ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ປຶກສາຫາລືວຽກໂຄສະນາ ກຽມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ປຶກສາຫາລືວຽກໂຄສະນາ ກຽມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງສາລະວັນ ຈັດກອງປະຊຸມປຶກສາຫາລືໃນການຈັດຕັ້ງປະຕິບັດວຽກງານ ເພື່ອກະກຽມໃສ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ເປັນຂະບວນກວ້າງຂວາງ, ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2026, ຢູ່ທີ່ຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ທັງເປັນຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ, ມີບັນດາທ່ານໃນອະນຸກຳມະການ, ທ່ານຮອງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ມະໄລວອນ ສີປະເສີດ ໄດ້ກ່າວວ່າ: ເພື່ອແນໃສ່ໃນການຈັດຕັ້ງຜັັນຂະຫຍາຍ ແລະ ປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 26/ກມສພ, ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງສາລະວັນ ຮັບປະກັນໃຫ້ແກ່ບັ້ນເລືອກຕັ້ງໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ໃຫ້ບັນລຸຕາມ 4 ຄາດໝາຍໃຫຍ່ ຄື: ຜູ້ມີສິດເລືອກຕັ້ງທັງໝົດ ຕ້ອງໄດ້ໄປເລືອກຕັ້ງໃຫ້ໄດ້ 100%, ການໄປເລືອກຕັ້ງຕ້ອງຮັບປະກັນຄວາມຖືກຕ້ອງ ແລະ ຄົບຖ້ວນ 100%, ການເລືອກຕັ້ງຕ້ອງຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ໄດ້ 100% ແລະ ການເລືອກຕັ້ງ ຕ້ອງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ 100%. ທັງຍົກໃຫ້ເຫັນ ແລະ ຕີລາຄາຄືນພາຍຫຼັງໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງ ແລະ ພະນັກງານ-ລັດຖະກອນ, ກຳລັງ ປກຊ-ປກສ ແລະ ພາກສ່ວນຕ່າງໆ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ຮັບຮູ້ເຂົ້າໃຈກ່ຽວກັບເນື້ອໃນ, ກົນໄກ, ຮູບແບບ ແລະ ວິທີການຈັດຕັ້ງປະຕິບັດ ການເລືອກຕັ້ງໃນຄັ້ງນີ້.

ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ແລກປ່ຽນ, ຄົ້ນຄວ້າປະກອບຄໍາຄິດເຫັນໃນການຈັດຕັ້ງປະຕິບັດວຽກງານຂອງ ອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ, ເພື່ອເພີ່ມທະວີຄວາມຮັບຜິດຊອບ ແລະ ຮີບຮ້ອນໃນການໂຄສະນາ, ປະດັບປະດາ, ຕິດປ້າຍຢາຍຄໍາຂວັນໃນຂອບເຂດຄວາມຮັບຜິດຊອບ, ໂດຍປະຕິບັດຕາມຄໍາແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ຕາມການກໍານົດ 9 ເນື້ອໃນ ແລະ ສາມາດເຄື່ອນໄຫວຕາມແຜນການທີ່ວາງໄວ້ ໃຫ້ທ່ວງທັນຕາມກໍານົດເວລາ.

—————————

ຂ່າວ: ວິໄລວອນ ສິດທິໄຊ

ພາບ: ນາງ ທິດລານີ ໂຄດໂຍທາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa