ຕຸ້ມລານສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ( 7 ຕຸລາ 1994-7 ຕຸລາ 2025 ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ( 12 ຕຸລາ 1987-12 ຕຸລາ2025.

ຕຸ້ມລານສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ( 7 ຕຸລາ 1994-7 ຕຸລາ 2025 ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ( 12 ຕຸລາ 1987-12 ຕຸລາ2025.

  

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2025 ຫ້ອງການສຶກສາທິການ ແລະ ກິລາ ເມືອງຕຸ້ມລານໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ( 7 ຕຸລາ 1994-7 ຕຸລາ 2025 ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ( 12 ຕຸລາ 1987-12 ຕຸລາ2025. ເຊິ່ງຈັດຂື້ນຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງຕຸ້ມລານ, ໂດຍການເປັນປະທານຂອງ ທ່ານ ຄໍາໃສ ແສນຄໍາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນ. ຄໍາຫຼ້າ ໄຊຍະເດດ ຮອງປະທານສະຫະພັນແມ່ຍິງເມືອງ ມີ ຫົວໜ້າຫ້ອງການ ຮອງ ຫ້ອງການອ້ອມຂ້າງເມືອງ, ອະດີດພະນັກງານບໍານານ,ຄູ-ອາຈານທົ່ວເມືອງເຂົ້າຮ່ວມ.

ທ່ານ ຄໍາໃສ ແສນຄໍາ ໄດ້ເລົ່າມູນເຊື້ອປະຫວັດຫຍໍ້ວັນທີ 7 ຕຸລາ 1994-7 ຕຸລາ 2025 ຄົບຮອບ 31 ປີ: ວັນທີ 7 ຕຸລາແມ່ນວັນທີ່ມີຄວາມໝາຍຄວາມສໍາຄັນຍິ່ງຕໍ່ພະນັກງານຄູອາຈານ ຜູ້ທີ່ໄດ້ອຸທິດຕົນໃຫ້ແກ່ການອົບຮົມ-ສິດສອນລູກຫຼານຂອງປະຊາຊົນບັນດາເຜົ່າ ຜູ້ທີ່ໄດ້ອຸທິດຕົນໃຫ້ແກ່ການປົດປ່ອຍຄົນອອກຈາກຄວາມໂງ່ຈ້າລ່າຫຼັງ ແລະ ພັດທະນາຄົນໃຫ້ມີຄວາມຮູ້ຄວາມສາມາດ, ສະຫຼາດຫຼັກແຫຼມ, ມີຄຸນສົມບັດສີນທຳປະຕິວັດ ແລະ ມີນໍ້າໃຈຮັບໃຊ້ປະຊາຊົນກໍ່ຄືຄວາມຢູ່ດີ-ກີນດີຂອງປະຊາຊົນ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ. ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ, ເມືອຮອດວັນທີ 7 ຕຸລາລາທຸກໆປີມີພິທີການເລົ່າປະຫວັດ ແລະ ອວຍພອນຄູ, ພ້ອມດຽວກັນນີ້ນ້ອງນັກຮຽນກໍ່ໄດ້ອ່ານສານອວຍພອນໃຫ້ແກ່ຄູ-ອາຈານຕື່ມອີກ.

ພາບ-ຂ່າວ : ເຫຼີນຄໍາ ລືເດດມູນສອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa