ຊາວກະສີກອນທົ່ວ ເມືອງຄົງເຊໂດນ ເກັບກ່ຽວ ເຂົ້ານາປິສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວ ເຂົ້ານາປິສຳເລັດ 85%

  

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສີກອນ ເມືອງຄົງເຊໂດນ ແຂວງສາລະວັນມາຮອດປັນຈຸບັນ ສຳເລັດແລ້ວ 85%.ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສີກຳ ແລະສິ່ງແວລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ ໃນວັນທີ 3 ພະຈິກ2025,ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນປີນີ້ ເກີດໄພພິບັດນ້ຳຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ, ນອກຈາກນັ້ນ ຍັງມີສັດຕູພືດແມງໄມ້ທຳລາຍ.
ທ່ານ ບົວສອນ ຈັນດາວົງ ຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການເກັບເຂົ້ານາປີ ແລ້ວຊາວກະສີກອນບາງບ່ອນທີ່ມີເງື່ອນໄຂ ຍັງກະກຽມໃສ່ການຜະລິດລະດູແລ້ງ ໃນເຂດຊົນປະທານທົ່ວເມືອງ ມີ 37 ໂຄງການ, ເນື້ອທີ່ຕາມແຜນການປູກເຂົ້າແມ່ນ 5,207 ເຮັກຕາ, ນອກຈາກປູກພືດເປັນສິນຄ້າ 1,947 ເຮັກຕາ, ມີ 83 ບ້ານມີ 10,315 ຄອບຄົວ, ປູກພືດນອກເຂດຊົນລະປະທານ 1,717 ເຮັກຕາ, ມີ 9,494 ຄອບຄົວ, ປູກພືດໃນເຂດຊົນລະປະທານ 230 ເຮັກຕາ, ມີ 831 ເຮັກຕາ ສ່ວນຫຼາຍ ແມ່ນປະເພດໝາກຖົ່ວ, ໝາກແຕງ, ໝາກກະໂພດ, ໝາກເຜັດ ແລະຜັກກາດ ແລະພືດອື່ນໆໂດຍສະເພາະປູກຕາມແມ່ນນ້ຳເຊໂດນ.
ໂດຍ: ຄຳສອນ ແກ້ວບຸນທະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa