ສະມາຄົມນັກຂ່າວ ແລະ ໂຄງການແກມຊີວ ເຄື່ອນໄຫວເຮັດວຽກ ຢູ່ແຂວງສາລະວັນ

   ສະມາຄົມນັກຂ່າວ ແລະ ໂຄງການແກມຊີວ ເຄື່ອນໄຫວເຮັດວຽກ ຢູ່ແຂວງສາລະວັນ

 

ສະມາຄົມນັກຂ່າວ ແລະ ໂຄງການແກມຊີວ ເຄື່ອນໄຫວເຮັດວຽກ ຢູ່ແຂວງສາລະວັນ ໂດຍມີ ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ ແກມຊີວ ຂອງອົງການແຄຣນາໆຊາດ ປະຈຳລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ໃນວັນທີ 28 ມັງກອນ 2026 ໂດຍການຕ້ອນຮັບຂອງ ທ່ານ ມະໄລວອນ ສີປະເສີດ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ພ້ອມດ້ວຍຄະນະເຂົ້າຮ່ວມ.

ການເຄື່ອນໄຫວຢ້ຽມຢາມ ຂອງສະມາຄົມນັກຂ່າວລາວ ແລະ ຄະນະຜູ້ປະສານງານໂຄງການແກມຊີວ ຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຕໍ່ວຽກງານສື່ມວນຊົນໃນທ້ອງຖິ່ນ ເພື່ອຊຸກຍູ້, ສົ່ງເສີມນັກຂ່າວ ໃຫ້ມີຄວາມເຂັ້ມແຂງ, ການໃຊ້ຄວາມຮູ້, ບົດຮຽນ, ທັກສະໃໝ່ໆ ມາໝູນໃຊ້ເຂົ້າໃນວຽກງານການຜະລິດຂ່າວ ໃຫ້ມີຄຸນນະພາບ, ວ່ອງໄວ, ທັນສະໄໝ ແລະ ກວ້າງຂວາງ ໂດຍສະເພາະ ການລາຍງານຂ່າວບັນຫາສີຂຽວ ເປັນຕົ້ນ ບັນຫາດ້ານສິ່ງແວດລ້ອມ, ການພັດທະນາແບບຍືນຍົງ ແລະ ສີຂຽວ ຕາມແນວທາງນະໂຍບາຍຂອງພັກ, ກໍຄືລັດຖະບານວາງອອກ. ນອກນັ້ນ, ກໍຍັງເປັນການທົບທວນຄືນຜົນງານ ຂອງສື່ມວນຊົນ ພາຍຫລັງໄດ້ຮ່ວມໂຄງການສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນ ໂດຍການມີການສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫລື GAMCIL ໂດຍການສະໜັບສະໜູນທຶນຈາກສະຫະພາບເອີຣົບ (EU).

ສໍາລັບສື່ມວນຊົນ ຂອງແຂວງສາລະວັນ ກໍໄດ້ເຂົ້າຮ່ວມໂຄງການດັ່ງກ່າວ ແລະ ໄດ້ແຂ່ງຂັນປະກວດການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ໃນທົ່ວປະເທດ 2 ປີຕໍ່ເນື່ອງ (ປີ 2024-2025) ຈໍານວນ 4 ທ່ານ ຍິງ 2 ທ່ານ ແລະ ສາມາດຍາດໄດ້ລາງວັນຊະນະເລີດ ແລະ ຮອງຊະນະເລີດ, ທັງໄດ້ໄປແລກປ່ຽນບົດຮຽນໃນລະດັບພາກພື້ນ ຢູ່ທີ່ປະເທດໄທ ແລະ ສສ ຫວຽດນາມ.

ການພົບປະ, ຢ້ຽມຢາມຄັ້ງນີ້, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າໂຄງການ ແກມຊີວ ຂອງອົງການແຄຣນາໆຊາດ ປະຈຳລາວ ແລະ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂອງສື່ມວນຊົນ, ຕີລາຄາເຖິງຜົນສໍາເລັດ ແລະ ບາດກ້າວໃນການຫັນປ່ຽນ, ການຍົກລະດັບທັກສະ, ຄວາມຮູ້ໃໝ່ ແລະ ການສ້າງຜົນງານໃນການລາຍງານຂ່າວ ໃຫ້ສັງຄົມ ໄດ້ຮັບຮູ້, ເຂົ້າໃຈ ໂດຍສະເພາະ ການລາຍງານຂ່າວບັນຫາສີຂຽວ ທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ເປັນບັນຫາສຳຄັນ. ນອກຈາກນັ້ນ, ກໍໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ພະນັກງານສື່ມວນຊົນແຂວງ ຢູ່ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງສາລະວັນຕື່ມອີກ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa