ກຳລັງປ້ອງກັນຄວາມສະຫງົບ ສ.ສ ຫວຽດນາມມີຄວາມພ້ອມຮອບດ້ານທີ່ຈະເຮັດໜ້າທີ່ປ້ອງກັນຄວາມປອດໄພຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

#ດ້ວຍຄວາມພ້ອມຮອບດ້ານ ກຳລັງປ້ອງກັນຄວາມສະຫງົບ ສ.ສ ຫວຽດນາມ (ປກສ) ພ້ອມດ້ວຍກຳລັງອື່ນໆທີ່ເຂົ້າຮ່ວມໃນການປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ມີຄວາມມຸ່ງໝັ້ນທີ່ຈະຮັກສາມູນເຊື້ອທີ່ພິລະອາດຫານຂອງກຳລັງ ປກສ. ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບທີ່ສູງສົ່ງ, ປະສານງານຢ່າງໃກ້ຊິດ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດປ້ອງກັນຢ່າງມີປະສິດທິພາບ ເພື່ອປ້ອງກັນຄວາມສະຫງົບຮອບດ້ານຮັບໃຊ້ໃຫ້ແກ່ກອງປະຊຸມໃຫ່ຍທີ່ສຳຄັນຂອງປະເທດຊາດຢ່າງແທ້ຈິງ. ໃນໄລຍະທີ່ຜ່ານມາ ກຳລັງ ປກສ ໄດ້ປ້ອງກັນ, ຕໍ່ສູ້ ແລະ ສະກັດກັ້ນແຜນການໂຄ່ນລົ້ມຂອງກຳລັງປໍລະປັກໄດ້ຢ່າງທັນການ ພ້ອມນີ້ຍັງໄດ້ແກ້ໄຂຂ່າວປອມ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວຂ້ອງກັບກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງເດັດຂາດ ລວມທັງແກ້ໄຂເຫດການທີ່ສັບສົນໃນລະດັບຮາກຖານຢ່າງວ່ອງໄວ ແລະ ມີປະສິດທິພາບ ສາມາດປ້ອງກັນການກໍ່ຄວາມບໍ່ສະຫງົບໄດ້ຢ່າງຂາດຕົວ.

#ພ້ອມນັ້ນຍັງມີຄວາມພາກພູມໃຈຕໍ່ຜົນງານໃນການປ້ອງກັນຄວາມສະຫງົບສຸກໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຈາກສູນກາງພັກ, ການນຳພັກ-ລັດທຸກຂັ້ນ ທັງໝົດນີ້ລ້ວນແຕ່ແມ່ນກຳລັງໃຈອັນຍິ່ງໃຫຍ່ ທີ່ສ້າງແຮງກະຕຸ້ນ ແລະ ຄວາມຕັ້ງໃຈສູງສຳລັບກຳລັງ ປກສ ທີ່ຈະປະຕິບັດໜ້າທີ່ຮັບໃຊ້ກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະສົບຜົນສຳເລັດ.ນອກນັ້ນພ້ອມຈະສືບຕໍ່ຮັກສາມູນເຊື້ອອົງອາດກ້າຫານ ແລະ ຜົນງານອັນຍິ່ງໃຫຍ່ທີ່ຍາດມາໄດ້ໃນໄລຍະຜ່ານມາ, ຍົກສູງຄວາມຮັບຜິດຊອບ, ຄວາມສາມັກຄີ ແລະ ການປະສານງານຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດປ້ອງກັນຢ່າງເດັດຂາດ, ມີປະສິດທິພາບ, ເອົາຊະນະຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອຮັບປະກັນຄວາມປອດໄພຂອງກອງປະຊຸມໃຫຍ່ຂອງພັກຄັ້ງນີ້ຢ່າງແທ້ຈິງ. ຜ່ານການສວນສະໜາມ ແລະ ການຝຶກຊ້ອມ ກອງກຳລັງ ປກສ ໄດ້ຢືນຢັນອີກເທື່ອໜຶ່ງເຖິງການກະກຽມຄວາມພ້ອມທຸກດ້ານ ໂດຍສອດຄ່ອງກັບແຜນປ້ອງກັນ ທີ່ອະນຸກຳມະການຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍລະດັບຊາດ ຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກທີ່ວາງໄວ້ທຸກປະການ.
#ແຫຼ່ງຂ່າວ: ສະຖານກົງສູນໃຫຍ່ແຫ່ງ ສ.ສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ ທີ່ນະຄອນປາກເຊ.

– ຮຽບຮຽງໂດຍ: ຖາວອນ ຈັນດາລາສຸກ