ສະຖາບັນການເງິນຈຸລະພາກ ສຸລິວົງ ມອບອຸປະກອນກິລາໃຫ້ ສະພາປະຊາຊົນ ແຂວງສາລະວັນ ມູນຄ່າ 50 ລ້ານກວ່າກີບ
ເພື່ອປະກອບສ່ວນຊຸກຍູ້ຂະບວນການກິລາ-ກາຍະກຳ ແລະ ສ້າງບັນຍາກາດຄືກຄື້ນ ໃນການຄໍານັບຮັບຕ້ອນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V; ໃນວັນທີ 11 ກຸມພາ 2026 ນີ້ ຢູ່ທີ່ສະພາປະຊາຊົນ ແຂວງສາລະວັນ ໄດ້ຈັດພິທີມອບ–ຮັບ ເຄື່ອງອຸປະກອນກິລາ ຈາກ ສະຖາບັນການເງິນຈຸລະພາກ ສຸລິວົງ ທີ່ບໍ່ຮັບເງິນຝາກ ມອບໃຫ້ແກ່ ສະພາປະຊາຊົນ ແຂວງສາລະວັນ ລວມມູນຄ່າ 54 ລ້ານກີບ.
ໃຫ້ກຽດມອບ ໂດຍ ທ່ານ ນາງ ວົງຈັນ ພັນທະວົງ ຜູ້ຕ່າງໜ້າໃຫ້ສະຖາບັນການເງິນຈຸລະພາກ ສຸລິວົງ ທີ່ບໍ່ຮັບເງິນຝາກ ແລະ ຮັບໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 14, ປະທານສະພາປະຊາຊົນແຂວງ ແລະ ຮອງປະທານຜູ້ປະຈໍາການ ຄະນະກໍາມະການເລືອກຕັ້ງ ແຂວງສາລະວັນ; ມີຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ສື່ມວນຊົນແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ອຸປະກອນກິລາທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ບານເຕະ 100 ໜ່ວຍ, ກະຕໍ້ 200 ໜ່ວຍ ແລະ ຕາໜ່າງ 200 ອັນ; ລວມມູນຄ່າ 54 ລ້ານກີບ; ການອຸປະຖໍາຄັ້ງນີ້ ເພື່ອເປັນການສົ່ງເສີມໃຫ້ບັນດາໜ່ວຍງານ, ໂຮງຮຽນ ແລະ ຊຸມຊົນ ໄດ້ມີອຸປະກອນກິລາໃຊ້ຢ່າງພຽງພໍ ເພື່ອຈັດກິດຈະກໍາກິລາ–ກາຍະກຳ ສ້າງຄວາມສາມັກຄີ, ສ້າງສຸຂະພາບແຂງແຮງ ແລະ ສ້າງບັນຍາກາດຄືກຄື້ນ ໃນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ທີ່ຈະມາເຖິງ.
ໂອກາດນີ້ ທ່ານ ສີເຮັງ ຫອມສົມບັດ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ການປະກອບສ່ວນ ຂອງ ສະຖາບັນການເງິນຈຸລະພາກ ສຸລິວົງ ທີ່ໄດ້ເຫັນຄວາມສໍາຄັນ ແລະ ເຂົ້າມາຮ່ວມຊຸກຍູ້ຂະບວນການກິລາ; ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ: ສະພາປະຊາຊົນ ແຂວງສາລະວັນ ຈະນໍາເອົາອຸປະກອນກິລາ ທີ່ໄດ້ຮັບ ໄປແຈກຢາຍໃຫ້ບັນດາເມືອງ, ໂຮງຮຽນ ແລະ ໜ່ວຍງານທີ່ຂາດແຄ້ນ ຕາມເປົ້າໝາຍ ແລະ ຄວາມຈໍາເປັນຕົວຈິງ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ-ຂ່າວ: ສ.ພະຈັນ