ປກຊ-ປກສ ຕິດຕາມກວດກາວຽກງານຮອບດ້ານ ແລະ ບັນຍາກາດ ກ່ອນການເລືອກຕັ້ງຢູ່ແຂວງສາລະວັນ
———————————

#ໃນວັນທີ 21 ກຸມພາ 2026, ທ່ານ ພົຈວ.ປອ ມາລາ ວິລະຈິດ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳມາທິການອະນຸກຳມາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາວຽກງານຮອບດ້ານ ແລະ ບັນຍາກາດການກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງສາລະວັນ. ການເຄື່ອນໄຫວໃນຄັ້ງນີ້ ຈັດຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການຕ້ອນຮັບຂອງ ທ່ານ ພົຈວ. ສີເສີດ ສອນດາລາ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາທ່ານຫົວໜ້າ-ຮອງອະນຸກໍາມະການຕ່າງໆ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມ.

#ໃນພິທີ, ທ່ານ ຈັນເພັງ ສາຍທໍາມະວົງ ກຳມະການພັກແຂວງ, ຮອງຫົວໜ້າອະນຸກຳມະການເລຂານຸການ ໄດ້ລາຍງານການກະກຽມບັນດາຫນ້າວຽກຕ່າງໆ, ມາຮອດປະຈຸບັນ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆແມ່ນມີຜົນສໍາເລັດ ແລະ ມີຄວາມພ້ອມ 100% ໂດຍສະເພາະສໍາເລັດການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ແຂວງສາລະວັນ. ແຂວງສາລະວັນ ມີ 8 ເມືອງ, ມີພົນລະເມືອງທັງໝົດ 454,139 ຄົນ, ຍິງ 226,963 ຄົນ, ໜ່ວຍປ່ອນບັດເລືອກຕັ້ງທັງໝົດ 362 ໜ່ວຍ,ໃນນັ້ນ ໜ່ວຍປ່ອນບັດຂອງກໍາລັງ ປກຊ ແລະ ປກສ ລວມກັນ 10 ໜ່ວຍ; ມີຫີບປ່ອນບັດທັງໝົດ 722 ຫີບ, ຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 276,658 ຄົນ. ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດ 14 ລົງສະໝັກ 14 ທ່ານ, ເອົາ 10 ທ່ານ, ລົງສະໝັກ ສສຂ 56 ທ່ານ ເອົາ 40 ທ່ານ. ນອກນັ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງແຂງແຮງ ໂດຍສະເພາະໄດ້ນໍາພາ-ຊີ້ນໍາບັນດາກໍາລັງເລົ່າຮົບວິຊາສະເພາະຂອງບັນດາຫ້ອງ, ກອງພັນ, ຄ້າຍ ແລະ ປກສ 8 ຕົວເມືອງ ເຄື່ອນໄຫວຕິດຕາມ, ກວດກາ, ສະພາບລວມຂອງສັງຄົມ ທັງພາຍນອກ ແລະ ພາຍໃນແຂວງ, ໄດ້ຈັດວາງກໍາລັງ, ລາດຕະເວນ ແລະ ປະຈໍາການ ເພື່ອແກ້ໄຂເຫດການສຸກເສີນຕ່າງໆ ທີ່ອາດຈະເກີດຂື້ນ ໃຫ້ທ່ວງທັນກັບເວລາ ເພື່ອຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ບັນລຸຕາມ 4 ຄາດໝາຍໃຫຍ່ ຢ່າງຄົບຖ້ວນ ແລະ ມີຄຸນນະພາບ.


#ຈາກນັ້ນ, ໄດ້ມີການແລກປ່ຽນໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນ: ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານກະກຽມ ແລະ ດຳເນີນການເລືອກຕັ້ງ ເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງຄັ້ງນີ້ ດຳເນີນໄປຢ່າງປອດໄພ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ບັນລຸຜົນຕາມເປົ້າໝາຍທີ່ກຳນົດໄວ້. ພ້ອມນັ້ນ, ທ່ານຍັງໄດ້ລົງ ຕິດຕາມ, ກວດກາ ສະຖານທີ່ປ່ອນບັດເລືອກຕັ້ງ ຢູ່ເມືອງລະຄອນເພັງ ຕື່ມອີກ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ