ສາລະວັນ ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກ 2025 ນີ້ ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ພິທີປ້ອງກັນບົດຄັ້ງນີ້ ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ ເຊີ່ງໃຫ້ກຽດເປັນປະທານສາຍການເມືອງໂດຍ ທ່ານ ປທ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ປທ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ມີບັນດາທ່ານຄູອາຈານ, ຄະນະກໍາມະການ, ກອງເລຂາ ແລະ ນັກສຶກສາ ເຂົ້າຮ່ວມ.

ການປ້ອງກັນບົດຄັ້ງນີ້ ແມ່ນເປັນບາດກ້າວທີ່ສໍາຄັນຂອງການຮຽນ-ການສອນ, ເປັນການທົດສອບຄວາມຮູ້ຄວາມເຂົ້າໃຈຂອງນັກສຶກສາທີ່ໄດ້ຄົ້ນຄວ້າຮໍ່າຮຽນ ໃນໄລຍະຜ່ານມາ ພ້ອມທັງຕີລາຄາ ໃຫ້ຮູ້ຜົນສໍາເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນໄລຍະ 6 ເດືອນ ຜ່ານມາ ແລະ ເພື່ອເປັນການຢັ້ງຢືນຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ກັບການຄົ້ນຄວ້າຮໍ່າຮຽນທິດສະດີຜ່ານມາ ນັກສຶກສາແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ໃນການປະຕິບັດລະບຽບຢ່າງເຂັ້ມງວດ, ປະຕິບັດການຮຽນໃນແຕ່ລະລາຍວິຊາຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຖືເອົານັກສຶກສາເປັນໃຈກາງ ພ້ອມທັງຈັດການສອບເສັງດ້ວຍວິທີການເສັງຂຽນ, ເສັງປາກເປົ່າ, ເສັງດ້ວຍການຂຽນບົດລາຍງານ ແລະ ຂຽນບົດເກັບກ່ຽວ; ທັດສະນະສຶກສາ ແລະ ປະເມີນຄວາມຮູ້ ຈົບຂັ້ນໂດຍຕິດພັນກັບໜ້າວຽກຄວາມຮັບຜິດຊອບຂອງນັກສຶກສາ; ບົດປ້ອງກັນຈົບຂັ້ນ ກໍ່ແມ່ນບັນຈຸຢູ່ ກຸ່ມວິຊາໜຶ່ງ ທີ່ມີຄວາມສໍາຄັນທີ່ສຸດ, ມີການວັດຜົນຄະແນນ ແລະ ມີຜົນຕໍ່ການຈັດປະເພດການຮຽນ ຂອງນັກສຶກສາ ເພື່ອທົບທວນຄືນຄວາມຮັບຮູ້ ຄວາມເຂົ້າໃຈ ພາຍຫຼັງທີ່ໄດ້ຮໍ່າຮຽນທາງດ້ານທິດສະດີການເມືອງແລ້ວ ຈະນໍາໄປໝູນໃຊ້ຕົວຈິງພາຍໃນກົມກອງຂອງຕົນເອງ.

ການປ້ອງກັນບົດຄັ້ງນີ້ ມີນັກສຶກສາເຂົ້າຮ່ວມ ທັງໜົດ 53 ສະຫາຍ, ຍິງ 8 ສະຫາຍ; ເຊີ່ງແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ ມີ 18 ສະຫາຍ, ຍິງ 4 ສະຫາຍ, ຫ້ອງສາຍປົກຄອງ ມີ 17 ສະຫາຍ, ຍິງ 0 ສະຫາຍ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ ມີ 18 ສະຫາຍ, ຍິງ 4 ສະຫາຍ ໃນນັ້ນນັກສຶກສາແຕ່ລະສະຫາຍ ຈະໄດ້ເຂົ້າຫ້ອງປ້ອງກັນ ຄັ້ງລະ 3-5 ສະຫາຍ ແລະ ຂື້ນນໍາສະເໜີບົດຂອງຕົນເອງ ສະຫາຍລະ 10 ນາທີ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa