ການນຳແຂວງສາລະວັນເຂົ້່າຮ່ວມສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເຊື່ອມໂຍງ ແລະ ການພັດທະນາ ມະຫາວິທະຍາໄລ.ສ້າງຄູ – ມະຫາວິທະຍາໄລດາໜັງ

#ໃນວັນທີ 15 ພະຈິກ 2025 ຜ່ານມານີ້ ການນຳຂັ້ນສູງຂອງແຂວງສາລະວັນ ນຳພາໂດຍ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ແລະ ທິມງານ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເຊື່ອມໂຍງ ແລະ ການພັດທະນາ ມະຫາວິທະຍາໄລສ້າງຄູ – ມະຫາວິທະຍາໄລດາໜັງ ແລະ ການມອບ – ຮັບ ໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງ ພາກກາງ, ພາກໃຕ້ ຂອງ ສປປ ລາວ ທີ່ນະ ຄອນ ດາໜັງ ສສ ຫວຽດນາມ.
#ໃນໄລຍະຜ່ານມາ ເຖິງປະຈຸບັນ ມະຫາວິທະຍາໄລສ້າງຄູ – ມະຫາວິທະຍາໄລດານັງ ໄດ້ປະກອບສ່ວນສໍາຄັນເຂົ້າໃນການບຳລຸງ ກໍ່ສ້າງຊັບພະຍາກອນມະນຸດໃຫ້ບັນດາທ້ອງຖິ່ນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍ 3 ດ້ານພື້ນຖານຄື: ບຳລຸງກໍ່ສ້າງຊັບພະຍາກອນມະນຸດດ້ານພາສາຫວຽດນາມ ເພື່ອເປັນພື້ນຖານໃຫ້ແກ່ ພະນັກງານ ແລະ ນັກສຶກສາທີ່ມາຮໍ່າຮຽນ ແລະ ຄົ້ນຄ້ວາຢູ່ນະຄອນດານັງ; ບໍຳລຸງກໍ່ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງດ້ານວິຊາສະເພາະໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ແລະ ຊ່ວຍເຫຼືອດ້ານຊັບພະຍາກອນອື່ນໆ.

#ໃນພິທີກໍ່ໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນ ທີ່ມີຜົນງານໃນການປະກອບສວ່ນຢ່າງຕັ້ງໜ້າໃຫ້ແກ່ ມະຫາວິທະຍາໄລສ້າງຄູ – ມະຫາວິທະຍາໄລດານັງ ໃນວຽກງານການສຶກສາ ມີ 2 ກົມກອງຄື: ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ; ພະແນກການຕ່າງປະເທດແຂວງສາລະວັນ ແລະ ຍ້ອງຍໍບຸກຄົນດີເດັ່ນ ເຊີ່ງປະກອບມີ: ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງ; ທ່ານ ໄພວັນ ແສງອໍຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ທ່ານ ວິເສດ ສຸລິຍະວົງສາ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ແລະ ທ່ານ ວໍລະເດດ ອໍພະນາໄພ ວິຊາການຂະແໜງ ວິທະຍາສາດ ແລະ ການສຶກສາຊັ້ນສູງ.

#ຈາກນັ້ນ ຍັງຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ເຊິ່ງມີ 3 ກົມກອງ ແລະ ບຸກຄົນດີເດັ່ນ 2 ທ່ານຄື: ມະຫາວິທະຍາໄລສ້າງຄູ – ມະຫາວິທະຍາໄລດານັງ; ພາກວິຊາຟິຊິກສາດ – ເຄມີສາດ ມະຫາວິທະຍາໄລສ້າງຄູ; ຫ້ອງການຄຸ້ມຄອງນັກສຶກສາ – ຫໍສະໜຸດ ມະຫາວິທະຍາໄລສ້າງຄູ ແລະ ຍ້ອງຍໍບຸກຄົນດີເດັ່ນຄື: ທ່ານ ນາງ ເຢືອງທີ້ອ່ຽນ ຮອງຫົວໜ້າຫ້ອງການແຜນການ – ການເງິນ; ທ່ານ ຮິ່ງບ້ອງ ຮອງຫົວໜ້າຄະນະພັດທະນາ ໂດຍໃຫ້ກຽດມອບໃບຍ້ອງຍໍຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງສາລະວັນ.
ພາບ- ຂ່າວ : ແຫຼງຄຳ ບຸດນາໂຄກ (ນັກຂາ່ວພະແນກສຶກສາທິການ -ກິລາ ແຂວງສາລະວັນ)