ຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນເມືອງ ນຳພານັກເຝິກອົບຮົມ (ນັກເດີນສໍາຫຼວດ ແລະ ນັກກວດກາ) ລົງທົດສອບປະຕິບັດຕົວຈິງຢູ່ພາກສະໜາມ.

ຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນເມືອງ ນຳພານັກເຝິກອົບຮົມ (ນັກເດີນສໍາຫຼວດ ແລະ ນັກກວດກາ) ລົງທົດສອບປະຕິບັດຕົວຈິງຢູ່ພາກສະໜາມ.

ໃນຕອນບ່າຍ28 ຕຸລາ 2025 ນີ້ ຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສ, ຄັ້ງທີ V ຂັ້ນເມືອງ ໄດ້ນໍາພານັກເຝິກອົບຮົມ (ນັກເດີນສໍາຫຼວດ ແລະນັກກວດກາ ຂັ້ນເມືອງ) ລົງທົດສອບປະຕິບັດຕົວຈິງ ຢູ່ພາກສະໜາມ, ໂດຍພາຍຫຼັງໄດ້ຮຽນຮູ້ພາກທິດສະດີ ໃນບັ້ນຝຶກອົບຮົມ ເຊິ່ງເລີ່ມມາແຕ່ວັນທີ 20 ຕຸລາ 2025 , ເພື່ອໃຫ້ນັກເດີນສຳຫຼວດ ແລະ ນັກກວດກາ ຂັ້ນເມືອງ ໄດ້ປະຕິບັດຕົວຈິງ ວິທີການຈົດກ່າຍແບບສອບຖາມ ໃນລະບົບ CAPI ໃຫ້ມີຄວາມເປັນເອກະພາບກັນທົ່ວເມືອງລະຄອນເພັງ ເຊິ່ງລວມມີ 75 ບ້ານ, ແບ່ງເປັນ 64 ເຂດສຳຫຼວດ ແລະ ນຳໃຊ້ນັກເດີນສຳຫຼວດຕົວຈິງ 64 ທ່ານ, ນັັກເດີນສຳຮອງ 8 ທ່ານ, ນັກກວດກາຕົວຈິງ 16 ທ່ານ, ນັກກວດກາສຳຮອງ 2 ທ່ານ, ການລົງທົດສອບປະຕິບັດຕົວຈິງຢູ່ພາກສະໜາມຄັ້ງນີ້ ໃຫ້ກຽດນໍາພາ ແລະ ຕິດຕາມຂອງທ່ານ ເວີນມະນີ ມຸ່ງສີວົງສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ຫົວໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນເມືອງ, ມີບັນດາທ່ານຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາທ່ານໃນຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຂັ້ນເມືອງ, ຄະນະຮັບຜິດຊອບ, ຄູຝຶກ, ນັກເດີນສໍາຫຼວດ ແລະ ນັກກວດກາ ລົງຮ່ວມກັນຢ່າງເປັນຂະບວນ, ເພື່ອຮັບປະກັນໃຫ້ການລົງສຳຫຼວດປະຕິບັດຕົວຈິງ ເລີ່ມແຕ່ວັນທີ 3 ພະຈິກ ຈົນເຖິງ ວັນທີ 14 ທັນວາ 2025 ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ສໍາເລັດຕາມກໍານົດເວລາ.

ພາບ-ຂ່າວ: ເມືອງລະຄອນເພັງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa