ສາລະວັນປຶກສາຫາລືການຈັດງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທໍາ ລໍາວົງສາລະວັນ ປີ 2025.

ສາລະວັນປຶກສາຫາລືການຈັດງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທໍາ ລໍາວົງສາລະວັນ ປີ 2025.

#ໃນວັນທີ 29 ຕຸລາ 2025 ຢູ່ທີສະໂມສອນແຂວງ ໄດ້ປຶກສາຫາລືການຈັດງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທໍາ ລໍາວົງສາລະວັນ ປະຈໍາປີ 205.ໂດຍພາຍໄຕ້ການເປັນປະທານ ຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ,ທ່ານ ນາງ ສູນໄຖ ໄຊຍະແສງ ຫົວໜ້າພະແນກ ວັດທະນະທໍາ ແລະການທ່ອງທ່ຽວ ແຂວງສາລະວັນ,ມີພະຖະລະນຸເຖລະ,ບັນທ່ານຕາງໜ້າຈາກພະແນກການຕ່າງໆ,ບໍລິສັດ,ລັດວິສະຫະກິດ,ໂຮງຮຽນ ແລະບ້ານເທດສະບານອ້ອມຂ້າງເຂົ້າຮ່ວມ.

#ທ່ານບຸນກອ່ງ ເກດທອງຄໍາ ຮອງຫົວໜ້າ ພະແນກ ວັດທະນະທໍາ ແລະການທ່ອງທ່ຽວ ໄດ້ຜ່ານບົດສະຫຼູບ ການຈັດງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທໍາ ລໍາວົງສາລະວັນ ປະຈໍາປີ 2024 ແລະຜ່ານຮ່າງແຜນດໍາເນີນງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທໍາ ລໍາວົງສາລະວັນ ປະຈໍາປີ 2025. ໄດ້ຄົ້ນຄ້ວາ ແລະປຶກສາຫາລືໃນ 11 ໜ້າວຽກເຊັ່ນ: ວຽກງານເນື້ອໃນ ແລະແຂ່ງຂັນຍ້ອງຍໍ,ພິທີການ ແລະ ຮັບແຂກ,ໂຄສະນາສະນາ ແລະປະຊາສຳພັນ,ສາສະໜາ ແລະປະເພນີ,ປັບປຸງຜະລິດຕະພັນທ່ອງທ່ຽວ (ທີ່ພັກແຮມ, ຮ້ານອາຫານ, ບັນເທິງ, ສະຖານທີ່ທ່ອງທ່ຽວ ),ສະຖານທີ່ ແລະອານາໄມຄວາມສະອາດ,ວາງສະແດງຜະລິດຕະພັນທ່ອງທ່ຽວ ແລະ ສິນຄ້າ,ການປະກວດ-ສະແດງສີລະປະ-ວັນນະຄະດີ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ,ເສດ
ຖະກິດ ແລະ ລະດົມທຶນ ແລະວຽກກ້ອນກໍາລັງແຫ່ຕ່າງໆ,ຈາກນັ້ນຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃສ່ແຕ່ລະໜ້າວຽກທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ ແລະໃນຕອນທ້າຍກໍ່ໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກທ່ານ ປະທານຕື່ມອີກ,ເພື່ອແນໃສ່ສຶກສາອົບຮົມແນວຄິດ-ການເມືອງໃຫ້ມີນໍ້າໃຈຮັກຊາດ, ຮັກມູນເຊື້ອ, ວັດທະນະທຳອັນດີງາມ ຂອງຊາດ, ເປັນປັດໃຈຄໍ້າປະກັນການຍືນຍົງຄົງຕົວຂອງຊາດ ກໍ່ຄືຂອງທ້ອງຖິ່ນ, ສ້າງຈິດສໍານຶກ ແລະ ຍົກ ສູງຄວາມຮັບຮູ້ຂອງສັງຄົມ, ໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານມໍຣະດົກ ແລະວັດທະນະທຳ ຕິດພັນກັບ ການສົ່ງເສີມທ່ອງທ່ຽວ ປະກອບສ່ວນພັດທະນາເສດຖະກິດ – ສັງຄົມ ຂອງແຂວງ ແລະ ຂອງທ້ອງຖິ່ນ,ເພື່ອໂຄສະນາດຶງດູດນັກທ່ອງທ່ຽວ, ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນໃນແຕ່ລະປີ, ຊຸກຍູ້ສົ່ງເສີມ ການທ່ອງທ່ຽວຢ່າງແຂງແຮງ, ຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາ ອອກໄປຕ່າງປະເທດ, ຖືເອົາການທ່ອງ ທ່ຽວ ຕິດພັນກັບການສ້າງລາຍຮັບໃຫ້ນັບມື້ນັບຫຼາຍ, ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ.
#ພາບ – ຂ່າວ ແກ້ວວິໄລ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa