ປະກາດບົ່ງຕົວແຕ່ງຕັ້ງຄະນະກຳມະບານ ແລະ ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງສາລະວັນ

ວັນທີ 9 ມັງກອນ 2026, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຄະນະກໍາມະບານຮາກຖານ ແລະ ຄະນະໜ່ວຍຮາກຖານຊາວໜຸ່ມ ຊຸດໃໝ່ ຂອງຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຜູ້ຕາງໜ້າຈາກກໍາມະບານ, ຊາວໜຸ່ມແຂວງ ຕະຫຼອດຮອດສະມາຊິກກໍາມະບານ, ຊາວໜຸ່ມ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງເລກທີ 127/ສກຂ.ສວ, ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ແລະ ປະທານ-ຮອງປະທານກວດກາ ກໍາມະບານຮາກຖານ ຂອງຄະນະໂຄສະນາອົບຮົມແຂວງ ມີຄື: ແຕ່ງຕັ້ງ ສະຫາຍ ນາງ ບຸຜາ ສຸດທິຈັກ ເປັນປະທານ, ສະຫາຍ ຄອນສະຫວັນ ວົງເພັດ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ທອງດໍາ ວົງຈັນທາ ເປັນກໍາມະການ, ສະຫາຍ ໄຊຍະພອນ ຈວງທະຈັກ ເປັນຮອງປະທານກວດກາ. ຜ່ານຂໍ້ຕົກລົງຂອງຄະນະຊາວໜຸ່ມ ປປລ ເລກທີ 759/ຄຊປປລ.ສວ ລົງວັນທີ 1 ທັນວາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ອິນທະວົງ ໄຊທະນາສີ ເປັນເລຂາໜ່ວຍຮາກຖານຊາວໜຸ່ມ, ສະຫາຍ ນາງ ພິມລັດດາ ພັກດີ ເປັນຮອງເລຂາ, ທັງເປັນປະທານກວດກາ ແລະ ສະຫາຍ ນາງ ວຽງລະຄອນ ລາຊະເກສີ ເປັນຮອງເລຂາໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງສາລະວັນ ຊຸດໃໝ່.

ຈາກນັ້ນ, ສະຫາຍ ເປັງ ລາດຄໍາພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມອບຂໍ້ຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ, ທັງໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ບັນດາສະຫາຍ ທີ່ມີຄວາມບຸກບືນ, ສູ້ຊົນ ແລະ ປະຕິບັດວຽກງານມີຜົນສຳເລັດ. ນອກນັ້ນກໍໄດ້ມີຄໍຳເຫັນໂອ້ລົມ ແລະ ເນັ້ນໃຫ້ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນພາຍໃນກົມກອງ ກໍຄືສະມາຊິກກໍາມະບານ, ຊາວໜຸ່ມ, ທັງເອົາໃຈໃສ່ກຳໄດ້ເນື້ອໃນແນວທາງນະໂຍບາຍຂອງພັກ, ຂອງລັດ ກໍຄືວຽກງານຂອງສະຫະພັນກໍາມະບານ, ຊາວໜຸ່ມ ຄຽງຄູ່ກັບຜັນຂະຫຍາຍມະຕິຂອງພັກ ໃຫ້ກວ້າງຂວາງ, ທົ່ວເຖີງບັນດາສະມາຊິກ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄືການຈັັດຕັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານຂະບວນການ ແລະ ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, 4 ບຸກ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ.

————————–
ຂ່າວ-ພາບ: ວິໄລວອນ ສິດທິໄຊ