ເຊັນສັນຍາຮັບເໝົາເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 03 ເມືອງ (ສາລະວັນ, ຕຸ້ມລານ ແລະ ເລົ່າງາມ)
ຂອງແຂວງສາລະວັນ

ພິທີເຊັນສັນຍາຮັບເໝົາເກັບກູ້ແລະ ທຳລາຍລະເບີດບໍ່ທັນແຕກ ອອກຈາກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖີ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທາງຕໍ່ການປ່ຽນແປງສະພາບດິນອາກາດ(CRRCIP) ທີ່ໄດ້ຮັບທຶນກູ້ຢືມຈາກທະນະຄານໂລກ, ພິທີເຊັນສັນຍາດັ່ງກ່າວໄດ້ຈັດໃນຕອນບ່າຍວັນທີ 24 ຕຸລາ 2025 ຢູ່ຫ້ອງປະຊຸມພະແນກ ໂຍທາທິການ ແລະຂົນສົ່ງ ແຂວງສາລະວັນ ໂດຍແມ່ນ ບໍລິສັດ ອອສລາວ ກຣຸບ ຈຳກັດ ເປັນຜູ້ຮັບເໝົາ ເຊີ່ງປະກອບມີ ຈຳນວນ 04 ເສັ້ນ ລວງຍາວ 83.64 ກິໂລແມັດ ກວມເອົາ 03 ເມືອງ (ສາລະວັນ, ຕຸ້ມລານ ແລະ ເລົ່າງາມ) ຄື : 1. ເສັ້ນທາງເລກທີ 3.6909 ແຍກທາງເລກ 20 ບ້ານເຕເມສັງທອງ ເມືອງເລົ່າງາມຫາ ແຍກທາງ 15 ບ້ານ ໜອງບົວ ເມືອງສາລະວັນ). 2. ເສັ້ນທາງເລກທີ 5.7271 ແຍກທາງເລກ 2.6958 ບ້ານດິນດາກ ຫາ ກມ 12+700 ບ້ານຕໍາແບງ ເມືອງຕຸ້ມລານ. 3. ເສັ້ນທາງເລກທີ 3.6913 ແຍກທາງເລກ 20 ບ້ານເຕເມພໍ່ປູມຫາ ບ້ານ ພໍ່ເຂັມ ຊາຍແດນ ເມືອງເລົ່າງາມ,ເມືອງປາກຊ່ອງ

ແຂວງຈໍາປາສັກ. 4. ເສັ້ນທາງເລກ 5.6933 ແຍກທາງ 15 ບ້ານບຶງຂາມຫາບ້ານນາຕືມ ຊາຍແດນເມືອງສາລະວັນ/ເມືອງເລົ່າງາມ. ເຊິ່ງການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ຕາມສັນຍາດັ່ງກ່າວຕ້ອງຮັບປະກັນໃຫ້ສໍາເລັດ 100% ຕາມແຜນທີ່ວາງໄວ້ ແລະ ຝ່າຍຜູ້ຮັບເໝົາຕ້ອງຮັບຜິດຊອບຄວາມປອດໄພໃນການກວດກາ ແລະ ເກັບກູ້ລະເບີດ, ຮັບຜິດຊອບຊິວິດ ແລະ ຊັບສິນ ແລະ ຄ່າເສຍຫາຍທັງໜົດທີ່ອາດຈະເກີດຂື້ນຈາກອຸປະຕິເຫດໃນສະຖານທີ່ກວດກາລະເບີດໃນແຕ່ລະຈຸດທີ່ໄດ້ກຳນົດໄວ້, ພາຍຫຼັງເກັບກູ້ພື້ນທີ່ໂຄງການສໍາເລັດ 100% ຜູ້ຮັບເໝົາຕ້ອງອອກໃບຢັ້ງຢືນຄຸນນະພາບວຽກດັ່ງກ່າວ,ລົງນາມໃນພິທີເຊັນສັນຍາດັ່ງກ່າວ ຕາງໜ້າຝ່າຍອົງການປົກຄອງແຂວງສາລະວັນ ເຊັນໂດຍ ທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ຄຳກິ່ງ ແກ້ວສຸພັນ ຮອງຫົວໜ້າ ພະແນກການເງິນແຂວງ, ທ່ານ ວິເສດ ສຸລິຍະວົງສາ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ແລະ ຝ່າຍບໍລິສັດຜູ້ຮັບເໝົາ ເຊັນໂດຍ ທ່ານຈັນທະບູນ ແກ້ວບຸນຄຸນ ຜູ້ອຳນວຍການບໍລິສັດ ອອສລາວ ກຣຸບ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ໂພສີ ແກ້ວສີພັນດອນ ຄະນະປະຈຳພັກແຂວງ ແລະ ພາກສ່ວນພະແນການທີ່ກ່ຽວຂ້ອງເຂົ້າຮ່ວມ, ພາຍຫຼັງເຊັນສັນຍາແລ້ວ ຜູ້ຮັບເໝົາຈະສືບຕໍ່ລົງມືຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ສໍາເລັດຕາມແຜນທີ່ວາງໄວ້.
