ຄະນະຜູ້ແທນ ນະຄອນດານັງ ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ

ວັນທີ 29 ຕຸລາ 2025, ຢູ່ທີ່ຫ້ອງຮັບຮອງ ສະໂມສອນແຂວງ, ສະຫາຍ ຫງວຽນ ດິ່ງ ຫວີ໊ງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດານັງ ແຫ່ງ ສສ ຫວຽດນາມ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໂດຍມີບັນດາຄະນະພັກ, ຄະນະນໍາທັງສອງຝ່າຍ ເຂົ້າຮ່ວມ.

ສະຫາຍ ຫງວຽນ ດິ່ງ ຫວີ໊ງ ໄດ້ສະແດງຄວາມດີໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົງກຽດ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ, ທັງໄດ້ຍົກໃຫ້ເຫັນເຖີງສະພາບໂດຍລວມການປັບປຸງກົງຈັກການຈັດຕັ້ງຂອງນະຄອນດາໜັງ, ພາຍຫຼັງມີການໂຮມບັນດານະຄອນ, ແຂວງ ສສ ຫວຽດນາມ, ເຊີ່ງຈາກ 63 ເຫຼືອ 34 ແຂວງ/ນະຄອນ, ໃນນັ້ນ, ນະຄອນດານັງ ກໍໂຮມເຂົ້າກັນກັບ ແຂວງກວາງນາມ. ພາຍຫຼັງໄດ້ປະກາດໂຮມແລ້ວ ແມ່ນສືບຕໍ່ພົວພັນຮ່ວມມືກັບບັນດາແຂວງພາກໃຕ້ ເວົ້າສະເພາະກໍຄືແຂວງສາລະວັນ ກ່ຽວກັບບັນດາເນື້ອໃນທີ່ໄດ້ລົງນາມຮ່ວມມືກັນ, ສືບຕໍ່ພົວພັນປະສານສົມທົບ, ເກັບກໍາຂໍ້ມູນ ລະຫວ່າງສອງຝ່າຍ ເພື່ອສ້າງແຜນວຽກ, ພົບປະ, ແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນ ເໝືອນກັນກັບສາຍພົວພັນແບບພິເສດ ລະຫວ່າງສອງພັກສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ຈາກນັ້ນ, ສະຫາຍ ດາວວົງ ພອນແກ້ວ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ໃນນາມຕາງໜ້າຄະນະກໍາມະການປົກຄອງແຂວງ, ພີ່ນ້ອງຊາວແຂວງສາລະວັນ ຂໍສົ່ງກຳລັງໃຫ້ທຸກພາກສ່ວນ ຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ທີ່ໄດ້ຮັບຜົນກະທົບຈາກພາຍຸ, ທັງໄດ້ລາຍງານສະພາບໂດຍລວມ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ການປັບປຸງກົງຈັກການຈັດຕັ້ງ ຕາມມະຕິ 03 ຂອງກົມການເມືອງສູນກາງພັກ, ທັງສະແດງຄວາມຂອບໃຈ ມາຍັງຄະນະພັກ, ຄະນະນໍາຂອງນະຄອນດາໜັງ ສສ ຫວຽດນາມ, ຊຶ່ງຍາມໃດກໍເຫັນໄດ້ເຖິງຄວາມສໍາຄັນ ແລະ ການຮ່ວມມືຢ່າງຮອບດ້ານ, ທັງໄດ້ຕີລາຄາສູງຕໍ່ກັບການຮັດແໜ້ນຄວາມສາມັກຄີ, ຍົກໃຫ້ເຫັນເຖີງການພົວພັນອັນສະໜິດແໜ້ນ, ການຮ່ວມມືຮອບດ້ານ ແລະ ການຊ່ວຍເຫຼືອເຊີ່ງກັນ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ຮັກແພງ, ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາກ້າວໜ້າຂຶ້ນເລື້ອຍໆ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ