ປະທານຄະນະກວດກາສູນກາງພັກ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງສາລະວັນ

ປະທານຄະນະກວດກາສູນກາງພັກ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງສາລະວັນ

ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງ ແຂວງສາລະວັນ, ໃນວັນທີ 31 ຕຸລາ 2025, ທີ່ສະໂມສອນແຂວງ, ໂດຍການຕ້ອນຮັບຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງສາລະວັນ, ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງເຂົ້າຮ່ວມ.

 

ທ່ານ ປອ ດາວວົງ ພອນແກ້ວ ໄດ້ລາຍງານການ ນຳພາ-ຊີ້ນຳຈັດຕັ້ງປະຕິບັດໄລຍະ 9 ເດືອນຜ່ານມາ ທົ່ວແຂວງສາລະວັນ ຍັງສືບຕໍ່ມີຄວາມສະຫງົບໄດ້ຢ່າງໝັ້ນຄົງ. ເສດຖະກິດຂອງແຂວງມີການຂະຫຍາຍຕົວ ຢູ່ໃນລະດັບ 4,6% ຂອງແຜນການປີ, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 6.137 ຕື້ກີບ, ເທົ່າກັບ 67,49%, ດ້ານການລົງທຶນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 1.244 ຕື້ກວ່າກີບ, ເທົ່າກັບ 67% ຂອງແຜນການປີ ໃນນີ້: ທຶນລັດ ປະຕິບັດໄດ້ 94,77 ຕື້ກີບ, ທຶນຊ່ວຍເຫຼືອ 29.53 ຕື້ກວ່າກີບ, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 347,51 ຕື້ກີບ ແລະ ແຫຼ່ງ ທຶນອື່ນໆ ປະຕິບັດໄດ້ 715,6 ຕື້ກີບ. ນອກນັ້ນ ວຽກງານກວດກາພັກ-ລັດ ໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະຄຳສັ່ງຂອງຄະນະກວດກາສູນກາງພັກວ່າດ້ວຍການເພີ່ມທະວີການກວດກາຕິດຕາມໂຄງການລົງທຶນຂອງລັດ ແລະ ການຈັດຕັ້ງປະຕິບັດແຜນງົບປະມານຢ່າງເຂັ້ມງວດ ໂດຍສະເພາະປະກົດການຫຍໍ້ທໍ້ໃນຂົງເຂດການເງິນ – ການລົງທຶນ.ຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດກາ 03 ເປົ້າໝາຍ ແລະການແກ້ໄຂຜົນການກວດກາໂຄງການລົງທຶນຂອງລັດ 29 ໂຄງການ ແລະເກັບກູ້ຄ່າພັນທະປະເພດຕ່າງໆ 33 ໂຄງການ ແລະຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຄະດີສໍ້ລາດບັງຫຼວງ 03 ເປົ້າໝາຍ ແລະບັນດາໜ້າວຽກອື່ນໆ.

ເນື່ອໃນໂອກາດດັ່ງກ່າວ ທ່ານ ຄຳພັນ ພົມມະທັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຂວງສາລະວັນ ເອົາໃຈໃສ່ໃນການແກ້ໄຂບັນຫາດ້ານເສດຖະກິດເປັນຕົ້ນຕໍ,ໂດຍສະເພາະ ສຸມໃສ່ການຍົກລະດັບ ເສັ້ນທາງເຊື່ອມຈອດລະຫວ່າງລາວ-ໄທ-ຫວຽດນາມ ເພື່ອການແກ້ໄຂສິ່ງອຳນວຍການບໍລິການສິນຄ້າ, ການບໍລິການໂດຍສານກໍ່ຄືພື້ນຖານໂຄງລ່າງ, ສ້າງທາງໃຫ້ໄດ້ມາດຕະຖານ, ເພື່ອດຶງດູດການລົງທຶນເຂົ້າໃນໂຄງການໃຫຍ່ໆ, ພ້ອມນັ້ນ ໃນລະດັບຊຸມຊົນ ກໍ່ຄວນປະຕິຮູບດ້ານໂຄງສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເອົາໃຈໃສ່ພັດທະນາສີມືແຮງງານສະໜອງຕະຫຼາດພາຍໃນ ແລະຕ່າງປະເທດ, ສົມທົບກັບການພັດທະນາການປົກປັກຮັກສາຟື້ນຟູສະພາບແວດລ້ອມ, ນຳເອົາເອົາຄວາມອຸດົມສົມບູນຂອງທຳມະຊາດຄືນມາ, ປັບປຸງແບບແຜນວິທິເຮັດວຽກໃຫ້ເຂັ້ມງວດ, ເອົາໃຈໃສ່ວຽກງານກວດກາໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ ແລະຫັນເປັນທັນສະໄໝ ແລະເອົາໃຈໃສ່ໃນການສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນແລະອື່ນໆ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa