ພະນັກງານ-ລັດຖະກອນແຂວງສາລະວັນສາລະວັນ ເຊື່ອມຊືມຍົກດັບຄວາມຮູ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ
ສະພາປະຊາຊົນແຂວງ ຊຸດທີ V

ວັນທີ27ມັງກອນ2026 ນີ້ ແຂວງສາລະວັນ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ທີ່ສະໂມສອນແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ, ມີບັນດາທ່ານ ພະນັກງານນຳພາ-ຄຸ້ມຄອງ ຈາກບັນດາພະແນກການ-ອົງການທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມະໄລວອນ ສີປະເສີດ ໄດ້ກ່າວໃຫ້ຮູ້: ກ່ຽວກັບການເຜີຍແຜ່ເຊື່ອມຊຶມເອກະສານ ເພື່ອຮັບໃຊ້ໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ທີ່ຈະມີຂື້ນໃນວັນທີ22ກຸ່ມພາ ປີ2026 ວັນອາທິດພ້ອມກັນໃນທົ່ວປະເທດ, ການເລືອກຕັ້ງຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍຍຸດທະສາດ ໃນການບູລະນະລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງກວ່າເກົ່າ. ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ ເປັນຕົ້ນ: ເອກະສານ ຖາມ-ຕອບ 1 ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V; ເອກະສານຖາມ-ຕອບ 2 ກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ເອກະສານຖາມ-ຕອບ 3 ກ່ຽວກັບການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມ, ຮັບຮູ້ເນື້ອໃນ, ກົນໄກ, ຮູບແບບ ແລະ ວິທີການຈັດຕັ້ງປະຕິບັດ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ບັນລຸຕາມ 4 ຄາດໝາຍໃຫຍ່ຄື: ຜູ້ມີສິດເລືອກຕັ້ງທັງໝົດ ຕ້ອງໄດ້ໄປເລືອກຕັ້ງໃຫ້ໄດ້ 100%, ການໄປເລືອກຕັ້ງຕ້ອງຮັບປະກັນຄວາມຖືກຕ້ອງ ແລະ ຄົບຖ້ວນ 100%, ການເລືອກຕັ້ງຕ້ອງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ 100% ແລະ ການເລືອກຕັ້ງຕ້ອງຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ໄດ້ 100%.

ທັງນີ້ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ມີຄວາມເຂົ້າໃຈເລິກເຊີ່ງຮັບປະກັນໃຫ້ແກ່ບັ້ນເລືອກຕັ້ງໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.