ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ເຄື່ອນໄຫວກວດກາໂຄງການລະບົບຈັກສູບນ້ຳທີ່ໃຊ້ດ້ວຍລະບົບໄຟຟ້າສອງເມືອງວາປີ ແລະເມືອງຄົງເຊໂດນ.

ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ ເຄື່ອນໄຫວກວດກາໂຄງການລະບົບຈັກສູບນ້ຳທີ່ໃຊ້ດ້ວຍລະບົບໄຟຟ້າສອງເມືອງວາປີ

ແລະເມືອງຄົງເຊໂດນ.

  

ໃນວັນທີ 3 ພະຈິກ 2025, ທ່ານ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ພ້ອມດ້ວຍການນຳຂອງເມືອງ ແລະວິຊາການໄດ້ລົງເຄື່ອນໄຫວກວດກາໂຄງການລະບົບຈັກສູບນ້ຳສອງຕົວເມືອງຄື:ເມືອງວາປີ ແລະເມືອງຄົງເຊໂດນ. ໃນການລົງເຄື່ອນໄຫວຕິດຕາມຄັ້ງນີ້ ທ່ານ ກໍ່ໄດ້ໄປເບີ່ງໂຄງການຈັກສູບນ້ຳຢູ່ຈຸດບ້ານ ຜັກຂະ ແລະ ຢູ່ຈຸດບ້ານ ວາປີ ເໜືອ, ສຳລັບເມືອງຄົງເຊໂດນ ແມ່ນໂຄງການແກ້ງໂຄນ ແລະໂຄງການຢູ່ຈຸດ ບ້ານຫາດດູ່ ໃນຈຳນວນ 4 ຈຸດ ແມ່ນເປັນໂຄງການຈັກສູບນ້ຳທີ່ໃຊ້ລະບົບໄຟຟ້າແຕ່ ປັດຈຸບັນ ເປ້ເພໃຊ້ການບໍ່ໄດ້.
ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສີກຳ ແລະສິງແວດລ້ອມແຂວງ ໄດ້ສຳພາດວ່າ: ຈຸດປະສົງການເຄື່ອນໄຫວຄັ້ງນີ້ເພື່ອຕິດຕາມເບີ່ງໂຄງການຈັກສູບນ້ຳໃນແຕ່ລະຈຸດທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ, ບວກກັບເຄື່ອງຈັກດັ່ງກ່າວໄດ້ນຳໃຊ້ດົນນານຫຼາຍປີເຮັດໃຫ້ເຄື່ອງອາໄລ່ຈຳນວນໜື່ງເປ້ເພເສຍຫາຍ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງ, ສ້ອມແປງຄືນໄໝ່ ເພື່ອໃຫ້ນຳໃຊ້ໄດ້ປົກກະຕິ, ປັດຈຸບັນ ທາງຂະແໜງຊົນລະປະທານ ກໍ່ໄດ້ມີແຜນການສ້ອມແປງຢ່າງລະອຽດເພື່ອສະເໜີຕໍ່ຂັ້ນເທີງຄົ້ນຄວ້າພິຈາລະນາດ້ານງົບປະມານໃນການຈັດຊື້ອຸປະກອນມາສ້ອມແປງ.

ການເຄື່ອນໄຫວລົງຕິດຕາມໃນແຕ່ລະຈຸດທ່ານຮອງປະທານປົກຄອງແຂວງ ກໍ່ໄດ້ເນັ້ນໃຫ້ການນຳຂອງແຕ່ລະເມືອງ, ກຸ່ມການຜະລິດກໍ່ຄືພໍ່ແມ່ປະຊາຊົນ ໃຫ້ສືບຕໍ່ເອົາໃຈໃສ່ການຜະລິດ ໂດຍສະພາະ ແມ່ນການປູກເຂົ້າ, ປູກພືດປະເພດຕ່າງໆປູກໃຫ້ຫຼາຍກາຍເປັນສິນຄ້າເປັນການພັດທະນາກະສີກຳ ແລະ ສີ່ງແວດລ້ອມຕິດພັນກັບການຈັດຕັ້ງປະຕິບັດແຜນດຳເນີນງານວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະ ການຊຸກຍູ້ສົ່ງເສີມເສດຖະກິດເປັນເຈົ້າຕົນເອງ. ຖ້າຫາກມີການສ້ອມແປງສຳເລັດຈະເປັນທ່າແຮງໜຶ່ງໃຫ້ພໍ່ແມ່ປະຊາຊົນໄດ້ທຳການຜະລິດໃນລະດູແລ້ງ ຈະສາມາດຫົດເນື້ອທີ່ປະມານ 400 ກວ່າເຮັກ ສະເພາະໃນສອງຈຸດຢູ່ເມືອງວາປີ, ເມືອງຄົງເຊ ໃນສອງຈຸດຈະສາມາດຫົດເນື້ອທີ່ປະມານ300ກວ່າເຮັກຕາ.
ພາບ-ຂ່າວ: ຄຳສອນ ແກ້ວບຸນທະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa