ປະກາດຄະນະພັກ ແລະ ການຈັດຕັ້ງໜ່ວຍພັກ ຮາກຖານຄະນະໂຄສະນາອົບຮົມແຂວງຕິດພັນກັບການປະກາດຮອງຄະນະໂຄສະນາອົບຮົມແຂວງສາລະວັນ
ສະຫາຍ ຄໍາເບົາ ໄຊຍະສິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຄະນະປະຈໍາພັກແຂວງ ສະ ບັບເລກທີ 1455/ຄຈພຂ ລົງວັນທີ 16 ຕຸລາ 2025 ວ່າດ້ວຍ: ການອະນຸມັດສ້າງຕັ້ງການຈັດຕັ້ງ ຄະນະພັກຮາກຖານຄະນະໂຄສະ ນາອົບຮົມແຂວງ ແລະ ການຈັດຕັ້ງ ຈໍານວນ 6 ໜ່ວຍພັກ ເຊີ່ງປະກອບມີ: ໜ່ວຍພັກບໍລິຫານ, ໜ່ວຍພັກໂຄສະນາ, ໜ່ວຍພັກອົບຮົມ ແລະ ສູນ, ໜ່ວຍພັກສັງລວມ ແລະ ຂໍ້ມູນຂ່າວສານ, ໜ່ວຍພັກສື່ມວນຊົນ ແລະ ໜ່ວຍພັກເຕັກນິກ-ຄຸ້ມຄອງສື່; ມະຕິຕົກລົງຄະນະປະຈໍາພັກແຂວງ ສະບັບເລກທີ 1456/ຄຈພຂ ລົງວັນທີ 16 ຕຸລາ 2025 ວ່າດ້ວຍ: ການອະນຸມັດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ; ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ເປັນຕົ້ນເຫັນດີແຕ່ງຕັ້ງ:
– ສະຫາຍ ມະໄລວອນ ສີປະເສີດ ເປັນເລຂາຄະນະພັກຮາກຖານ
– ສະຫາຍ ເປັງ ລາດຄໍາພູມີ ເປັນຮອງເລຂາຄະນະພັກຮາກຖານ
– ສະຫາຍ ຄໍາໄຫວ ໂພສີ ເປັນຄະນະພັັກຮາກຖານ, ປະທານກວດກາ
– ສະຫາຍ ນາງ ບຸບຜາ ສຸດທິຈັກ ເປັນຄະນະພັັກຮາກຖານ
– ສະຫາຍ ດາວັນ ດວງບຸດດາ ເປັນຄະນະພັັກຮາກຖານ ຮອງປະທານກວດກາ
– ສະຫາຍ ໂສພາ ສໍພະໄຊ ເປັນຄະນະພັັກຮາກຖານ
– ສະຫາຍ ຫົງທອງ ເຫມສຸວັນ ເປັນຄະນະພັັກຮາກຖານ
ເຫັນດີບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາໜ່ວຍພັກຂື້ນກັບຄະນະພັກຮາກ ຖານຄະນະໂຄສະນາ ອົບຮົມແຂວງ
1). ໜ່ວຍພັກບໍລິຫານ.
– ສະຫາຍ ຫົງທອງ ເຫມສຸວັນ ເປັນເລຂາໜ່ວຍພັກ
– ສະຫາຍ ສີສະຫວັນ ບຸນຍະສວນ ເປັນຮອງເລຂາໜ່ວຍພັກ
2). ໜ່ວຍພັກໂຄສະນາ.
– ສະຫາຍ ນາງ ດາວັນ ດວງບຸດດາ ເປັນເລຂາໜ່ວຍພັກ
– ສະຫາຍ ແຂກດາລາ ຟອງພົນເສນາ ເປັນຮອງເລຂາໜ່ວຍພັກ
3). ໜ່ວຍພັກອົບຮົມ ແລະ ສູນ.
– ສະຫາຍ ນາງ ບຸບຜາ ສຸດທິຈັກ ເປັນເລຂາໜ່ວຍພັກ
– ສະຫາຍ ນາງ ໝູຄໍາ ສາຍສູນທອນ ເປັນຮອງເລຂາໜ່ວຍພັກ
4). ໜ່ວຍພັກສັງລວມ ແລະ ຂໍ້ມູນຂ່າວສານ.
– ສະຫາຍ ເປັງ ລາດຄໍາພູມີ ເປັນເລຂາໜ່ວຍພັກ
– ສະຫາຍ ນາງບົວໄທ ຄຸນທະບົວໄຂ ເປັນຮອງເລຂາໜ່ວຍພັກ
5). ໜ່ວຍພັກສື່ມວນຊົນ.
– ສະຫາຍ ຄໍາໄຫວ ໂພສີ ເປັນເລຂາໜ່ວຍພັກ
– ສະຫາຍ ທອງດໍາ ວົງວຽງໄຊ ເປັນຮອງເລຂາໜ່ວຍພັກ
6). ໜ່ວຍພັກເຕັກນິກ-ຄຸ້ມຄອງສື່.
– ສະຫາຍ ໂສພາ ສໍພະໄຊ ເປັນເລຂາໜ່ວຍພັກ
– ສະຫາຍ ຄໍາສອນ ແກ້ວບຸນທະວົງເປັນຮອງເລຂາໜ່ວຍພັກ
ຈາກນັ້ນຍັງໄດ້ຜ່ານມະຕິຕົກລົງຄະນະປະຈໍາພັກແຂວງ ສະບັບເລກທີ 1446/ຄຈພຂ ລົງວັນທີ 29 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງຮອງຫົວໜ້າຄະນະໂຄ ສະນາອົບຮົມແຂວງ ໃນນັ້ນໄດ້ເຫັນດີ:
– ທ່ານ ຄໍາໄຫວໂພສີ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ
– ທ່ານ ນາງ ບຸຜາ ສິດທິຈັກ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ
– ທ່ານ ນາງ ດາວັນ ດວງບຸດດາ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ
ພິທີປະກາດການຈັດຕັ້ງພັກ, ຄະນະພັກຮາກຖານ-ຮອງຫົວໜ້າຄະນະໂຄສະ ນາອົບຮົມແຂວງ; ຄະນະພັກຮາກຖານ-ຮອງຫົວໜ້າຫ້ອງວ່າການ; ເລຂາໜ່ວຍພັກຮາກຖານສານປະຊາ ຊົນ ແລະ ຮອງຫົວໜ້າຫົວໜ້າຄະນະຄຸ້ມຄອງດ່ານສາກົນລະໄລ ແມ່ນຈັດຂື້ນໃນທ້າຍອາທິດທີ່ຜ່ານ ຢູ່ທີ່ສະໂມສອນແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ; ມີສະຫາຍໃນກຳມະການພັກແຂວງ, ບັນດາສະຫາຍແຂກທີ່ຖືກເຊີນຈາກບັນດາເມືອງທີ່ກ່ຽວຂ້ອງຈາກ 4 ພາກສ່ວນ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ການປະກາດການຈັດຕັ້ງຄັ້ງນີ້ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງພັກເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງຂອງແຂວງກໍຄືພະແນກການໄດ້ມີ ເຄື່ອນໄຫວໄດ້ຕໍ່ເນື່ອງ, ສອດຄ່ອງກັບສະພາບ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ ໂດຍສະເພາະການເຮັດໜ້າທີ່ເປັນເສນາທິການຊ່ວຍໃຫ້ຄະນະພັກ, ອົງການປົກຄອງແຂວງທີ່ເຮັດໜ້າທີ່ຢູ່ແຕ່ລະຂະແໜງການໃຫ້ມີຄຸນນະພາບສູງຂື້ນ.
ພາບ-ຂ່າວ: ສ.ພະຈັນ