
ຂ່າວ: ວິໄລວອນ ສິດທິໄຊ